ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກໃຫ້ພະນັກງານການນໍາ
ອົບຮົມວຽກງານ ປກຊ-ປກສ ຊຸດທີ XVII ຍຶດໝັ້ນຕໍ່ວຽກງານ ປກຊ-ປກສ


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານປິດຊຸດອົບຮົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ພະນັກງານການນຳຊຸດທີ XVII

     ໃນໂອກາດເຂົ້າຮ່ວມເປັນປະທານປິດຊຸດອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະນັກງານການນຳຊຸດທີ XVII ໃນວັນທີ 25 ມິຖຸນາ 2019 ນີ້,
ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງ
ກັນປະເທດ ໄດ້ເນັ້ນໜັກບາງບັນຫາສໍາຄັນໃຫ້ພະນັກງານການນໍາອົບຮົມວຽກງານ ປກຊ-ປກສ ດັ່ງກ່າວ ຈົ່ງພ້ອມກັນສືບຕໍ່ຍຶດໝັ້ນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບທົ່ວປວງຊົນຮອບ ດ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພາະມັນແມ່ນເນື້ອໃນພື້ນຖານອັນສໍາຄັນຂອງການຈັດຕັ້ງປະຕິບັດແນວ ທາງປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ, ການກໍ່ສ້າງພື້ນຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແມ່ນການເສີມຂະຫຍາຍກໍາລັງແຮງສັງຮວມຂອງທົ່ວທັງຊາດເຂົ້າ
ໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານດັ່ງກ່າວນີ້ກໍແມ່ນໜ້າທີ່ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ, ທົ່ວປວງຊົນ. ຍາມໃດກໍຕ້ອງກໍາ
ແໜ້ນສະພາບການພາຍໃນ ແລະສາກົນ ພິເສດແມ່ນກົນອຸບາຍລ່ຽມລາຍ ແລະການເຄື່ອນໄຫວຂອງສັດຕູ ກໍຄືກຸ່ມຄົນບໍ່ດີທີ່ມີຕໍ່ພວກເຮົາ, ແນໃສ່ເພື່ອຍົກສູງສະຕິລະວັງ
ຕົວປະຕິວັດ, ນໍາພາກຳລັງປະກອບອາວຸດ ແລະປະຊາຊົນຕອບຕ້ານ ແລະສະກັດກັ້ນກົນອຸບາຍດັ່ງກ່າວໃຫ້ທັນການ, ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ ແລະປະຊາຊົນ
ທຸກຊັ້ນຄົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍມະຕິຄໍາສັ່ງຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດ, ສະພາບການໃນແຕ່ລະໄລ
ຍະ, ຈຳແນກມິດ ແລະສັດຕູຢ່າງຈະແຈ້ງ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມຕື່ນຕົວສະໝັກໃຈປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ເອົາໃຈ
ໃສ່ດໍາເນີນວຽກງານກໍ່ສ້າງຮາກຖານໃຫ້ດີ, ດ້ວຍການດໍາເນີນມາດຕະການຫັນວຽກ, ຫັນເອົາພະນັກງານ, ພາຫະນະ, ທຶນຮອນຈໍານວນໜຶ່ງລົງສູ່ຮາກຖານ, ລົງເຖິງປະຊາ
ຊົນ, ຈັດຕັ້ງ ແລະນໍາພາປະຊາຊົນເຮັດວຽກງານຕ່າງໆຕາມ 5 ບາດກ້າວ, 7 ວຽກງານໃຫຍ່ທີ່ບັນດາສະຫາຍໄດ້ອົບຮົມມານັ້ນໃຫ້ບັນລຸໄດ້ 4 ຄາດໝາຍ, ສືບຕໍ່ເອົາໃຈໃສ່
ປັບປຸງລະບົບການເມືອງ, ສ້າງພັກ, ສ້າງພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ສຶກສາອົບຮົມໃຫ້ພະນັກງານສະມາຊິກພັກທຸກຄົນຕ້ອງເປັນແບບ
ຢ່າງນຳໜ້າໃນການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງການຊີ້ນໍາ-ນຳ ພາຂອງຄະນະພັກ ແລະອໍານາດການປົກຄອງຂັ້ນຕ່າງໆ ໂດຍສະເພາະຂັ້ນ
ຮາກຖານ ແລະຂັ້ນບ້ານຍົກສູງຄວາມສາມາດນໍາພາຮອບດ້ານຂອງຮາກຖານພັກ ແລະເສີມຂະຫຍາຍບົດບາດຂອງບັນດາການຈັດຕັ້ງມະຫາຊົນ. ສືບຕໍ່ວຽກງານສ້າງທ່າ
ສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດແໜ້ນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນຕົ້ນການກໍ່ສ້າງບ້ານ ແລະກຸ່ມບ້ານພັດ
ທະນາ, ສ້າງບ້ານວັດທະນະທໍາ, ບ້ານປອດຄະດີ, ບ້ານແບບຢ່າງທາງດ້ານອະນາໄມ, ປອດຢາເສບຕິດ ແລະອື່ນໆໃຫ້ດີກວ່າເກົ່າ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານການນຳທີ່ເປັນແບບຢ່າງທີ່ດີໃນການປະຕິບັດບັນດາຂໍ້ກຳນົດ, ກົດລະບຽບ
ຂອງວິທະຍາຄານປ້ອງກັນຊາດ, ເປັນເຈົ້າການໃນການຄົ້ນຄວ້າຮໍ່າຮຽນ ເຊິ່ງມັນສະແດງອອກຕະຫຼອດຊຸດຮຽນຮັບປະກັນໄດ້ຈຳນວນພົນຂຶ້ນຫ້ອງ, ຄົ້ນຄວ້າ ແລະສົນທະນາ
100% ແລະໄດ້ປະກອບສ່ວນຄຳຄິດຄຳເຫັນຕໍ່ການປັບປຸງກໍ່ສ້າງວິທະຍາຄານໃນຮອບດ້ານ ໂດຍສະເພາະແມ່ນເນື້ອໃນຫຼັກສູດການຮຽນ-ການສອນ, ເນື້ອໃນບັນດາເອກະ
ສານຂໍ້ມູນຂ່າວສານ, ບົດຮຽນພຶດຕິກຳຕົວຈິງ ແລະສະພາບການທີ່ມີການພົວພັນຕ່າງໆ ເພື່ອໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ນຳໄປປັບປຸງແກ້ໄຂເຮັດ
ໃຫ້ການຮໍ່າຮຽນໃນຊຸດຕໍ່ໄປໄດ້ຮັບໝາກຜົນສູງຂຶ້ນກວ່າເກົ່າ. ຈາກບັນຫາດັ່ງ ກ່າວສາມາດຕີລາຄາໝາກຜົນຂອງການຮໍ່າຮຽນແມ່ນບັນລຸໄດ້ຕາມລະດັບຄາດໝາຍ.