ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນຊາຍແດນກະຊວງປ້ອງກັນປະເທດ ສຳເລັດການຢ້ຽມຢາມຢູ່ ສສ ຫວຽດນາມ

     ໃນລະຫວ່າງວັນທີ 21-24 ກໍລະກົດ 2017 ນີ້, ຄະນະຜູ້ແທນຊາຍແດນກະຊວງປ້ອງກັນປະເທດ ໄດ້ສຳເລັດການເດີນທາງໄປຢ້ຽມຢາມ ແລະ ເຂົ້າ
ຮ່ວມງານພົບປະສ້າງສັນມິດຕະພາບຊາຍແດນ ລາວ-ຫວຽດນາມ ຄັ້ງທີ 1 ຢູ່ເມືອງມົກເຈົາ, ແຂວງເຊີນລາ ສສ ຫວຽດນາມ ເຊິ່ງນຳໂດຍ ທ່ານ ພົນຕີ
ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຜູ້ແທນຈາກກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ, ກົມໃຫຍ່
ຕຳຫຼວດ, ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ກອງບັນຊາການທະຫານແຂວງທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ. ໂດຍແມ່ນ
ທ່ານ ພົນຕີ ຮວ່າງ ຊວນ ຈ່ຽນ ກຳມະການສູນກາງພັກ ຫົວໜ້າກອງບັນຊາການທະຫານຊາຍແດນກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມຄະ
ນະໃຫ້ການຕ້ອນຮັບ.


ພົນຕີ ອ່ອນສີ ແສນສຸກ ສຳເລັດການຢ້ຽມຢາມຢູ່ ສສ ຫວຽດນາມ

     ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຄະນະຜູ້ແທນ ກໍໄດ້ເດີນທາງໄປເຂົ້າຮ່ວມພິທີສົນທະນາແລກປ່ຽນບົດຮຽນກ່ຽວກັບວຽກງານປະສານສົມທົບ
ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ກວດກາການເຂົ້າ-ອອກດ່ານຕາມຊາຍແດນ ແລະ ການພັດທະນາເສດຖະກິດ-ສັງຄົມຢູ່ບໍລິເວນຊາຍແດນລະຫວ່າງກົມ
ທະຫານຊາຍແດນ, ກົມໃຫຍ່ຕຳຫຼວດ, ກົມໃຫຍ່ສັນຕິບານລາວ ແລະ ກອງບັນຊາການທະຫານຊາຍແດນ ຫວຽດນາມ, ການສົນທະນາແລກປ່ຽນຄໍາຄິດ
ຄຳເຫັນການພົບປະຊາຍແດນມິດຕະພາບລາວ-ຫວຽດນາມ ຄັ້ງທີ I ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ ສສ ຫວຽດນາມໃນຄັ້ງນີ້ ກໍແມ່ນກິດຈະກຳໜຶ່ງທີ່
ມີຄວາມໝາຍຄວາມສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບລະຫວ່າງສອງຊາດສອງກອງທັບ ລາວ-ຫວຽດນາມ ກໍຄືປະຊາຊົນສອງປະເທດຂອງ
ແຂວງຕ່າງໆທີ່ມີຊາຍແດນຕິດກັນໃຫ້ມີຄວາມສາມັກຄີຢ່າງໜັກແໜ້ນ. ທັງນີ້ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ
ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ແລະ ຂໍ່ານັບຮັບຕ້ອນສອງວັນປະຫວັດສາດຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບ
ດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ.

     ມາໃນວັນທີ 23 ກໍລະກົດ 2017, ຄະນະຜູ້ແທນທັງສອງຝ່າຍໄດ້ເດີນທາງໄປຊາຍແດນ ລາວ-ຫວຽດນາມ ຢູ່ທີ່ດ່ານລ້ອງເຊິບ ແຂວງ ເຊີນລາ. ເພື່ອ
ຮັບຊົມການສະເເດງການລາດຕະເວນຮ່ວມລະຫວ່າງສອງຝ່າຍແຕ່ຫຼັກໝາຍ 255 ຫາຫຼັກໝາຍ 256. ພ້ອມນີ້ຍັງໄດ້ເດີນທາງເຂົ້າຮ່ວມພິທີເປີດການນຳ
ໃຊ້ໂຮງໝໍນ້ອຍມິດຕະພາບຊາຍແດນຮ່ວມລະຫວ່າງ 2 ກອງທັບ ແລະ ພົນລະເຮືອນ ພ້ອມຊົມການກວດກາປິ່ນປົວສຸຂະພາບ, ເບີກຈ່າຍຢາໂດຍບໍ່ໄດ້ເສຍ
ຄ່າໃຊ້ຈ່າຍ. ຈາກນັ້ນກໍໄດ້ເດີນທາງໄປສະໜາມກີລາເທສະບານ ເມືອງ ມົກເຈົາ, ແຂວງ ເຊີນລາ ເພື່ອຊົມລາຍການສະແດງຕ່າງໆຂອງກຳລັງປ້ອງກັນຊາຍ
ແດນຫວຽດນາມ ຕື່ມອີກ.