ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດບົ່ງຕົວແຕ່ງຕັ້ງບາງຕໍາແຫນ່ງສຳຄັນຢູ່ອົງການກົມ 213


     ພິທີປະກາດການຈັດຕັ້ງຄະນະພັກອົງການກົມ ແລະ ຄະນະກົມ 213 ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2016 ນີ້ ທີ່ສະໂມສອນກົມດັ່ງກ່າວ ໂດຍການ ເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຄະນະປະຈຳພັກກະຊວງ ຫົວຫນ້າຫ້ອງວ່າການກະຊວງປ້ອງກັນປະເທດ ເຊິ່ງມີທ່ານ ພົນຈັດຕະ
ວາ ທອງວັນ ຈັນທະວົງ ເລຂາຄະນະພັກອົງການ ຫົວໜ້າກົມ 213 ພ້ອມດ້ວຍຄະນະພັກອົງການກົມ, ບັນດາກົມກອງ, ສູນ, ໂຮງຮຽນທີ່ຂຶ້ນກັບ ແລະພະ
ນັກງານຫລັກແຫລ່ງທົ່ວອົງການກົມ 213 ເຂົ້າຮ່ວມ.

                                 
                                                                                       ພົນຕີ ອ່ອນສີແສນສຸກ ເປັນປະທານປະກາດແຕ່ງຕັ້ງບາງຕໍາແຫນ່ງສຳຄັນຢູ່ກົມ 213

     ພັນເອກ ສົມບັດ ບຸນຄຳກົງ ຮອງຫົວຫນ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈຳພັກກະຊວງປ້ອງກັນປະ
ເທດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການຄະນະພັກອົງການກົມ 213 ໂດຍອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄຫມ
ທີ X ຫມວດທີ 2 ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການພັກ, ອີງຕາມການສະເຫນີສະບັບເລກທີ 632/ຄພກ 213 ລົງວັນທີ 22 ມິຖຸ
ນາ 2016 ກ່ຽວກັບການສະເຫນີບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການຄະນະພັກກົມ 213 ດັ່ງນັ້ນຄະນະປະຈຳພັກກະຊວງປ້ອງກັນປະເທດຈຶ່ງຕົກລົງບົ່ງ
ຕົວແຕ່ງຕັ້ງ ສະຫາຍ ພັນໂທ ບຸນຕຽນ ໄຊຍາວົງທັນ ຫົວຫນ້າການ ເມືອງກອງ “ຄ 433” ເປັນກຳມະການຄະນະພັກອົງການກົມ 213.

     ຈາກນັ້ນ ພັນເອກ ພູມີ ດາຣາເພັດ ຮອງຫົວຫນ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງ
ກົມ 213 ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໝວດທີ 4 ມາດຕາ 21 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານອີງຕາມທິດ
ທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແຫນ້ນຮອບດ້ານ ເພື່ອເຮັດສຳເລັດຫນ້າ
ທີ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ອີງຕາມການສະເຫນີຂອງຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງສະບັບເລກທີ 81 ລົງ
ວັນທີ 7 ມິຖຸນາ 2016, ອີງຕາມມາດຖານຂອງນາຍທະຫານທີ່ໄດ້ກຳນົດໄວ້ໃນຫມວດທີ 2 ມາດຕາ 10 ຂອງກົດຫມາຍວ່າດ້ວຍນາຍທະຫານກອງ
ທັບປະຊາຊົນລາວ ດັ່ງນັ້ນກະຊວງປ້ອງກັນປະ ເທດຈຶ່ງໄດ້ຕົກລົງແຕ່ງຕັ້ງ ພັນໂທ  ບຸນສວຍ ທຸມພະລາ ເປັນຮອງກົມ 213 ປ່ຽນແທນຜູ້ເກົ່າທີ່ອອກ
ພັກຜ່ອນບຳນານ.

     ໂອກາດນີ້ ທ່ານ ພົນຕີ ອ່ອນສີ ແສນສຸກ ກໍໄດ້ມີຄຳເຫັນໂອ້ລົມ ແລະໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະບັນຊາກົມ 213 ຊຸດໃຫມ່
ເຊິ່ງຕົ້ນຕໍແມ່ນຕ້ອງເສີມຂະຫຍາຍໃຫ້ໄດ້ຄວາມສາມັກຄີເປັນເອກະພາບສູງພາຍໃນຫມູ່ຄະນະ, ກຳແໜ້ນ ແລະປະຕິບັດໃຫ້ຖືກຕ້ອງຄົບຖ້ວນຕາມ 5 ຫລັກ
ການ 3 ທິດນຳຂອງພັກ, ສຳຄັນແມ່ນຫລັກການລວມສູນປະຊາທິປະໄຕບົນພື້ນຖານແນວທາງຂອງພັກ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012