ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​​ແຕ່​ງຕັ້ງ​ ຫົວໜ້າ​ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ  ​
​ແລະບົ່ງ​ຕົວ​ແຕ່ງ​ຕັ້ງ ​ເລຂາຄະນະ​ພັກ​ຮາກ​ຖານ ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ


     ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 26/08/2016 ນີ້, ຢູ່​ທີ່​ສະ​ໂມ​ສອນ​ກົມ ວິທະຍາສາດ-ປະຫວັດສາດ​ ການ​ທະຫານ ​ໄດ້​ມີພິທີປະກາດແຕ່ງຕັ້ງຫົວໜ້າ​ກົມ ​ແລະ
ບົ່ງ​ຕົວ​ແຕ່ງ​ຕັ້ງ​ເລ​ຂາ​ຄະນະ​ພັກ​ຮາກ​ຖານ ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳ
ຟອງ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ​ແຂກ​ຖືກ​ເຊີນ​ຈາກ 4 ກົມ​ໃຫຍ່, ຫ້ອງວ່າການກະຊວງພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກົມວິທະຍາສາດ-ປະຫວັດສາດ ການທະຫານ ເຂົ້າຮ່ວມ.


ພົນຕີວິໄລ ຫຼ້າຄຳຟອງ ເປັນປະທານປະກາດການແຕ່ງຕັ້ງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ

                                             

     ພັນເອກ ບຸນປັນ ຄູນພູມີ ຕາງໜ້າກົມພະນັກງານ ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 295/ນຍ, ລົງ​ວັນ​
ທີ 16/08/2016 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ.​ໂດຍອີງ​ໃສ່ກົດໝາຍນາຍ
ທະຫານກອງທັບປະຊາຊົນລາວ ໝວດທີ IV ມາດຕາ 21, ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ກອງທັບ​ປະຊາຊົນ​ລາວ.


ພັນເອກ ບຸນປັນ ຄູນພູມີ ຕາງໜ້າກົມພະນັກງານ ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

     ຈາກ​ນັ້ນ ພັ.ທ ​ໃຈ​ເພັດ ວົງ​ແສນ​ສົມ ຕາງໜ້າ​ກົມ​ຈັດ​ຕັ້ງ​ພັກ​ກໍ່​ໄດ້​ຜ່ານ ຂໍ້​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສະບັບ​ເລກ
ທີ ​​3107/ຄພກຊ, ລົງ​ວັນ​ທີ 26/08/2016 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່​ງຕັ້ງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ.
ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະຄະນະ​ປະຈຳ​ພັກກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງສະຫາຍ ພັນ​ເອກ ວຽງ​ໄຊ ສົມ​ວິຈິດ  ​ເປັນ​ຫົວ
ໜ້າ​ກົມ ​ແລະເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ ກົມວິທະຍາສາດ-ປະຫວັດສາດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ.​ ​ການປະກາດແຕ່ງຕັ້ງໃນຄັ້ງນີ້,
ຖືເປັນການປະຕິບັດຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ນັບມື້ເຂັ້ມແຂງ, ໜັກ
ແໜ້ນຮອບດ້ານເພື່ອນຳພາອົງການ ກົມກອງເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນໄລຍະ​ໃໝ່ໃຫ້ກ້າວຂື້ນຢ່າງບໍ່
ຢຸດຢັ້ງ.

     ໂອກາດນີ້, ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ກໍ່ໄດ້ມີຄຳເຫັນຊີ້ນຳວ່າ : ການປັບປຸງບູລະນະການຈັດຕັ້ງເທື່ອນີ້, ແມ່ນອີງຕາມຄວາມຮຽກຮ້ອງ
ຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກົມກອງ​ເພື່ອ​ປັບປຸງ​ການຈັດ​ຕັ້ງ​ປະກອບ​ໃຫ້​ຄົບ​ຖ້ວນ ​ແລະປ່ຽນແທນຜູ້ເກົ່າ. ສະນັ້ນສຳຫຼັບຜູ້
ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຕ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນຕື່ມຕ້ອງເປັນ
ແບບຢ່າງທີ່ດີ ໃນການເຄື່ອນໃຫວເຮັດໜ້າທີ່ວຽກງານ ແລະການດຳລົງຊີວິດທີ່ປອດໃສຂາວສະອາດພ້ອມກັນຫັດແໜ້ນຄວາມສາມັກຄີໃຫ້ເປັນ
ປຶກແຜ່ນ, ມີແບບແຜນວິທີເຮັດວຽກ, ສ້າງບາດກ້າວບຸກທະລຸ, ເສີມຂະຫຍາຍສິ່ງທີ່ດີ, ຕານສິ່ງທີ່ບ່ໍດີ, ມີແບບແຜນນຳພາທີ່ດີ, ພ້ອມກັນສືບຕໍ່
ນຳພາກົມກອງເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍ ໝາກຜົນສູງ. ຊີ້ນຳ-ນຳພາກົມກອງ ຄົ້ນຄ້ວາເຕັກນິກ ວິທະຍາສາດ ທີ່ທັນສະໄໝ
ເພື່ອໃຫ້ທັນກັບ ຍຸກສະໄໝໃນໄລຍະປ່ຽນແປງໃໝ່ ​ແລະສຸດ​ທ້າຍ ທ່ານ ພັນ​ເອກ​ ວຽງ​ໄຊ ສົມ​ວິຈິດ​ ​ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ກົມ ວິທະ
ຍາສາດ-ປະ​ຫວັດ​ສາດ ການ​ທະຫານ ກໍ່​ໄດ້​ຂຶ້ນ​ຮັບ​ຄຳ​ໂອວາດ ​ເພື່ອຮັບ​ເອົາ​ຄຳ​ເຫັນ​ດັ່ງກ່າວ​ມາ​ຂ້າງ​ເທິງ​ນັ້ນ​ໄປ​ນຳ​ໃຊ້​ໃຫ້​ເກີດ​ດອກ​ອອກ​ຜົນ ​ແລະ
ສືບຕໍ່​ຊີ້​ນຳ-ນຳພາ ວຽງງານ​ພາຍ​ໃນ​ກົມ​ກອງ​ໃຫ້​ນັບ​ມື້​ນັບ​ຈະ​ເລີ​ນງອກງາມຂື້ນ.


ທ່ານ ພັ.ອ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ​ກົມ​ຄົນ​ໃໝ່ ​ໄດ້ຂຶ້ນ​ຮັບ​ຄຳ​ໂອວາດ ຈາກ ທ່ານ ພົ.ຕ ວິ​ໄລ ຫລ້າ​ຄຳ​ຟອງ ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ.

 

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012