ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈຳໄຕມາດ III ປີ 2018 ຂອງບັນດາກົມກອງ 4 ແຂວງພາກໃຕ

     ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ປີ 2018 ຂອງກໍາລັງຫຼວງ
ກໍາລັງທ້ອງຖິ່ນ 4 ແຂວງພາກໃຕ້ ໃນວັນທີ 25 ກັນຍາ 2018 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ກໍາມະການຄະນະ
ປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພັນເອກ ທອງພັນ ແກ້ວມະນີຈັນ ຮອງເລຂາຄະນະພັກ ຫົວໜ້າການເມືອງ
ໂຮງຮຽນວຽງໄຊ, ເຂົ້າຮ່ວມກອງປະຊຸມສ່ອງແສງຄັ້ງນີ້ມີຄະນະພັກ-ຄະນະບັນຊາ, ກໍາລັງຫຼວງ-ກໍາລັງທ້ອງຖິ່ນ 4 ແຂວງພາກໃຕ້.


ພົນຕີ ຄໍາລຽງ ອຸທະໄກສອນ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ປີ 2018 ຂອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ 4 ແຂວງພາກໃຕ

     ກອງປະຊຸມຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນລາຍງານສະພາບການຊີ້ນໍາໆພາວຽກງານຮອບດ້ານຂອງແຕ່ລະກົມກອງ. ຈາກນັ້ນທີ່ປະຊຸມຜູ້ແທນໄດ້ຮັບຟັງ
ການລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ແລະ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ກໍຄືຢູ່ກົມກອງໃນໄລຍະຜ່ານມາຂອງແຕ່ລະກົມ
ກອງ. ເຊິ່ງໄດ້ຍົກໃຫ້ເຫັນສະພາບການຕ່າງໆທີ່ກົມກອງຮັບຜິດຊອບ, ໂດຍສະເພາະແມ່ນໄດ້ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານສະ
ມາຊິກພັກ, ນັກຮົບໃຫ້ມີຄວາມໜັກແໜ້ນສຸມໃສ່ເຮັດວຽກງານຕ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ກໍຄືຂອບເຂດກົມ
ກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ 100%, ພ້ອມນັ້ນທີ່ປະຊຸມຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນເພື່ອຊອກຫາຊ່ອງທາງວິທີການຕ້ານ
ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂື້ນໃນຕໍ່ໜ້າ, ສ້າງໃຫ້ກົມກອງເປັນກົມກອງ 3 ປອດຄື: ປອດໃສ ປອດໄພ ປອດຄະດີ ກາຍເປັນກົມ
ກອງໜ່ວຍພັກ ປອດໃສ ໜັກແໜ້ນ ເຂັ້ມແຂງ.

     ໂອກາດດຽວກັນ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ
ທີ່ບັນດາກົມກອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງຄະນະພັກຄະນະບັນຊາແຕ່ລະກົມກອງ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການ
ເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ, ປະ
ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ເຂັ້ມແຂງທາງດ້ານການ
ຈັດຕັ້ງ ພ້ອມກັນຕ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວລາ, ສ້າງເງື່ອນໄຂ ແລະ ສິ່ງເອື້ອອໍານວຍຄວາມສະດວກ
ໃຫ້ແກ່ກົມກອງ ແລະ ປະຊາຊົນບັນດາເຜົ່າໄດ້ສ້າງສາພັດທະນາເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນເຮັດໃຫ້ປະເທດຊາດຫຼຸດພົ້ນ
ອອກຈາກປະເທດດ້ອຍພັດທະນາຕາມຄາດໝາຍທີ່ວາງໄວ້ ແລະ ສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່
ຈະມາເຖິງໃຫ້ມີຂະບວນການຟົດຟື້ນແຂງແຮງ.