ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ເນັ້ນໃຫ້ທະຫານແຂວງ ອຸດົມໄຊ
ເຮັດວຽກງານຮັບປະກັນພະລາທິການໃຫ້


ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ພົບປະໂອ້ລົມເນັ້ນໃຫ້ທະຫານແຂວງອຸດົມໄຊ ເຮັດວຽກງານຮັບປະກັນພະລາທິການໃຫ້ດ

     ວັນທີ 23 ຕຸລານີ້, ທ່ານ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຂອງ
ກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຄະນະພັກ-ຄະນະບັນຊາອົງການ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານທີ່ເຮັດໜ້າທີ່ວິຊາສະເພາະ
ປິ່ນອ້ອມວຽກງານພະລາທິການອ້ອມຂ້າງກອງບັນຊາການທະຫານແຂວງອຸດົມໄຊ ໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດແຜນ ການສ້າງພະລາທິການ
ໃຫ້ໄດ້ຕາມຄາດໝາຍ ໃນນີ້ບັນຫາຕົ້ນຕໍແມ່ນຕ້ອງສ້າງແຜນກໍານົດບັນດາວຽກງານໃຫ້ຖືກເປົ້າໝາຍ, ມີຈຸດສຸມແທດເໝາະກັບສະພາບແວດລ້ອມເງື່ອນ
ໄຂທ່າແຮງບົ່ມຊ້ອມຕົວຈິງຂອງກົມກອງທ້ອງຖິ່ນ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານວິຊາການດ້ານຕ່າງໆໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊຳນິ
ຊຳນານທີ່ແນ່ນອນ ພ້ອມທັງບໍລິຫານວຽກກະສິກໍາປູກຝັງ-ລ້ຽງສັດ ໂດຍນໍາໃຊ້ເຕັກນິກ-ວິທະຍາສາດທີ່ທັນສະໄໝເຂົ້າຊ່ວຍ, ຈັດໃຫ້ມີການເຝິກອົບຮົມ
ແກ່ພະນັກງານຜູ້ທີ່ເຮັດວຽກງານພະລາທິການຢູ່ບັນດາກົມກອງທີ່ຂຶ້ນກັບ ຄວາມຮັບຜິດຊອບ. ນອກຈາກນີ້ກໍຕ້ອງນໍາເອົາແຜນນະໂຍບາຍ, ຂໍ້ກໍານົດຕ່າງໆ
ມາຈັດຕັ້ງເຜີຍແຜ່ໃຫ້ທົ່ວເຖິງ, ສ້າງພະນັກງານສືບທອດປ່ຽນແທນ, ຍົກສູງພາລະບົດບາດຂອງຂະແໜງການທີ່ຂຶ້ນກັບອົງການພະລາທິການໃຫ້ສູງຂຶ້ນກວ່າ
ເກົ່າ, ເອົາໃຈໃສ່ໃນການລົງເກັບກໍາຂໍ້ມູນ, ຕົວເລກຄາດໝາຍທີ່ໄດ້ກໍານົດເປັນປົກກະຕິ, ຕີລາຄາດ້ານດີ-ດ້ານອ່ອນ, ຕິດຕາມກວດກາການເບີກຈ່າຍເຄື່ອງ
ອຸປະໂພກ-ບໍລິໂພກ, ປະຕິບັດຫຼັກການນຸ່ງຖືຂອງກອງ ທັບໃຫ້ເຂັ້ມງວດ, ການຕົ້ມຫຸງປຸງແຕ່ງ, ການກິນດື່ມກໍ່ຕ້ອງໃຫ້ຖືກຕາມຫຼັກການອະນາໄມ ແລະ ຄົບ
ຕາມໝູ່ອາຫານທາດບຳລຸງໃນແຕ່ລະວັນ, ສ້າງແຜນຄຸ້ມຄອງການເງິນ, ການເບີກຈ່າຍເງິນແຕ່ລະຮ່ວງໃຫ້ຖືກຕ້ອງ, ປະຕິບັດວິໄນການເງິນໃຫ້ເຂັ້ມງວດ,
ປະຢັດມັດຖະຢັດກຽ່ວກັບການນໍາໃຊ້ນໍ້າມັນເຊື້ອໄຟ, ລະບຽບການຂົນສົ່ງ, ການອອກແບບໂຄງການກໍ່ສ້າງ, ການປັບປຸງກົມກອງຄ້າຍຄູໃຫ້ນໍາໃຊ້ທຶນ ແລະ
ວິຊາການພາຍໃນເປັນສ່ວນຫຼາຍ, ຄຸ້ມຄອງບັນຫາທີ່ດິນທີ່ມີແລ້ວໃຫ້ນໍາໃຊ້ໄດ້ຍາວນານໂດຍຕ້ອງໄດ້ບຸກເບີກສ້າງສາ ແລະ ເຮັດກິດຈະການທີ່ແນ່ນອນ
ໃຫ້ເກີດຜົນປະໂຫຍດແກ່ກົມກອງ, ສົ່ງເສີມການຜະລິດພາຍໃນກົມກອງໃຫ້ກວ້າງຂວາງເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ຄອບ
ຄົວຂອງພະນັກງານໃຫ້ນັບມື້ດີຂຶ້ນ. ເອົາໃຈໃສ່ຊີ້ນໍາຂະແໜງການກ່ຽວຂ້ອງຕິດຕາມກວດກາ ແລະ ປ້ອງກັນພະຍາດຕາມລະດູການທີ່ອາດຈະເກີດຂຶ້ນຢ່າງ
ເປັນປົກກະຕິ ແລະ ຮັບປະກັນການບໍລິການປິ່ນປົວໃຫ້ມີຄຸນນະພາບສູງ.