ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສິລະປະກອນກອງທັບໄທ ຢ້ຽມຢາມ ແລະ ສະແດງມິດຕະພາບ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມຮັບຊົມການສະແດງຂອງຄະນະສິລະປະກອນກອງທັບແຫ່ງຣາຊະອານາຈັກໄທ

   ຄະນະສິລະປະກອນກອງທັບ ແຫ່ງຣາຊະອານາຈັກໄທ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ສະແດງມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 70 ປີ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-24 ພະຈິກ 2018 ນີ້, ໂດຍການເຂົ້າຮ່ວມຮັບຊົມຂອງ ທ່ານ ພົນໂທ ຈັນ
ສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນເອກ ໄຊຊະນະ ນາກເກີດ ເສນາທິການທະຫານ, ຫົວໜ້ານຳພາຄະນະສິລະປະກອນກອງທັບ ແຫ່ງຣາ
ຊະອານາຈັກໄທ, ມີການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ-ອົງການ ແລະ ພະນັກງານທະຫານ-ຕຳຫຼວດ, ຊາວນະຄອນ
ຫຼວງວຽງຈັນເຂົ້າຊົມຢ່າງຫຼວງຫຼາຍ.

     ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍ, ທ່ານພົນເອກ ໄຊຊະນະ ນາກເກີດ ຫົວໜ້າ
ນຳພາຄະນະສິລະປະກອນກອງທັບ ແຫ່ງຣາຊະອານາຈັກໄທ ໄດ້ຜັດປ່ຽນກັນມີຄຳເຫັນ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ການເດີນທາງມາເຄື່ອນໄຫວສະແດງມິດຕະພາບຂອງຄະນະ
ສິລະປະກອນກອງທັບ ແຫ່ງຣາຊະອານາຈັກໄທ ແມ່ນໜຶ່ງໃນກິດຈະກຳສຳຄັນເພື່ອປະກອບສ່ວນເຂົ້າໃນການສ້າງບັນຍາກາດຟົດຟື້ນມ່ວນຊື່ນສະເຫຼີມສະຫຼອງວັນສ້າງຕັ້ງ
ກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ໄດ້ນຳເອົາໄມຕີຈິດມິດຕະພາບ, ຖານບ້ານໃກ້ເຮືອນຄຽງມາສູ່ກອງ ທັບ ແລະ ປະຊາຊົນ
ລາວໃນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າພວມເບີກບານມ່ວນຊື່ນຕ້ອນຮັບແຂກຄົນທີ່ເຂົ້າມາຢ້ຽມຢາມທ່ອງທ່ຽວລາວໃນປີ 2018 ແລະ
ຖືກກັບຈຸດເວລາທີ່ທົ່ວພັກ,ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບ
ຮອບ 43 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງເປັນຂະບວນກວ້າງຂວາງຟົດຟື້ນ. ລາວ-ໄທແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນ
ຕິດຈອດກັນ, ມີຮີດຄອງປະເພນີວັດທະນະທຳຄ້າຍຄືກັນ, ປະຊາຊົນສອງຊາດມີມູນເຊື້ອສາມັກຄີຮັກແພງໄປມາຫາສູ່ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ສະນັ້ນການມາ
ຢ້ຽມຢາມ ແລະ ສະແດງມິດຕະພາບຂອງຄະນະສິລະປະກອນກອງ ທັບ ແຫ່ງຣາຊະອານາຈັກໄທຄັ້ງນີ້ ບ່ໍພຽງແຕ່ປະກອບສ່ວນສ້າງບັນຍາກາດເບີກບານມ່ວນຊື່ນໃນໂອ
ກາດວັນສຳຄັນຂອງຊາດເທົ່ານັ້ນ, ຍັງເປັນການແລກປ່ຽນບົດຮຽນທາງດ້ານສິລະປະວັດທະນະທຳ ແລະ ເສີມສ້າງສາຍພົວພັນມິດຕະພາບລະຫວາ່ງສອງຊາດ, ສອງກອງ
ທັບ ແລະ ປະຊາຊົນສອງຊາດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

   ການສະແດງຂອງຄະນະສິລະປະກອນກອງທັບ ແຫ່ງຣາຊະອານາຈັກໄທ ຄັ້ງນີ້ ແມ່ນປະກອບມີ 23 ລາຍການສຳຄັນທີ່ສ່ອງແສງເຖິງຮີດຄອງປະເພນີວັດທະນະທຳດ້ານ
ສຽງເພງ ປະກອບບົດຟ້ອນທີ່ງົດງາມ ແລະ ສະແດງເຖິງສາຍພົວພັນມິດຕະພາບທີ່ດີງາມລະຫວ່າງສອງຊາດ, ສອງກອງທັບລາວ-ໄທ ເຊິ່ງເຮັດໃຫ້ຜູ້ຊົມມີຄວາມເບີກບານ
ມ່ວນຊື່ນ ແລະ ປະທັບໃຈໃນການສະແດງ.