ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ລົງພົບປະໂອ້ລົມ
ອຳນາດການປົກຄອງທ້ອງຖິ່ນຢູ່ບ້ານໃຫຍ່ ເມືອງທົ່ງມີໄຊ


ສະຫາຍ ພົນໂທ ສຸວອນ ເລືອງບຸນ ມີຢ້ຽມຢາມກອງຮ້ອຍທະຫານຊາຍແດນ 157

     ໃນວັນທີ 19 ພະຈິກຜ່ານ ມານີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ ພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິ
ການກອງທັບ ລົງພົບປະໂອ້ລົມອຳນາດການປົກຄອງທ້ອງຖິ່ນຢູ່ບ້ານໃຫຍ່, ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ມີສະຫາຍ ສົມພອນ ໄຊດວງຕາ ເລຂາພັກເມືອງ, ເຈົ້າເມືອງໆ
ທົ່ງມີໄຊ ຕະຫຼອດຮອດນາຍບ້ານ, ເລຂາພັກບ້ານ, ພ້ອມດ້ວຍປະຊາຊົນພາຍໃນບ້ານໃຫ້ການຕ້ອນຮັບຢ່າງອົບອຸ່ນ.

     ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ຮຽກຮ້ອງໃຫ້ ຄະນະພັກ, ອຳນາດການປົກ ຄອງທຸກຂັ້ນ, ພະນັກງານນັກຮົບ ທຸກສະຫາຍຕະຫຼອດຮອດພໍ່ແມ່ປະຊາ
ຊົນທຸກຊັ້ນຄົນຈົ່ງເປັນເຈົ້າການນຳເອົາເນື້ອໃນຈິດໃຈ ແລະ ທິດທາງແຜນການຂອງ ພັກ-ລັດຖະບານ, ພ້ອມກັນເອົາໃຈໃສ່ສ້າງສາພັດທະນາເສດຖະກິດ ຂອງຕົນໃຫ້ເຕີບ
ໃຫຍ່ຂະຫຍາຍຕົວ ແລະ ສືບຕໍ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ມີສະຕິ ທັງເປັນຫູເປັນຕາຊ່ວຍໃນການເຄື່ອນໄຫວຂອງກຸ່ມຄົນຜູ້ບໍ່ຫວັງດີ ເພື່ອເຮັດໃຫ້ສະພາບມີຄວາມ
ສະຫງົບ ແລະ ເປັນເຈົ້າການຕິດຕາມ ກຸ່ມຄົນບໍ່ດີທີ່ນຳໃຊ້ສື່ອອນລາຍໂຄສະນາ ໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດເຮົາເປັນຕົ້ນແມ່ນບັນຫາສິດທິມະ
ນຸດ, ປະຊາທິປະໄຕ, ໂຄສະນາຊວນເຊື່ອປະຊາຊົນທີ່ຢູ່ເຂດຊົນນະບົດ ແລະ ຮູ້ເທົ່າບໍ່ເຖິງການ, ພະຍາຍາມຊື້ຈ້າງຈອບອອຍປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ, ພະນັກ
ງານ, ທະຫານຕຳຫຼວດ, ສ້າງຄວາມປັ່ນປ່ວນ ຫວັງແບ່ງແຍກຄວາມສາມັກຄີ ພາຍໃນຂອງພວກເຮົາ, ເອົາໃຈໃສ່ວຽກງານກໍ່ສ້າງພັກພະນັກງານ, ກໍ່ສ້າງຮາກຖານການ
ເມືອງ ໃຫ້ເຂັ້ມແຂງໜັກແໜ້ນຕິດພັນກັບວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບ, ກຳໃຫ້ໄດ້ບັນດາເປົ້າໝາຍໜໍ່ແໜງຄວາມບໍ່ສະຫງົບ ເພື່ອຕ້ານ ແລະ ສະກັດກັ້ນບໍ່
ໃຫ້ພວກຄົນບໍ່ດີກໍ່ຄວາມບໍ່ສະຫງົບຂຶ້ນໄດ້ຢ່າງເດັດຂາດ, ຊີ້ນຳ ຕິດຕາມຊຸກຍູ້ຢ່າງເປັນປົກກະຕິບັນດາ ໂຄງການກໍ່ສ້າງພັດທະນາພື້ນຖານໂຄງລ່າງຕ່າງໆ ເພື່ອໃຫ້ໄດ້ດຳ
ເນີນໄປຕາມແຜນການທີ່ໄດ້ວາງອອກ. ກະຕຸກຊຸກຍູ້ໃຫ້ ປະຊາຊົນມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດ ແລະ ເຮັດໃຫ້ເຂົາເຈົ້າມີຄວາມຕື່ນຕົວທຳການຜະ
ລິດຕາມທ່າແຮງຂອງແຕ່ລະຄອບຄົວ ໂດຍຖືເອົາການປູກຝັງລ້ຽງສັດເປັນຕົ້ນຕໍ, ຈັດຕັ້ງຄະນະວິຊາການລົງໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບການຜະລິດແບບຍືນຍົງ ເພື່ອ
ແນໃສ່ລົບລ້າງຄວາມທຸກຍາກຕາມທິດ ສາມສ້າງເທື່ອລະກ້າວ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຊຸກຍູ້ສົ່ງເສີມວຽກງານການສຶກສາ ແລະ ສາທາລະນະສຸກ ເພື່ອເຮັດໃຫ້
ເດັກນ້ອຍໄດ້ຮັບການສຶກສາ ຢ່າງເປັນລະບົບຄົບຊຸດ ແລະ ປະຊາຊົນໄດ້ຮັບການປິ່ນປົວຮັກສາໃນຍາມເຈັບເປັນຢ່າງທົ່ວເຖີງ, ຈາກນັ້ນອຳນາດການປົກຄອງທ້ອງຖິ່ນພ້ອມ
ດ້ວຍພໍ່ແມ່ປະຊາຊົນ ກໍໄດ້ພ້ອມກັນຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີ ຂອງຊາວບ້ານເມືອງທົ່ງມີໄຊ ໃຫ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຕື່ມອີກ.

     ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ມາໃນວັນທີ 20 ພະຈິກຜ່ານມານີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະ
ພະນັກງານຢູ່ດ່ານສາກົນພູດູ່, ເມືອງ ປາກລາຍ ແຂວງ ໄຊຍະບູລີ ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ສິງແກ້ວ ກວາງວັນຕໍ ຫົວໜ້າ ດ່ານສາກົນພູດູ່ ພ້ອມດ້ວຍ ສະ
ຫາຍ ສົມຈິດ ຈັນທະວົງ ເລຂາພັກເມືອງ, ເຈົ້າເມືອງໆ ປາກລາຍ ໃຫ້ການຕ້ອນຮັບ. ໂອກາດນີ້ ສະຫາຍ ພັນໂທ ສິງແກ້ວ ກວາງວັນຕໍ ກໍໄດ້ລາຍງານກ່ຽວກັບການຈັດຕັ້ງ
ປະຕິບັດໜ້າທີ່ວິຊາ ສະເພາະໃນໄລຍະທີ່ຜ່ານມາ ສະພາບພະນັກງານ-ນັກຮົບ ທີ່ປະຈຳຢູ່ດ່ານມີແນວຄິດອຸ່ນອຽນທຸ່ນທ່ຽງມີຄວາມຫ້າວຫັນ ຕໍ່ໜ້າທີ່ວຽກງານ, ມີຄວາມ
ຈົງຮັກພັກດີຕໍ່ການຈັດຕັ້ງຂັ້ນເທິງເຮັດສຳເລັດໜ້າທີ່ໄດ້ຮັບມອບໝາຍໃຫ້, ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງຢ່າງ ເລິກເຊິ່ງ
ເຖິງຖອງເປັນຕົ້ນແມ່ນໄດ້ເອົາໃຈໃສ່ໃນການກວດກາ ຄົນເຂົ້າ-ອອກຢ່າງເປັນປົກກະຕິ, ໂອກາດນີ້ ສະຫາຍ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ກໍໄດ້ ຊີ້ທິດເຍືອງທາງ
ແລະ ເນັ້ນໜັກ ຫຼາຍບັນຫາ, ໂດຍສະເພາະແມ່ນສຶບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານເພື່ອເຮັດໃຫ້ສະພາບມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍເກັບກຳສະ
ພາບຂອງກຸ່ມຄົນຜູ້ບໍ່ຫວັງດີແລ້ວຫາວິທີ ສະກັດກັ້ນ ແລະ ແກ້ໄຂໂດຍໄວ, ຈາກນັ້ນ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ສືບຕໍ່ລົງຢ້ຽມຢາມ ກອງຮ້ອຍທະຫານຊາຍ
ແດນ 157 ຕື່ມອີກ.