ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດການຮ່ວມມືກວດກູ້, ທຳລາຍລະເບີດບໍ່ທັນແຕກລະຫວ່າງ
ກອງທັບປະຊາຊົນລາວ ແລະ ກໍາລັງປະກອບອາວຸດແຫ່ງ ສ.ຣັດເຊຍ


     ພິທີເປີດການຮ່ວມມື ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນສະໄໝສົງຄາມ ຢູູ່ ສປປ ລາວ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກຳລັງປະກອບ
ອາວຸດແຫ່ງ ສ. ຣັດເຊຍ ຈັດຂຶ້ນໃນວັນທີ 23 ພະຈິກ 2021 ນີ້, ຢູ່ທີ່ເດີ່ນໂຮງຮຽນ ມໍປາຍ ເມືອງນາກາຍ ແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ
ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ມີສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າກົມ
ໃຫຍ່ເສນາທິການ ກອງທັບ, ສະຫາຍ ພັນເອກ ອັນເດຣ ລີຄາຊ໋ອບ ທີ່ ປຶກສາທູດປ້ອງກັນຊາດແຫ່ງ ສ. ຣັດເຊຍ ປະຈຳ ສປປ ລາວ, ມີຄະນະນໍາຈາກ 4 ກົມ
ໃຫຍ່, ເມືອງ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

     ທ່ານ ສົມບັດ ປັນຍາສິດ ຮອງເຈົ້າເມືອງໆນາກາຍ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງເມືອງນາກາຍ ວ່າດ້ວຍການມອບດິນ ຂອງ ເມືອງໃຫ້ກຳລັງຂອງກະ
ຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ແລະ ຄະນະຮັບຜິດຊອບ ການກວດກູ້ມິນສາກົນຂອງກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ເພື່ອຮ່ວມມືກັນ ໃນ
ການກວດກູ້ລະເບີດບໍ່ທັນແຕກໃຫ້ສຳເລັດຕາມເປົ້າໝາຍ ໃນເນື້ອທີ່ທັງໝົດຈໍານວນ 120 ເຮັກຕາ.

     ຈາກນັ້ນ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວວ່າ: ສຳລັບ ສປປ ລາວ ເປັນປະເທດ ໜຶ່ງທີ່ໄດ້ຮັບຜົນກະທົບ ຈາກລະເບີດບໍ່ທັນແຕກທີ່ຕົກ
ຄ້າງມາແຕ່ ສະໄໝສົງຄາມອິນດູຈີນ ໃນລະຫວ່າງ ປີ 1964-1973 ຍົນຂອງ ຈັກກະພັດຜູ້ຮຸກຮານ ຫຼາຍກວ່າ 580.000 ຖ້ຽວ ໄດ້ນໍາເອົາລະເບີດຊະນິດ
ຕ່າງໆປະມານ 3 ລ້ານ ໂຕນ ມາຖິ້ມໃສ່, ໃນນັ້ນມີລະເບີດ ລູກຫວ່ານ (ບົມບີ) ປະມານ 270 ລ້ານໜ່ວຍ ແລະ ບົມໃຫຍ່ປະມານ 4 ລ້ານໜ່ວຍມາຖິ້ມ
ໃສ່ປະເທດລາວ ເຊິ່ງນັກການທະຫານ ໄດ້ວິເຄາະວ່າ: ມາຮອດປັດຈຸບັນປະມານ 30% ຫຼື ປະມານ 80 ລ້ານ ໜ່ວຍຍັງບໍ່ທັນແຕກ ແລະ ຕົກຄ້າງ ໃນເນື້ອ
ທີ່ 2/3 ຂອງປະເທດລາວ ເຖິງແມ່ນວ່າສົງ ຄາມຈະຢຸດຕິລົງ ແລ້ວແຕ່ລະເບີດດັ່ງກ່າວຍັງສືບ ຕໍ່ທໍາລາຍຊີວິດຂອງປະຊາຊົນ ຕະຫຼອດມາ ເຊິ່ງແຕ່ລະປີມີຜູ້ໄດ້
ຮັບເຄາະຮ້າຍ ແລະ ເສຍຊີວິດເປັນ ຈຳນວນຫຼາຍຈາກລະເບີດທີ່ບໍ່ທັນ ແຕກຈາກສົງຄາມ ລວມທັງເດັກນ້ອຍ, ແມ່ຍິງ ແລະ ຜູ້ເຖົ້າ ເຊິ່ງໄດ້ເປັນອຸປະສັກອັນ
ໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ການດໍາລົງຊີວິດຂອງປະຊາຊົນລາວ ໂດຍສະເພາະຊາວເມືອງນາກາຍ ແຂວງຄໍາມ່ວນ ສະນັ້ນ, ສອງກຳ
ລັງປະກອບອາວຸດ ຈຶ່ງໄດ້ຂໍອະນຸມັດຈາກລັດຖະບານສອງປະເທດ ລາວ-ຣັດເຊຍ ມາຊ່ວຍກວດກູ້ລະເບີດບໍ່ທັນແຕກຕົກຄ້າງ ຢູ່ເມືອງນາກາຍ ແຂວງຄຳ
ມ່ວນ ເພື່ອປະກອບສ່ວນແກ້ໄຂບັນຫາ ລະເບີດບໍ່ທັນແຕກ ແລະ ປົດປ່ອຍ ເນື້ອທີ່ທໍາການຜະລິດໃຫ້ປະຊາຊົນບັນດາເຜົ່າ ພ້ອມກັນດຳລົງ ຊີວິດປາສະຈາກ
ອັນຕະລາຍຈາກ ລູກລະເບີດບໍ່ທັນແຕກ, ຄຽງຄູ່ກັນ ນັ້ນ, ຍັງເປັນການປະກອບສ່ວນ ສຳຄັນເຂົ້າໃນການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດ ສະຫວັດ ແຫ່ງ
ການພັດທະນາ ຂອງລັດຖະບານ ແນໃສ່ລົບລ້າງຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃຫ້ໄດ້ ປີ 2030.

     ຈາກນັ້ນການນໍາແຂວງໆຄໍາມ່ວນ, ການນໍາສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຢ້ຽມຊົມການວາງສະ
ແດງເຄື່ອງຈັກ, ອຸປະກອນກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ, ອຸປະກອນປ້ອງກັນສະເກັດລະເບີດ ພ້ອມທັງຮັບຊົມການສາທິດ ການກວດກູ້ລະເບີດ
ທີ່ບໍ່ທັນແຕກຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/11/2021