ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ
ຂອງບັນດາອົງການ-ກົມກອງເຂດໃຈກາງປະຈຳໄຕມາດ IV ປີ 2017

     ໃນວັນທີ 20 ທັນວາ 2017 ນີ້, ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມສ່ອງແສງວຽກງານຮອບດ້ານຂອງບັນດາອົງ
ການ-ກົມກອງເຂດໃຈກາງປະຈຳໄຕມາດ IV ປະຈຳປີ 2017, ໃຫ້ກຽດເປັນປະທານຂອງ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກ
ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຜູ້ຕາງໜ້າຄະນະພັກ-ຄະນະບັນຊາບັນດາອົງການກົມກອງເຂດໃຈກາງ 15 ພາກສ່ວນ
ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານ
ຂອງບັນດາອົງການ-ກົມກອງເຂດໃຈກາງປະຈຳໄຕມາດ IV ປີ 2017

     ໂອກາດດັ່ງກ່າວພາຍຫຼັງທີ່ໄດ້ຮັບຟັງການລາຍງານສະພາບການ ແລະ ການຈັດຕັ້ງນຳພາວຽກງານໃນໄລຍະຜ່ານມາຈາກແຕ່ລະພາກສ່ວນແລ້ວ, ສະ
ຫາຍປະທານກໍໄດ້ມີຄຳເຫັນພ້ອມທັງເນັ້ນໜັກບາງບັນຫາທີ່ຕ້ອງໄດ້ ເອົາໃຈໃສ່ ເຊິ່ງທ່ານປະທານໄດ້ຍ້ອງຍໍຊົມເຊີຍບັນດາກົມກອງທີ່ຍົກສູງຄວາມຮັບຜິດ
ຊອບໃນໜ້າທີ່ວຽກງານ ຈາກນັ້ນກໍໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນສືບຕໍ່ກວດກາ ແລະ ສະກັດກັ້ນປາກົດການທີ່ກ່ໍໃຫ້ເກີດສິ່ງທີ່ຜິດກົດໝາຍ, ເພື່ອຫັນ
ການຄຸ້ມຄອງລັດໄປສູ່ລະບຽບກົດໝາຍ, ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປາ
ກົດຜົນເປັນຈິງ, ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ເພື່ອເຮັດໃຫ້ສະພາບມີຄວາມສະຫງົບຕ້ອງຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ຕິດ
ພັນກັບການພັດທະນາເສດຖະກິດ ແລະ ສືບຕໍ່ສຶກສາອົບຮົມວຽກງານການເມືອງນຳພາແນວຄິດຢ່າງຕໍ່ເນື່ອງ, ດ້ວຍການສ້າງຂະບວນການຕ່າງໆເພື່ອຕ້ອນ
ຮັບວັນສຳຄັນຕ່າງໆຂອງຊາດ, ຂອງກອງທັບໃຫ້ຟົດຟື້ນແຂງແຮງ ແລະ ມີຄວາມໝາຍຄວາມສຳຄັນເລິກເຊິ່ງ.