ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ໂອນການຄຸ້ມຄອງ ນາຍ ແລະ ພົນທະຫານ, ພົນຕຳຫຼວດທີ່ໄດ້ຮັບ
ນະໂຍບາຍອຸດໜູນບຳນານເສຍອົງຄະຄືນ​ໃຫ້ ກະຊວງ ປກຊ-ປກສ


     ພິທີມອບ-ໂອນການຄຸ້ມຄອງ ນາຍ ແລະ ພົນທະຫານ ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້
ຮົບລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມກັບ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 24 ມັງ
ກອນ 2020 ນີ້ ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ
ກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະຫາຍ ພົນຕີ ປອ ສົມ
ຫວັງ ທຳມາສິດ ຮອງລັດຖະມົນຕີ ກະຊວງ ປກສ ມີບັນດາຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການ ສູນກາງພັກ, ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ,
ສະຫະພັນນັກຮົບເກົ່າແຫ່ງຊາດ, ກະຊວງພາຍໃນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ບັນດາຄະນະກົມ, ຄະນະພະແນກ ອອ້ມຂ້າງກະຊວງແຮງງານ ແລະ
ສະຫວັດດີການສັງຄົມເຂົ້າຮ່ວມ.

     ໃນພິທີ ສະຫາຍ ຄຳຂານ ພິນ ສະຫວັນ ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະເລ
ຂາທິການສູນກາງພັກສະບັບ ເລກທີ 189/ຄລສພ, ລົງວັນທີ 26 ທັນວາ 2018 ແລະ ຂໍ້ຕົກລົງ ວ່າດ້ວຍການມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ ສະບັບ
ເລກທີ 0202/ຮສສ ລົງ ວັນທີ 22 ມັງກອງ 2020, ຂໍ້ຕົກລົງວ່າດ້ວຍການ ມອບ-ໂອນ ການຄຸ້ມຄອງນາຍ ແລະ ພົນຕຳຫຼວດ ສະບັບເລກທີ 0201/ຮສສ ລົງວັນ ທີ 22
ມັງກອນ 2020 ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການ
ມອບ-ໂອນ ການຄຸ້ມຄອງນາຍ ແລະ ພົນທະຫານ, ຈາກ ກະຊວງປ້ອງກັນປະເທດ ໃນປີ 1993 ແລະ ໄດ້ຮັບການມອບ-ໂອນ ນາຍ ແລະ ພົນຕໍາຫຼວດຈາກ ກະຊວງປ້ອງກັນ
ຄວາມສະຫງົບ ໃນປີ 2010 ນັ້ນມອບ-ໂອນ ຄືນໃຫ້ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຮັບຜິດຊອບຄຸ້ມຄອງດູແລຕໍ່ໄປ. ທັງນີ້ກໍເພື່ອເປັນການ
ແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງດູແລໂດຍກົງຮອບດ້ານ ໃນການປະຕິບັດນະໂຍບາຍໃນໄລຍະໃໝ່. ໃນນີ້ມີຈຳນວນນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳ
ຫຼວດບໍານານ-ເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບພ້ອມດ້ວຍຜູ້ຮັບອຸດໜູນສະມາຊິກຄອບຄົວ ຈຳນວນ 8.171 ຄົນ ລວມທັງ 12 ສູນເສຍອົງຄະທົ່ວປະ
ເທດ, ລູກພະນັກງານບຳນານ ແລະ ເສຍອົງຄະ ທີ່ຍັງບໍ່ທັນພົ້ນກະສຽນ ຈຳນວນ 1.130 ຄົນ ລວມທັງລູກ ພະນັກງານບໍານານ ແລະ ເສຍອົງຄະທີ່ຍັງບໍ່ທັນພົ້ນກະສຽນ,
ເສຍ ອົງຄະພິເສດ, ຜູ້ດູແລຜູ້ເສຍອົງ ຄະພິເສດ, ພະນັກງານ-ລັດຖະກອນທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຄຸ້ມຄອງຜ່ານມາ ຢູ່ໃນ 12 ສູນເສຍອົງຄະ ທົ່ວ
ປະເທດມີດັ່ງນີ້: ສູນເສຍອົງຄະພິເສດ 790 ມີທັງໝົດ 174 ຄົນ ຍິງ 94 ຄົນ, ສູນພັດທະນາຜູ້ເສຍອົງຄະ 489 ມີທັງໝົດ 148 ຄົນ, ຍິງ 49 ຄົນ, ສູນອົງຄະທຽມ ແລະ
ຟື້ນຟູສະມັດຕະພາບ 686 ມີທັງໝົດ 103 ຄົນ, ຍິງ 26 ຄົນ, ສູນເສຍອົງຄະ 19 ເມືອງງອຍ ແຂວງ ຫຼວງພະບາງ ມີທັງໝົດ 103 ຄົນ, ຍິງ 62 ຄົນ, ສູນເສຍອົງຄະ 598
ເມືອງນານ ແຂວງ ຫຼວງພະບາງ ມີທັງໝົດ 62 ຄົນ, ຍິງ 5 ຄົນ, ໃນພິທີຍັງໄດ້ມີການເຊັນບົດບັນທຶກມອບ-ໂອນ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ກັບ ກະຊວງປ້ອງກັນປະເທດ ແລະ ກະ ຊວງປ້ອງກັນຄວາມສະຫງົບຕື່ມອີກ.