ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມວຽກງານປ້ອງກັນຊາດປະຈຳປີ 2021


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະ​ທານ

     ກອງປະຊຸມວຽກງານປ້ອງກັນຊາດປະຈຳປີ 2021 ໄດ້ດຳເນີນມາເປັນເວລາ 2 ວັນ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ຄວາມຮັບຜິດຊອບ
ສູງຂອງບັນດາສະຫາຍຜູ້ແທນ, ກອງປະຊຸມດັ່ງກ່າວ ​ໄດ້ສຳເລັດລົງ ຕາມຈຸດປະສົງຄາດໝາຍ ໃນວັນທີ 26 ມັງກອນ 2022 ນີ້.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ
ໄດ້ສະຫຼຸບຄືນຜ່ານການດຳເນີນກອງປະຊຸມ ໃນໄລຍະ 2 ວັນຜ່ານມາ ໂດຍວາລະດຳເນີນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າຕີລາຄາຄືນສະພາບ
ການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ໃນ ປີ 2021 ທີ່ຜ່ານມາ ກໍຄືການເຄື່ອນໄຫວ ປັບປຸງກໍ່ສ້າງກຳລັງທາງດ້ານການເມືອງ-
ແນວຄິດ ແລະ ການຈັດຕັ້ງ, ການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງທ້ອງຖິ່ນ, ການຍົກສູງບົດບາດການນໍາພາຂອງພັກ, ການປະຕິບັດໜ້າທີ່ຂອງ
ບັນດາການຈັດຕັ້ງ, ເວົ້າສະເພາະແມ່ນການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ໂດຍໄດ້ສຸມໃສ່ຄົ້ນຄວ້າ
ປະກອບຄຳຄິດເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມ ເຊິ່ງຍົກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ ທີ່ເຮັດສຳເລັດ, ຈຸດອ່ອນທີ່ຍັງຄົງຄ້າງ, ວິທີການແກ້ໄຂ ແລະ
ເອກະພາບຕໍ່ທິດທາງວຽກງານຈຸດສຸມໃນປີ 2022 ເພື່ອສືບຕໍ່ກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.

     ພ້ອມນີ້ຍັງໄດ້ຍົກໃຫ້ເຫັນສະພາບການ ຂອງໂລກ ແລະ ພາກພື້ນ ກໍຄືປະເທດເຮົາທີ່ພວມຜັນແປໄປຢ່າງສັບຊ້ອນ, ແລະ  ບັນຫາທີ່ຕ້ອງໄດ້ເອົາໃຈໃສ່
ໃນຕໍ່ໜ້າ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຈຸດສຸມໃນ ປີ 2022 ເປັນຕົ້ນແມ່ນ ການສະກັດກັ້ນ ແລະ ຕ້ານທຸກກົນອຸບາຍຫັນປ່ຽນໂດຍ
ສັນຕິ ຂອງພວກອິດທິກຳລັງປໍລະປັກ ທີ່ຫວັງຈະທັບມ້າງລະບອບໃໝ່ ຂອງພວກເຮົາ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນ
ຮອບດ້ານຂອງພັກ, ປົກປັກສັກສາລະບອບໃໝ່ ປະຊາທິປະໄຕປະຊາຊົນ ໄວ້ໃຫ້ໝັ້ນຄົງຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ,
ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງກຳລັງຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍ
ສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ, ບັນດາຈຸດສຸມຂອງກະຊວງ, ສົມທົບແໜ້ນ 3 ດ້ານ ໄປພ້ອມໆກັນ ( ດ້ານການເມືອງ, ເສດຖະກິດ ແລະ
ການທະຫານ ) ປັບປຸງລະບົບການຈັດຕັ້ງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ ໃນທຸກດ້ານ, ພ້ອມກັນຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວ
ຕອບຕ້ານທຸກການເຄື່ອນໄຫວຂອງ ສັດຕູຢ່າງທັນການ, ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ດ້ວຍມາດ
ຕະການແກ້ໄຂຄ່ອງແຄ້ວ ເກັບກຳສະພາບປະຊາຊົນຈັດຕັ້ງກໍາລັງປະຈໍາຢູ່ແຕ່ລະບ້ານ, ປັບປຸງອົງການປົກຄອງຂັ້ນຮາກຖານ ໃຫ້ໜັກແໜ້ນ ເຂັ້ມແຂງ ຕັ້ງໜ້າ
ສຶກສາອົບຮົມການເມືອງ-ແນວຄິດ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນ ໃນເງື່ອນໄຂໃໝ່​ໃນການສຶກສາອົບຮົມການເມືອງ-ແນວ
ຄິດຕ້ອງແຫຼມຄົມ, ເຮັດດ້ວຍ ຫຼາຍຮູບຫຼາຍສີ, ຫຼາຍວິທີການ ແລະ ມີເນື້ອໃນອຸດົມສົມບູນ, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບ
ກົດໝາຍຂອງພັກ-ລັດ ຢ່າງເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງຢ່າງແທ້ຈິງ, ພ້ອມນັ້ນກໍຊຸກຍູ້ຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນ
ບຸນສໍາຄັນຕ່າງໆ ຂອງຊາດ ໃຫ້ມີຂະບວນການກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບ ໃຫ້ເຂັ້ມແຂງຮອບດ້ານ, ເພີ່ມ
ທະວີການນໍາພາ ຂອງພັກຕໍ່ກໍາລັງປະກອບອາວຸດ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງໃຫ້ກາຍເປັນກົມກອງວັດທະ
ນະທຳ, ນັກຮົບວັດທະນະທໍາໃຫ້ມີຄຸນນະພາບ ເເລະ ສ້າງພະນັກງານສືບທອດປ່ຽນແທນ ໃຫ້ຄົບເງື່ອນໄຂມາດຖານ 3 ຮຸ່ນ, ເອົາໃຈໃສ່ຄົ້ນຄວ້າໂຄງການ-
ຫຼັກສູດການຮຽນ-ການສອນ, ໃຫ້ແກ່ໂຄງການກໍ່ສ້າງ-ບໍາລຸງຢູ່ບັນດາສະຖາບັນການສຶກສາ, ວຽກງານອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນຂອງ
ກອງທັບ ໃຫ້ມີຄຸນນະພາບຕິດແທດ ກັບໜ້າທີ່ການເມືອງ ຂອງກອງທັບ ໃນໄລຍະໃໝ່, ພ້ອມນັ້ນການລະດົມພົນ ແລະ ການແກ້ໄຂຈໍານວນພົນ ແມ່ນໃຫ້
ປະຕິບັດຖືກຕ້ອງຕາມລະບຽບຫຼັກການ ແລະ ຂໍ້ກໍານົດຂອງກອງທັບ, ຄຽງຄູ່ກັນນັ້ນ ກໍເອົາໃຈໃສ່ສ້າງພະລາທິການ ກັບທີ່ເປັນຕົ້ນແມ່ນຮັບປະກັນ ໃຫ້ໄດ້
ດ້ານສະບຽງອາຫານ, ການຈັດຕັ້ງລ້ຽງດູທັບ, ຮັບປະກັນເງິນເດືອນ-ເງິນກິນ, ດ້ານເຄື່ອງນຸ່ງຫົ່ມ, ນ້ຳມັນເຊື້ອໄຟ, ຢາປົວພະຍາດ, ການຈັດຊື້-ຈັດຫາ, ວຽກ
ງານຂົນສົ່ງ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະສິກໍາ ຂັ້ນກະຊວງ ແລະ ຂອງບັນດາກົມກອງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງທະຫານ
ໃຫ້ດີຂຶ້ນ, ທັງຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ກະຊວງ ແລະ ກົມກອງ, ເປັນເຈົ້າການປົກ ປັກຮັກສາ ແລະ ບົວລະບັດຜັດເຊັດພາຫະນະເຕັກນິກ, ອາ
ວຸດ-ກະສູນໃຫ້ດີ, ປັບປຸງຄືນລະບົບສາງຄັງເກັບມ້ຽນເອກະສານນິຕິກໍາໃນການຄຸ້ມຄອງ-ນໍາໃຊ້ໃຫ້ເຂົ້າສູ່ລະບົບ, ຮັບປະກັນຄຸນນະພາບ ແລະ ຕິດຕາມ
ແຜນການດັດແປງພາຫະນະ-ເຕັກນິກ, ຜະລິດເຄື່ອງອາໄຫຼ່, ສ້ອມແປງພາຫະນະໃຫ້ສໍາເລັດຕາມແຜນການ, ຕ້ອງເຊື່ອມຊຶມກໍາແໜ້ນ ແລະ ປະຕິບັດແນວ
ທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບ ຂອງບັນດາປະເທດ ອ້າຍນ້ອງ, ເພື່ອນມິດຍຸດທະສາດ ແລະ ເພື່ອນ
ມິດໃກ້ຄຽງ ແລະ ໃນໂລກ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບພາກພື້ນ ແລະ ສາກົນ ທັງໝົດນີ້ ກໍ
ເພື່ອເປັນທິດທາງໃຫ້ແກ່ບັນດາສະຫາຍ ນໍາໄປຈັດຕັ້ງປະຕິບັດຢູ່ບັນດາກົມກອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າບຸກບືນເປັນເຈົ້າການ ໃນການ
ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນປີ 2022 ໃຫ້ສໍາເລັດຕາມແຜນການ, ເຮັດໃຫ້ທຸກຂົງເຂດວຽກງານມີການ
ຫັນປ່ຽນທີ່ກ້າວໜ້າ ແລະ ໂດດເດັ່ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/01/2022