ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍ້ອງຍໍບັ້ນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29

     ກະຊວງປ້ອງກັນປະເທດໄດ້ຈັດຕັ້ງປະດັບຫຼຽນໄຊ, ຫຼຽນກາ ແລະມອບໃບຍ້ອງຍໍປະເພດຕ່າງໆໃຫ້ແກ່ ພະນັກງານ-ນັກຮົບທີ່ຮັບໃຊ້ໃຫ້ແກ່ກອງປະຊຸມ
ສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ສປປ ລາວ ຂອງພວກເຮົາໄດ້ຮັບກຽດເປັນເຈົ້າພາບໃນທ້າຍປີ 2016 ທີ່ຜ່ານມາ, ພິທີຍ້ອງຍໍດັ່ງກ່າວຈັດຂຶ້ນໃນຕອນ
ເຊົ້າໃນວັນທີ 24ກຸມພາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ
ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຕາງໜ້າ 4 ກົມ
ໃຫຍ່, ຄະນະພັກ-ຄະນະບັນຊາ, ຕະຫຼອດພະນັກງານ-ນັກຮົບໃນກຳລັງປ້ອງກັນຊາດຜູ້ທີ່ມີຜົນງານປະກອບສ່ວນຮັບໃຊ້ກອງປະຊຸມດັ່ງກ່າວເຂົ້າຮ່ວມ.

                  
                                                                                         ພົນຕີ ສຸວອນ ເລືອງບຸນມີ ໃຫ້ກຽດປະດັບຫຼຽນໄຊ, ຫຼຽນກາແລະໃບຍ້ອງຍໍ

     ພັນເອກ ວັນລະວົງ ນັນທະວົງ ຮອງຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການ
ປະດັບຫຼຽນໄຊແຮງງານ ຊັ້ນ II, III ໃຫ້ແກ່ພະນັກງານ-ນັກຮົບກະຊວງປ້ອງກັນປະເທດ, ໃນນີ້ຕົກລົງປະດັບຫຼຽນໄຊແຮງງານ ຊັ້ນ II ມີ 307 ສະຫາຍ, ກັບ
8 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ມີ 656 ສະຫາຍ, ກັບ 5 ກົມກອງ, ຫຼຽນກາແຮງງານ ມີ 792 ສະຫາຍ, ຫຼຽນໄຊພິ ລະອາດຫານຂອງກະຊວງປ້ອງ
ກັນປະເທດມີ 287 ສະຫາຍ, ກັບ 13 ກົມກອງ, ພິລະອາດຫານ ຊັ້ນ III ມີ 520 ສະຫາຍ, ກັບ 4 ກົມກອງ, ໃບຍ້ອງຍໍຂອງລັດຖະບານ ຈຳນວນ 317
ສະຫາຍ, ໃບຍ້ອງຍໍກະຊວງປ້ອງ ກັນປະເທດ ຈຳນວນ 549 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈຳນວນ 853 ສະຫາຍ.