ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 279 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2016

     ໃນວັນທີ 22 ກຸມພາ 2017 ນີ້, ກອງພັນໃຫຍ່ 279 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2016 ແລະແຜນການສູ້ຊົນ ປະຈຳປີ 2017. ໂດຍການ
ເປັນປະທານຂອງ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການທະຫານກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດພະ
ນັກງານຫຼັກແຫຼ່ງໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

                  
                                                                                  ພັນເອກ ເມກສະຫວັນ ແກ້ວດວງດີ ເປັນປະທານສະຫຼຸບວຽກງານຮອບດ້ານປະຈຳປີ 2016

     ການສະຫຼຸບໃນຄັ້ງນີ້ ແມ່ນໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນທີ່ກົມກອງຍາດມາໄດ້ ແລະໄດ້ຖືສຳຄັນຕົ້ນຕໍແມ່ນການສຶກສາອົບຮົມ
ການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກົມກອງຂອງຕົນເປັນປົກກະຕິ ແລະເຂົ້າໃຈຢ່າງຈະແຈ້ງຕໍ່ໜ້າທີ່ການເມືອງຂອງກົມກອງຂອງ
ຕົນທີ່ມີສ່ວນຮ່ວມເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມສົມທົບກັບການຫັນລົງເຮັດວຽກງານກໍ່ສ້າງຮາກຖານການເມືອງໃນຂອບ
ເຂດກົມກອງຕັ້ງທັບຢູ່ 18 ໝູ່ບ້ານ ໃນ 4 ຕົວເມືອງຢູ່ໃນນະຄອນຫຼວງວຽງຈັນ ເຊິ່ງຕ້ານໄດ້ປາກົດການຫຍໍ້ທໍ້ຕ່າງໆ, ພ້ອມນັ້ນຍັງໄດ້ປ້ອງກັນແຂກພາຍ
ໃນ ແລະຕ່າງປະເທດ, ກອງປະຊຸມຕ່າງໆ, ປ້ອງ ກັນລົດເມສາຍເໜືອ, ປ້ອງກັນງານຕ່າງໆ ສາມາດເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະ
ຫງົບປອດໄພ 100%.

     ຈາກຜົນງານດັ່ງກ່າວ ໃນ 1 ປີຜ່ານມາ ພະນັກງານ-ນັກຮົບຍັງໄດ້ຮັບການຍ້ອງຍໍຜົນງານປະເພດຕ່າງໆ ເປັນຕົ້ນໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ III
ບຸກຄົນ 1 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ບຸກຄົນ 4 ສະຫາຍ, ຫຼຽນກາແຮງງານບຸກຄົນ 11 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດບຸກຄົນ 9
ສະຫາຍ, ພ້ອມນັ້ນຍັງໄດ້ວາງທິດທາງແຜນການການສູ້ຊົນ ປະຈຳປີ 2017 ອີກດ້ວຍ, ພ້ອມກັນປະຕິບັດສຸມໃສ່ປະຕິບັດຄາດ ໝາຍສູ້ຊົນແຕ່ລະດ້ານໃຫ້
ບັນລຸຕາມເປົ້າໝາຍທີ່ວາງໄວ້ໃຫ້ປາກົດຜົນເປັນຈິງ.