ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດນຳໃຊ້ຫ້ອງການຫຼັງໃໝ່ຂອງກອງພັນ 13 ທີ່ຂຶ້ນກັບກອງພົນທີ 1

     ກອງພົນທີ 1 ໄດ້ຈັດພິທີເປີດນໍາໃຊ້ຫ້ອງການຫຼັງໃໝ່ຂອງກອງພັນ 13 ໃນວັນທີ 23 ກຸມພາ 2018 ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ສຸ
ວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກກະຊວງ
ປ້ອງກັນປະເທດ, ມີບັນດາກົມທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພະແນກການຕ່າງໆ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພັນ
13 ເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມພິທີເປີດນຳໃຊ້ຫ້ອງການຫຼັງໃໝ່ຂອງກອງພັນ 13 ທີ່ຂຶ້ນກັບກອງພົນທີ 1

     ໃນພິທີ ທ່ານ ພົນຈັດຕະວາ ລໍາພອນ ນົນຈັນທະວົງ ຄະນະພັກກົມໃຫຍ່ພະລາທິການກອງທັບ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ໄດ້ຂຶ້ນກ່າວມອບ
ໂຄງການກໍ່ສ້າງຫ້ອງການຫຼັງໃໝ່ຂອງກອງພັນ 13 ໃຫ້ກອງພົນທີ 1 ໂດຍສະເພາະກໍແມ່ນຄະນະພັກ-ຄະນະບັນຊາກອງພັນ 13 ໄດ້ນໍາໃຊ້ຢ່າງເປັນທາງການ.
ໂຄງການດັ່ງກ່າວແມ່ນກົມກໍ່ສ້າງ-ຄຸ້ມຄອງຊັບສິນເປັນຜູ້ສໍາຫຼວດ ແລະ ອອກແບບແຜນຜັງທັງໝົດເປັນເຮືອນກໍ່ຊັ້ນດຽວແບບຖາວອນ; ໂຄງສ້າງເຮັດດ້ວຍ
ເບຕົງເສີມເຫຼັກ, ພື້ນປູດ້ວຍກະໂລ້, ຝາກໍ່ດ້ວຍດິນຈີ່, ໂຄງສ້າງຫຼັງຄາເຫຼັກມຸງດ້ວຍກະເບື້ອງ, ມີລະບົບໄຟຟ້າ, ນໍ້າລິນ ແລະ ເຄື່ອງເຟີນີເຈີຄົບຊຸດ. ໂຄງການ
ກໍ່ສ້າງດັ່ງກ່າວແມ່ນໄດ້ລົງມືກໍ່ສ້າງເລີ່ມແຕ່ວັນທີ 26 ກຸມພາ 2015 ເປັນຕົ້ນມາ ໄລຍະທີ 1 ແມ່ນກົມກອງກຸ້ມຕົນເອງດ້ານວິຊາການ ແລະ ກໍາມະກອນ
ກໍ່ສ້າງ, ໄລຍະທີ 2 ແມ່ນໄດ້ມອບໃຫ້ບໍລິສັດຍອດຈະເລີນກໍ່ສ້າງຈໍາກັດຜູ້ດຽວເປັນຜູ້ດໍາເນີນການກໍ່ສ້າງຕໍ່-ໄລຍະເວລາກໍ່ສ້າງແມ່ນ 3 ປີ ເຊິ່ງໄດ້ນໍາໃຊ້ທຶນ
ກໍ່ສ້າງຈາກກະຊວງໂດຍກົງລວມມູນຄ່າການກໍ່ສ້າງທັງໝົດ 27.498.165.000 ກີບ. ມາຮອດວັນທີ 16 ກຸມພາ 2018 ແມ່ນໄດ້ສໍາເລັດ 100% ແລະ
ໄດ້ຈັດຕັ້ງພິທີເປີດນໍາໃຊ້ຢ່າງເປັນທາງການ.

     ໃນຕອນທ້າຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພາກສ່ວນຕ່າງໆທີ່ໄດ້ເອົາໃຈໃສ່ດໍາເນີນການກໍ່ສ້າງຈົນສໍາ
ເລັດດ້ວຍຄຸນນະພາບອັນດີ, ພ້ອມນັ້ນພາກສ່ວນຕ່າງໆທີ່ກ່ຽວຂ້ອງກໍໄດ້ລົງກວດກາ ແລະ ຢ້ຽມຊົມຫ້ອງການຫຼັງໃໝ່ຂອງກອງພັນ 13 ຢ່າງທົ່ວເຖິງ ແລະ
ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາກອງພົນທີ 1 ໂດຍສະເພາະແມ່ນຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພັນ 13 ພາຍຫຼັງເປີດນໍາໃຊ້ຫ້ອງ
ການຫຼັງໃໝ່ຢ່າງເປັນທາງການແລ້ວຕ້ອງຍົກສູງນໍ້າໃຈຄວາມຮັບຜິດຊອບ, ເປັນເຈົ້າການປົກປັກຮັກສາ, ບົວລະບັດຄຸ້ມຄອງອາຄານດັ່ງກ່າວໃຫ້ດີ ແລະ
ພ້ອມກັນນໍາໃຊ້ໃຫ້ໄດ້ຍາວນານ.