ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ
ເຂດພາກກາງ ປະຈຳໄຕມາດ 1 ປີ 2017

     ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງທົ່ວກອງທັບ, ເຂດພາກກາງປະຈຳໄຕມາດ 1 ປີ 2017 ທີ່ກອງບັນຊາການທະຫານແຂວງ ບໍ
ລິຄຳໄຊ ເປັນເຈົ້າພາບໄດ້ຈັດຂຶ້ນໃນວັນທີ 20 ມີນານີ້, ໂດຍການ ເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະພັກກະຊວງ, ຄະນະ
ປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາຈາກ 10 ກົມກອງທົ່ວເຂດພາກກາງເຂົ້າ ຮ່ວມ.


ພົນຕີ ອ່ອນສີ ແສນສຸກ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງທົ່ວກອງທັບ

     ໃນກອງປະຊຸມແຕ່ລະກົມກອງ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂົງເຂດວຽກງານພັກ-ວຽກ
ງານການເມືອງຂອງຕົນຕໍ່ກອງປະຊຸມ ເປັນຕົ້ນແມ່ນການສຶກສາ ອົບຮົມການເມືອງນຳພາແນວຄິດ, ການສ້າງກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ, ແບບ
ແຜນການນຳພາຂອງຄະນະພັກ, ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ ດ້ານອ່ອນຂໍ້ຄົງຄ້າງ ແລະວິທີການແກ້ໄຂໃນໄຕມາດຕໍ່ໄປ. ໂອກາດນີ້ ກອງປະຊຸມໄດ້ຮັບຟັງ
ການໂອ້ລົມ ແລະໃຫ້ທິດຊີ້ນຳບາງບັນຫາທີ່ສຳຄັນຈາກທ່ານປະທານກອງປະຊຸມ, ເຊິ່ງທ່ານຍັງຮຽກຮ້ອງທຸກກົມກອງໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ
ນຳພາແນວຄິດເປັນກົກ ຖືເອົາວຽກງານວິຊາສະເພາະເປັນສຳຄັນ ເພື່ອຍົກສູງນ້ຳໃຈຮັບຜິດຊອບຂອງພະນັກງານ-ນັກຮົບທີ່ກຳແໜ້ນພາລະບົດບາດ, ສິດ
ແລະໜ້າທີ່ຂອງຕົນ.