ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຜົນ​ການຮ່ວມມືກວດ​ກູ້ ແລະ ທໍາລາຍລະ​ເບີດ​ບໍ່​ທັນ​ແຕກ
ທີ່ສະໜາມບິນທົ່ງໄຫຫີນ ແຂວງ ຊຽງຂວາງ ປະຈໍາສົກປີ 2019-2020


ພິທີສະຫຼຸບຜົນ​ການ​ຮ່ວມມື​ກວດ​ກູ້ ​ແລະ ທຳລາຍ ລບຕ ລະ​ຫວ່າງ ກປສ ລາວ ​ແລະ ກປທ ປະຈຳ​ປີ 2019-202​0

     ພາຍຫຼັງສໍາເລັດການສັງເກດການທໍາລາຍລະເບີດບໍທັນແຕກ (ລບຕ) ທີ່ສະໜາມທຳລາຍ ລບຕ ຂອງກອງພັນໃຫຍ່ 702, ບັນດາຜູ້ແທນໄດ້ສືບຕໍ່ເຂົ້າຮ່ວມ ພິທີສະ
ຫຼຸບຜົນການຮ່ວມມືກັບກອງທັບ ຣັດເຊຍ ໃນການກວດກູ້ ແລະ ທໍາລາຍ ລບຕ ທີ່ສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ປະຈໍາສົກປີ 2019-2020 ໄດ້ຈັດຂຶ້ນທີ່ ໂຮງ
ແຮມຊຽງຂວາງວິວ ໃນວັນ ທີ 26 ມີນາ ນີ້, ພາຍໃຕ້ການເປັນ ປະທານຮ່ວມຂອງ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າຄະ
ນະຊີ້ນໍາການຮ່ວມມືກັບກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ກ່ຽວກັບການກວດກູ້ ແລະ ທໍາລາຍ ລບຕ, ສະຫາຍ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ແລະ ສະ
ຫາຍ ພັນເອກ ອັນເດຣ ລິນຄາເຊບ ທີ່ປຶກສາທູດປ້ອງກັນຊາດແຫ່ງ ສ ຣັດເຊຍ ປະຈຳລາວ, ມີບັນດາຜູ້ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ,
ຄະນະປົກຄອງ ແຂວງ, ຄະນະພັກ-ຄະນະບັນຊາ ກົມກອງກໍາລັງຫຼວງ, ກໍາລັງທ້ອງຖິ່ນແຂວງຊຽງຂວາງ, ແຂກຖືກເຊີນ, ຄະນະອະນຸກໍາມະການຮັບຜິດຊອບວຽກງານຮ່ວມ
ມືໃນແຕ່ລະດ້ານຂອງທັງສອງຝ່າຍເຂົ້າຮ່ວມ.

     ສະຫາຍ ພັນເອກ ປາດຖະໜາ ວຸດທິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດຊອບເນື້ອໃນ ແລະ ແຜນການໄດ້ລາຍງານຜົນສໍາເລັດ
ວຽກງານຮອບດ້ານ ໃນການຮ່ວມມືກັບກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ກວດກູ້ ແລະ ທໍາລາຍ ລບຕ ທີ່ສະໜາມບິນທົ່ງໄຫຫີນ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ຜ່ານ
ການຮ່ວມມືປະຕິບັດງານພາກສະໜາມກວດກູ້ ແລະ ທໍາລາຍ ລບຕ ເລີ່ມແຕ່ວັນທີ 28 ຕຸລາ 2019 ເຖິງ ວັນທີ 20 ມີນາ 2020 ໃນບໍລິເວນໄດ້ຮັບການຢັ້ງຢືນຄຸນນະ
ພາບເປັນພື້ນທີ່ສໍາເລັດການກວດກູ້ ລບຕ ຈາກຫ້ອງການຄະນະກຳມະການແຫ່ງຊາດ ເພື່ອເກັບກູ້ ລບຕ (ຄຊກລ) ເນື້ອ ທີ່ທັງໝົດ 104.093,5 ຕາແມັດ ໄດ້ກວດພົບ
ແລະ ທໍາລາຍ ລບຕ ທັງໝົດ 836 ໜ່ວຍ ໃນນັ້ນ, ປະເພດລະເບີດລູກຫວ່ານທໍາລາຍກັບທີ່ ຈໍານວນ 111 ໜ່ວຍ, ປະເພດສັນພາວຸດທັງໝົດ 725 ໜ່ວຍ ໃນນີ້,ທໍາ
ລາຍກັບທີ່ຈໍານວນ 423 ໜ່ວຍ ແລະ ເຄື່ອນຍ້າຍໄປທໍາລາຍຢູ່ສະໜາມທີ່ໄດ້ກໍານົດຈໍານວນ 302 ໜ່ວຍ. ຊະນິດ ລບຕ ແລະ ສັນພາວຸດຕ່າງໆ ມີດັ່ງນີ້: ບົມບີ BLU
26, BLU 61, ລູກປືນ 12,7 ມມ, 20 ມມ, 23 ມມ, 37 ມມ, 40 ມມ, 57 ມມ, 75 ມມ, 76 ມມ, 85 ມມ, 105, ມມ, 106 ມມ, 122 ມມ, 155 ມມ, ລູກ
ປືນ-ຟິວ ຄົກ 50 ມມ, 60 ມມ, 81 ມມ, ລູກຈະຫຼວດ 2,75 ນີ້ວ, ລູກຈະຫຼວດ 3,5 ນີ້ວ,ມິນ M 14, ລະເບີດມື M 26, M 33, MK 3A2, ລະເບີດປາຍປືນ M 9,
ບົມ 04 ປອນ, 20 ປອນ ແລະ ບົມ MK 82 (500 ປອນ).

     ໃນໂອກາດນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຕາງໜ້າການນໍາ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ​ໄດ້ປະດັບຫຼຽນໄຊພິລະອາດຫານ, ຫຼຽນກາມິດຕະພາບ
ແລະ ມອບໃບຍ້ອງຍໍປະເພດຕ່າງໆ ໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນຜູ້ທີ່ມີຜົນງານປະກອບສ່ວນໃນການຮ່ວມມືຕາມ ລໍາດັບຄື : ປະດັບຫຼຽນໄຊພິລະ ອາດຫານ
ຊັ້ນ III ໃຫ້ 2 ກົມກອງລວມໝູ່, ບຸກຄົນ 113 ສະຫາຍ ໃນນີ້, ມີຝ່າຍລາວ 90 ສະຫາຍ ແລະ ຣັດເຊຍ 23 ສະຫາຍ; ມອບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ
ໃຫ້ບຸກຄົນຝ່າຍ ຣັດເຊຍ 16 ສະຫາຍ; ມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດໃຫ້ບຸກຄົນຝ່າຍລາວ 70 ສະຫາຍ, ຄະນະນັກບິນ ຣັດເຊຍ 13 ສະຫາຍ ແລະ ມອບໃບ
ຍ້ອງຍໍກົມໃຫຍ່ການເມືອງກອງທັບໃຫ້ບຸກຄົນຝ່າຍລາວ 30 ສະຫາຍ ຕື່ມອີກ.