ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທົດລອງຍິງປືນໃຫຍ່ຕິດລົດ 122 HL-70


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີຍິງທົດລອງປືນໃຫຍ່ຕິດລົດ 122HL-70 ຢູ່ທີ່ສະໜາມຍິງປືນວິທະຍາຄານກົມມະດຳ

     ວັນທີ 24 ພຶດສະພາ 2019 ນີ້, ຢູ່ທີ່ສະໜາມຍິງປືນວິທະຍາຄານກົມມະດຳ, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີຍິງທົດລອງປືນໃຫຍ່ຕິດລົດ 122 HL-70 ໂດຍ
ໃຫ້ກຽດເຂົ້າຮ່ວມຮັບຊົມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຊ່ຽວຊານຣັດ
ເຊຍ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ເຫຼົ່າຮົບວິຊາສະເພາະ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຕີ ກີລາກອນ ບຸນນະຜົນ ກຳມະການຄະນະພັກກະຊວງ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຊີ້ໃຫ້ເຫັນວ່າ: ໂດຍປະຕິບັດຕາມແນວທາງນະໂຍບາຍ
ຂອງພັກ ວ່າດ້ວຍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ
IV ຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ອີງໃສ່ທິດທາງກໍ່ສ້າງກອງທັບໃຫ້ມີລະບຽບແບບແຜນ ແລະ ທັນສະໄໝເທື່ອລະ
ກ້າວ, ເວົ້າສະເພາະແມ່ນການຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນວຽກງານຮັບປະກັນເຕັກນິກໃຫ້ແກ່ກອງທັບ ໃນນີ້ແມ່ນໄດ້
ເລັ່ງໃສ່ການສ້າງສິ່ງເອື້ອອຳນວຍຄວາມສະດວກໃນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊໃຫ້ແກ່ກຳລັງປະກອບອາວຸດເຮົາ, ດັ່ງນັ້ນຄະນະນຳກົມໃຫຍ່
ເຕັກນິກຈິ່ງໄດ້ມອບໃຫ້ກົມອຸດສາຫະກຳປ້ອງກັນຊາດຮັບຜິດຊອບການຈັດຕັ້ງຄະນະຊີ້ນຳຜະລິດປືນໃຫຍ່ຕິດລົດ 122 HL-70 ໃນເງື່ອນໄຂສະພາບແວດລ້ອມພູມີປະ
ເທດເຮົາ, ຈິ່ຶງສາມາດສູ້ຮົບໄດ້ທຸກສະຖານທີ່, ໂດຍບໍ່ຈຳເປັນຕ້ອງມີສະໜາມຮອງຮັບ, ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກຳລັງສູ້ຮົບ, ຕີໄວ, ຖອນທັບໄວ, ຫຼົບຫຼີກ
ການຕອບໂຕ້ຂອງສັດຕູ, ດ້ວຍເງື່ອນໄຂດັ່ງກ່າວປືນໃຫຍ່ລາກແກ່ຍາກທີ່ຈະຕອບສະໜອງໄດ້ ສະນັ້ນຈິ່ງຕ້ອງມີປືນໃຫຍ່ເຄື່ອນທີ່ດ້ວຍຕົນເອງ, ຜ່ານການທົດລອງເຫັນ
ວ່າສາມາດດັບສູນເປົ້າໝາຍໄດ້ດີ.

     ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກົມໃຫຍ່ເຕັກນິກ ແລະ ນັກວິຊາການທີ່ກ່ຽວຂ້ອງໃນ
ການປະດິດຄິດແຕ່ງອຸປະກອນເຕັກນິກເພື່ອປະກອບສ່ວນເຂົ້າໃນວຽກງານວິຊາສະເພາະເເຕ່ລະເຫຼົ່າຮົບໃນກອງທັບເຮົາ, ພ້ອມທັງເນັ້ນໃຫ້ກົມໃຫຍ່ເສນາທິການ ແລະ ກົມ
ໃຫຍ່ເຕັກນິກສຶບຕໍ່ອົບຮົມຫັດແອບໃຫ້ມີຄວາມເຂັ້ມແຂງ ເພື່ອສະແດງແສນຍານຸພາບໃຫ້ພາກພື້ນ ແລະ ສາກົນເຫັນໄດ້ການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງກອງທັບ
ເຮົາຕະຫຼອດໄລຍະ 70 ປີຜ່ານມາ, ໄປຄວບຄູ່ກັບການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກ-ນັກຮົບຮູ້ແຈ້ງຕໍ່ແນວທາງນະໂຍບາຍຂອງພັກເຮົາໃນຂົງເຂດ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ປະເທດຊາດມີສະຖຽນນະພາບທາງດ້ານການເມືອງມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເສດຖະ
ກິດຂະຫຍາຍຕົວຕໍ່ເນື່ອງ, ສ້າງໃຫ້ກອງທັບເຮົາເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝເປັນກ້າວໆ.