ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ
ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂອງກົມໃຫ່ຍການເມືອງກອງທັບ

     ວັນທີ 26 ພຶດສະພາ 2021 ນີ້, ຢູ່ທີ່ຫ້ອງປະຊຸມກົມໃຫ່ຍການເມືອງກອງທັບ ໄດ້ຈັດກອງປະຊຸມຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ
ການແຜ່ລະບາດພະຍາດໂຄວິດ-19 ຂອງກົມໃຫ່ຍການເມືອງກອງທັບ ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ
ກຳມະການຄະນະປະຈຳພັກ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຄະນະກົມໃຫ່ຍ, ຫ້ອງການ, ກົມ, ກອງ, ພະແນກເສນາຮັກ ແລະ ພາກສ່ວນທີ່
ກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂອງກົມໃຫ່ຍການເມືອງກອງທັບ ໄດ້ປະກາດ
ການແຕ່ງຕັ້ງຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນກົມໃຫ່ຍ ເຊີ່ງມີລາຍລະອຽດດັ່ງນິີ້: ສະຫາຍ ພົນຕີ
ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ ເປັນຫົວໜ້າ, ສະຫາຍ ພັນເອກ ຄຳຂື່ນ ເລີດສະໄຫວ ຮັກສາການຫົວໜ້າກົມໂຄສະນາ
ອົບຮົມ ເປັນຮອງ, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ຮອງຫົວໜ້າຫ້ອງການ ກມທ, ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະ
ພັນແມ່ຍິງ, ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າກອງບັນນາທິການໜັງສືພິມ, ສະຫາຍ ພັນເອກ ຈະເລີນສຸກ ວັງເວີນໂຂງ ຫົວໜ້າກອງໂທລະ
ພາບກອງທັບ, ສະຫາຍ ພັນໂທ ສຸດໃຈ ມະຫາວົງ ຫົວໜ້າຫ້ອງການຊາວໜຸ່ມ, ສະຫາຍ ພັນໂທ ບຸນຄອງ ອຸດທະຈັນດີ ຫົວໜ້າຫ້ອງການກຳມະບານ, ສະ
ຫາຍ ພັນໂທ ວອນເພັດ ລໍເພຍແກ້ວ ຫົວໜ້າກອງວິທະຍຸກະຈາຍສຽງກອງທັບ, ສະຫາຍ ພັນໂທ ສຸລິເດດ ຈັນມະນີ ຫົວໜ້າພະແນກເສນາຮັກ ແລະ ສະ
ຫາຍ ພັນໂທ ແສງເພັດ ໄຊຍະລາດ ຫົວໜ້າພະແນກສະຫວັດດີການ ກົມນະໂຍບາຍ ເປັນຄະນະ, ເຊິ່ງມີໜ້າທີ່ຄົ້ນ ຄ້ວາປຶກສາຫາລືກ່ຽວກັບວຽກງານປ້ອງ
ກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ພາຍໃນກົມໃຫ່ຍການເມືອງກອງທັບ.

     ໃນກອງປະຊຸມ ພະແນກເສນາຮັກ ກົມໃຫ່ຍການເມືອງກອງທັບ ຍັງໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວບຄຸມ ແລະ ສະ
ກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 21 ເດືອນ ເມສາ 2021 ຫາ 20 ພຶດສະພາ 2021 ໂດຍ ສະຫາຍ ພັນໂທ ສຸລິເດດ ຈັນ
ມະນີ ຫົວໜ້າພະແນກເສນາຮັກ ໄດ້ກ່າວວ່າ: ສະພາບທົ່ວໄປໃນຂອບເຂດ ກົມໃຫຍ່ການເມືອງກອງທັບທີ່ຮັບຜິດຊອບເຊິ່ງມີບັນດາກົມ, ຫ້ອງການ, ກອງ
ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບມີຄື: 11 ກົມນ້ອຍ 6 ຫ້ອງການ, 17 ກອງ, ສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີຕໍ່ການປ້ອງກັນ, ຄວບຄຸມ
ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ຍັງບໍ່ທັນມີປາກົດການຫຍັງ, ສະພາບບັນດາກົມ, ຫ້ອງການ, ກອງທີ່ຂຶ້ນກັບກົມໃຫຍ່ການເມືອງ
ກອງທັບ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາແນວຄິດຕໍ່ນາຍ ແລະ ພົນທະຫານ ໃຫ້ປະຕິບັດບັນດາມາດຕະການຕ່າງໆ ໃນການຕ້ານ
ແລະ ສະກັດກັ້ນພາຍາດໂຄວິດ-19 ບໍ່ໃຫ້ເກີດຂຶ້ນພາຍໃນກົມກອງຂອງຕົນ ແລະ ບັນດາກົມກອງໄດ້ຈັດຕັ້ງເປັນຈຸຜັດປ່ຽນກັນມາປະຈໍາການແກ້ວຽກ ແລະ
ຈັດຕັ້ງໃຫ້ມີຄະນະປະຈໍາການ-ສິດປະຈໍາການ ເພື່ອເຝົ້າລະວັງ ແລະ ຕິດຕາມການປະຕິບັດບັນດາມາດຕະການຕ່າງໆຢ່າງເປັນເຈົ້າການ.

     ການເຄື່ອນໄຫວຂອງຄະນະສະເພາະກິດ ຂອງກົມໃຫຍ່ການເມືອງກອງທັບ, ພາກສ່ວນແພດໄດ້ເອົາໃຈໃສ່ກວດອຸນຫະພູມນາຍ ແລະ ພົນທະຫານ ທີ່
ເຂົ້າມາປະຈໍາການຕະຫຼອດຮອດແຂກ ທີ່ເຂົ້າມາພົວພັນວຽກຢູ່ສໍານັກງານກະຊວງປ້ອງກັນປະເທດທັງຕອນເຊົ້າ ແລະ ຕອນແລງ, ຜ່ານການກວດເວລາອາ
ກາດຮ້ອນແຮງເຄື່ອງກວດຈໍານວນຫນຶ່ງບໍ່ເຮັດວຽກ, ສ່ວນບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ແມ່ນມີເຄື່ອງກວດອຸນຫະພູມຄົບ ແລະ
ແຕ່ລະກອງກໍ່ໄດ້ຈັດຕັ້ງການກວດອຸນຫະພູມ ຢູ່ໃນກອງເປັນປະຈໍາ, ພະແນກເສນາຮັກພວກເຮົາໄດ້ໄປພົວພັນສະຖາບັນກັນພະຍາດ ມາສີດຢາຂ້າເຊື້ອຢູ່ໃນ
ຫ້ອງການ ແລະ ເຂດນອກຕຶກບໍລິເວນກົມໃຫຍ່ການເມືອງກອງທັບ ແລະ ຢູ່ຫ້ອງການ, ໄດ້ໄປພົວພັນຂໍເຄື່ອງນໍາກອງເລຂາຄະນະສະເພາະກິດ ກົມເສນາຮັກ
ກົມໃຫຍ່ພະລາທິການກອງທັບ ໄດ້ເຈວລ້າງມື 15 ກ່ອງ, ຜ້າອັດປາກ-ດັງ 20 ກັບ, ເຫຼົ້າເກົ້າສິບ 05 ລິດ ເພື່ອຮັບໃຊ້ໃນການປະຕິບັດຫນ້າທີ່ປະຈໍາວັນ,
ໄດ້ປຸກລະດົມບັນດາພະນັກງານທີ່ຢູ່ໃນກຸ່ມສ່ຽງໄປເກັບຕົວຢ່າງ ເປັນຈໍານວນ 02 ຄັ້ງ, ພ້ອມທັງເຂົ້າສູນກັກບໍລິເວນຄົບ 14 ວັນ ແຕ່ຜົນກວດບໍ່ພົບເຊື້ອ,
ໄດ້ປຸກລະດົມບັນດາກົມ, ຫ້ອງການ, ກອງຕ່າງໆ ໃຫ້ມີເຈວລ້າງມືກ່ອນເຂົ້າພົວພັນວຽກຢູ່ແຕ່ລະຫ້ອງການ ແລະ ຫຼັງສໍາຜັດຈັບບາຍເອກະສານທຸກຄັ້ງ ຕ້ອງ
ໃຊ້ເຈວລ້າງມື, ໄດ້ເຮັດຫນັງສືແຈ້ງການໃຫ້ແຕ່ລະກົມກອງຈັດຕັ້ງພະນັກງານໄປສັກຢາກັນພະຍາດ ໂຄວິດ-19, ພະແນກເສນາຮັກໄດ້ໄປພົວພັນສະຖາບັນ
ກັນພະຍາດ ເອົາວິຊາການພ້ອມດ້ວຍຢາວັກຊິນກັນພະຍາດ ໂຄວິດ-19 ມາຈັດຕັ້ງສັກໃຫ້ພະນັກງານຢູ່ສະໂມສອນ ກົມໃຫຍ່ການເມືອງກອງທັບ, ມີພະນັກ
ງານທີ່ມາສັກຢາຕົວຈິງ 650 ສະຫາຍ ແລະ ຍັງຈະສືບຕໍ່ສັກຕາມແຜນທີ່ໄດ້ແຈ້ງການໃຫ້ບັນດາກົມ-ກອງ, ໄດ້ຈັດຕັ້ງສົ່ງ ແລະ ເຜີຍແຜ່ແຈ້ງການຂອງລັດຖະ
ມົນຕີກະຊວງປ້ອງກັນປະເທດກ່ຽວກັບການເລື່ອນເວລາການປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ບັນດາເອກະສານທີ່ພົວພັນເຖິງວຽກງານປ້ອງກັນ, ຄວບ
ຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ບັນດາກົມ, ຫ້ອງການ, ກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ແລະ ພະແນກເສນາຮັກໄດ້ເຂົ້າຮ່ວມຮັບ
ຟັງການສ່ອງແສງວຽກງານສະກັດກັ້ນຕ້ານພະຍາດໂຄວິດ-19 ຢູ່ສູນບັນຊາການກະຊວງປ້ອງກັນປະເທດທຸກຄັ້ງ ຕາມການມອບຫມາຍຂອງຄະນະສະເພາະ
ກິດ ກົມໃຫຍ່ການເມືອງກອງທັບ.

     ສຳຫຼັບວຽກງານຈະສືບຕໍ່ແມ່ນຈະໄດ້ ຈັດຕັ້ງການກວດອຸນຫະພູມ 03 ຈຸດ, ຈຸດທີ 1 ຢູ່ທາງເຂົ້າຕຶກກະຊວງປ້ອງກັນປະເທດເບື້ອງກົມໃຫຍ່ການເມືອງ
ກອງທັບ, ຈຸດທີ 2 ຢູ່ປະຕູທາງເຂົ້າຕຶກຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ແລະ ຈຸດທີ 3 ຢູ່ 4 ກົມກາງທັງເຊົ້າ-ແລງ ໃນວັນລັດຖະການ ແລະ
ສືບຕໍ່ກວດກາຕິດຕາມການປະຕິບັດຄໍາສັ່ງຂັ້ນເທິງໄລຍະທີ 3 ແຕ່ວັນທີ 21ພຶດສະພາ 2021 – 4 ມິຖຸນາ 2021 ໃຫ້ແທດເໝາະກັບຕົວຈິງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/05/2021