ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 5 ຄົນ, ຜູ້ຕິດເຊື້ອສະສົມ 1.883 ຄົນ, ປິ່ນປົວຫາຍດີ 1.261 ຄົນ

     ວັນທີ 26 ພຶດສະພາ ປີ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງ
ໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ລາຍງານສະພາບຕົວເລກ ການຕິດ
ເຊື້ອ ພະຍາດ COVID-19 ສຳລັບ ສປປ ລາວ ຮອດປະຈຸບັນ: ມີຜູ້ຕິດເຊື້ອສະສົມ ທັງໝົດ 1,883 ຄົນ (ໃໝ່ 05) ແລະ ເສຍຊິວິດສະສົມທັງໝົດ 2
ຄົນ (ໃໝ່ 00). ວຽກງານການປິ່ນປົວ ແມ່ນມີຜູ້ປິ່ນປົວຫາຍດີທັງໝົດ 1,261 ຄົນ (ໃໝ່ 81 ຄົນ) ແລະ ຍັງຕິດຕາມປິ່ນປົວ ທົ່ວປະເທດທັງໝົດ 620
ຄົນ. ວຽກງານການຈຳກັດບໍລິເວນ ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,407 ຄົນ.

     ວຽກງານການກວດວິເຄາະ: ໃນວັນທີ 25 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,767 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອ
ໃໝ່ 05 ກໍລະນີ. ກ່ຽວກັບກໍລະນີຕິດເຊື້ອໃໝ່ 05 ຄົນ (ກໍລະນີຢັ້ງຢືນທີ 1879 - 1883) ຄົນເຈັບຕິດເຊື້ອໃໝ່ຈາກ ນະຄອນຫຼວງ 03 ຄົນ ແມ່ນເປັນ
ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ, ຄືດັ່ງນີ້: ເພດຍິງ, ອາຍຸ 33 ປີ, ບ້ານ ຮ່ອງໄກແກ້ວ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເພດ
ຊາຍ, ອາຍຸ 45 ປີ, ບ້ານ ຮ່ອງໄກແກ້ວ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເພດຍິງ, ອາຍຸ 17 ປີ, ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງ
ວຽງຈັນ. ສຳລັບ 2 ຄົນ ຢູ່ແຂວງສະຫວັນນະເຂດ ນັ້ນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ. ອີກເທື່ອ
ໜຶ່ງ ຂ້າພະເຈົ້າຂໍແຈ້ງເຖິງ ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ທີ່ໄດ້ຖະແຫຼງຂ່າວ ໃນມື້ວານນີ້ ມີດັ່ງນີ້: ໂຮງຮຽນປະຖົມສົມບູນຫົວຊຽງ (ວັນທີ
21/5/21), ຕະຫຼາດຫົວຂົວ, ຕະຫຼາດໂນນຄໍ້, ຕະຫຼາດໂອຊິນ, ຕະຫຼາດໂພນຕ້ອງ, ແຄ້ມສ້າງທາງລົດໄຟ ບ້ານດົງຫຼວງ ເມືອງນາຊາຍທອງ, ຕະຫຼາດອົດຊີ
(ວັນທີ 17/5/21), ບໍລິສັດຮຸ່ງອາລຸນ ສາຂາສີໄຄ (ວັນທີ 23/5/21), ຫ້ອງແຖວບ້ານໂພນສີນວນ (ຮ່ອມທະນາຄານລາວກໍ່ສ້າງ) ແລະ Lady clinic
ບ້ານສີດຳດວນ (ວັນທີ 23/5/21).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/05/2021