ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສືບຕໍ່ເສີມຂະຫຍາຍການຮ່ວມມືຄະນະປະຕິບັດງານພິເສດ ລາວ-ຫວຽດນາມ

     ກອງປະຊຸມຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ຄັ້ງທີ XXII ປະຈໍາສົກປີ 2016-2017 ແລະ ວາງທິດທາງແຜນການຮ່ວມມື ປະຈຳສົກ
ປີ 2017-2018 ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ 2017 ທີ່ໂຮງ ແຮມເມືອງແທງ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຝ່າຍລາວແມ່ນ
ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ສປປ
ລາວ, ຝ່າຍຫວຽດນາມແມ່ນ ທ່ານ ພົນໂທ ເລຈຽມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ສສ
ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄຳຟອງ ປະທານຮ່ວມກອງປະຊຸມຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ຄັ້ງທີ XXII

     ໃນກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ, ເຊິ່ງທັງສອງຝ່າຍໄດ້ແຈ້ງສະພາບການຮ່ວມມືລະຫວ່າງສອງຄະນະປະຕິບັດງານພິ
ເສດລັດຖະບານລາວ-ຫວຽດນາມໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຊອກຫາ, ຂຸດຄົ້ນ ແລະ ເຄື່ອນຍ້າຍບັນດາອັດຖິທະຫານອາສາສະໝັກ ແລະ
ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ສົກປີ 2016-2017. ທັງສອງຝ່າຍສາມາດຍາດໄດ້ຜົນງານທີ່ພົ່ນເດັ່ນ ເຊິ່ງມາຮອດປັດຈຸ
ບັນຈໍານວນອັດຖິທີ່ຍັງຕົກຄ້າງຢູ່ລາວປະມານເກືອບພັນອັດຖິ, ສະເພາະລະດູແລ້ງ 2016-2017 ສາມາດຂຸດຄົ້ນໄດ້ 273 ອັດຖິ, ເຖິງແມ່ນວ່າຈໍານວນດັ່ງ
ກ່າວຈະຂາດຂໍ້ມູນທີ່ອັນຄົບຖ້ວນ ແລະ ຢູ່ເຂດທຸລະກັນດານຫ່າງໄກຊອກຫຼີກກໍຕາມ ແຕ່ທັງສອງຝ່າຍກໍສາມາດຍາດໄດ້ຜົນງານທີ່ໜ້າຍ້ອງຍໍ ແລະ ຊົມເຊີຍ
ເປັນຢ່າງຍິ່ງ ພ້ອມທັງໄດ້ຈັດຕັ້ງພິທີມອບຮັບຢ່າງສົມກຽດ ແລະ ມີຄວາມເອົາໃຈໃສ່ສູງ, ຖືກຕ້ອງ ແລະ ສອດຄ່ອງກັບຮີດຄອງປະເພນີຂອງປະຊາຊົນສອງ
ຊາດລາວ ແລະ ຫວຽດນາມ.

     ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ, ສອງຝ່າຍເຫັນດີສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງສອງຄະນະໃນການຊີ້ນຳອໍານາດການປົກຄອງທ້ອງຖິ່ນ
ໃນແຕ່ລະຂັ້ນ, ສ່ວນກຳລັງປະກອບອາວຸດກໍອຳນວຍຄວາມສະດວກໃຫ້ແກ່ໜ່ວຍເຕົ້າໂຮມອັດຖິຜູ້ເສຍສະຫຼະຊີວິດ. ນອກຈາກນັ້ນຍັງຈັດຕັ້ງໂຄສະນາ, ຂົນ
ຂວາຍໃນການຕອບສະໜອງຂໍ້ມູນທີ່ຈຳເປັນ ແລະ ເພີ່ມທະວີຄວາມເປັນເຈົ້າການໃນການຊອກຫາ ແລະ ເກັບຂໍ້ມູນທີ່ຖືກຕ້ອງ, ຊັດເຈນ, ເຄົາລົບຮີດຄອງ
ປະເພນີ ແລະ ບໍ່ແຕະຕ້ອງເຖິງຄວາມເຊື່ອຂອງປະຊາຊົນທ້ອງຖິ່ນ, ຝ່າຍລາວພ້ອມສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄະນະປະຕິບັດງານພິເສດລັດ
ຖະບານ ແລະ ບັນດາໜ່ວຍ ທ້ອນໂຮມອັດຖິຂອງຫວຽດນາມໃນການປະຕິບັດໜ້າທີ່ຂອງຕົນຢູ່ດິນແດນລາວໃຫ້ໄດ້ຮັບຜົນດີ ແລະ ຍ້ອງຍໍໃຫ້ແກ່ກົມກອງ
ລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະສານສົບທົບ ແລະ ຕອບສະໜອງຂໍ້ມູນຂ່າວສານກ່ຽວກັບວຽກງານທ້ອນໂຮມອັດຖິ. ຈາກນັ້ນ, ສອງ
ຝ່າຍຮ່ວມກັນລົງນາມບົດບັນທຶກຊ່ວຍຈຳຂອງກອງປະຊຸມ ຄັ້ງທີ XXII ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

     ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກລະຫວ່າງວັນທີ 25-27 ມິຖຸນານີ້, ຂອງຄະນະຜູ້ແທນປະຕິບັດງານພິເສດ ສສ ຫວຽດນາມ ເຊິ່ງນຳ
ໂດຍ ທ່ານ ພົນໂທ ເລຈ ຽມ ຄັ້ງນີ້, ຄະນະຍັງໄດ້ລົງຢ້ຽມຢາມກອງບັນຊາການທະຫານນະຄອນຫຼວງຕື່ມອີກ.