ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງ ກມທ ຄັ້ງທີ 1 ສະໄໝທີ V


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງທັບ ​ເປັນ​ປະທານ

     ກອງປະຊຸມຄົບຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບຄັ້ງທີ 1 ສະໄໝທີ V ໄດ້ຈັດຂຶ້ນ ໃນວັນທີ 24 ກໍລະກົດ ນີ້, ໂດຍການເປັນປະທານຂອງ ສະຫາຍ
ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງທັບ, ມີບັນດາສະຫາຍໃນຄະນະພັກ ກມທ
ແລະ ພະນັກງາຍຊ່ວຍວຽກທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນກອງປະຊຸມໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະພັກກົມໃຫຍ່ການເມືອງກອງທັບ ຕໍ່ຂົງເຂດວຽກງານຕ່າງໆ ໃນໄລຍະຜ່ານມາເຊິ່ງຍົກໃຫ້
ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາຄະນະພັກກົມໃຫຍ່ ໄດ້ເອົາໃຈໃສ່ຊີ້ນຳ-ຊຸກຍູ້ວຽກງານກໍ່ສາງຮາກຖານການເມືອງ ໃຫ້ແຂງແຮງ
ແລະ ມີໝາກຜົນດີຂຶ້ນເອົາໃຈໃສ່ຊຸກຍູ້ຊີ້ນຳຂະບວນການແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດຂອງກອງທັບ ໂດຍສະເພາະກອງປະຊຸມໃຫຍ່ 3
ຂັ້ນ ຂອງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ, ຊຸກຍູ້ຊີ້ນຳວຽກງານວິຊາສະເພາະ
ຢູ່ບັນດາກົມກອງທ້ອງຖິ່ນເປັນເຈົ້າການເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນໃຫ້ສຳເລັດເປັນຢ່າງດີ, ຊີ້ນຳບັນດາອະນຸກຳມະການກະກຽມເນື້ອໃນ ກອງປະຊຸມ
ໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ຕິດຕາມການສະຫຼຸບລາຍງານຜົນການທາບທາມບຸກຄະລາກອນສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານ
ງານ ພັກກະຊວງປ້ອງກັນປະເທດ ສະໄໝທີ V ຮອບທີ 2 ໄດ້ສຳເລັດຕາມແຜນການ, ຊີ້ນຳການດຳເນີນກອງປະຊຸມໃຫຍ່ຄະນະພັກສຳເລັດ 4 ຄະນະພັກ, ບົ່ງຕົວແຕ່ງຕັ້ງ
ປ່ຽນແທນ 4 ຄະນະພັກ ແລະ ຮັບຮອງໃໝ່ 5 ຄະນະພັກ, ຄົ້ນຄວ້າແຕ່ງຕັ້ງ-ຍົກຍ້າຍພະນັກງານ ໄປຮັບໜ້າທີ່ໃໝ່ 603 ສະຫາຍ, ປະດັບຊັ້ນ-ນຳສົ່ງນັກຮຽນທີ່ຮຽນຈົບ
ຈາກບັນດາວິທະຍາຄານ, ໂຮງຮຽນຂອງກອງທັບ ຈຳນວນ 1.132 ສະຫາຍ, ອະນຸມັດໃຫ້ພະນັກງານໄປຮຽນກໍ່ສ້າງ-ບຳລຸງຢູ່ພາຍໃນ ແລະ ຕ່າງປະເທດຈຳນວນ 651
ສະຫາຍ, ຍົກຂັ້ນເງິນເດືອນແຕ່ຊັ້ນ ຮ້ອຍໂທຫາຊັ້ນ ພັນເອກ 87 ສະຫາຍ, ແກ້ໄຂອຸດໜູນ-ບຳນານໄດ້ 65 ສະຫາຍ, ລຸລ່ວງໃຫ້ພະນັກງານນາຍທະຫານຂັ້ນສູງພັກການ
ກຽມຮັບບຳນານ 17 ສະຫາຍ, ໄດ້ຊີ້ນຳຄົ້ນຄວ້າຍ້ອງຍໍຜົນງານ, ປະຕິບັດນະໂຍບາຍໃຫ້ກົມກອງລວມໝູ່ ແລະ ບຸກຄົນ, ຄົ້ນຄວ້າປະຕິບັດນະໂຍບາຍ ແລະ ແກ້ໄຂນະໂຍ
ບາຍຕ່າງໆໃຫ້ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ຄົ້ນຄວ້າເງິນນະໂຍບາຍອຸດໜູນເສຍຊີວິດໃຫ້ແກ່ພະນັກງານ-ນັກຮົບໃນປາງສົງຄາມ, ເອົາໃຈໃສ່ຊີ້ນຳວຽກງານອົງ
ການຈັດຕັ້ງມະຫາ ຊົນດຳເນີນກອງປະຊຸມໃຫຍ່ຂັ້ນຕ່າງໆໃຫ້ສຳເລັດ, ຄຽງຄູ່ກັນນັ້ນຄະນະພັກ ຍັງໄດ້ເອົາໃຈໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຈຳນວນໜຶ່ງ ນອກນີ້ຍັງໄດ້
ສ້າງຂະບວນການດ້ານຕ່າງໆ ພາຍໃນກົມກອງໃຫ້ມີບັນຍາກາດຟົດຟື້ນ ຕໍ່ເນື່ອງ ເຮັດໃຫ້ບັນຍາກາດທົ່ວກົມໃຫຍ່ການເມືອງກອງທັບ ມີຄວາມເບີກບານມ່ວນຊື່ນ, ພະ
ນັກງານ-ສະມາຊິກພັກ-ນັກຮົບ ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວິຊາສະເພາະກໍຄືໜ້າທີ່ການເມືອງຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ໄດ້ເປັນຢ່າງດີ. ກອງປະຊຸມໄດ້ຜ່ານ
ທິດທາງແຜນການນຳພາໃນຕໍ່ໜ້າຈາກນັ້ນ ສະຫາຍ ປະທານກອງປະຊຸມກໍມີຄຳເຫັນຊີ້ນຳຫຼາຍບັນຫາວຽກງານຈຸດສຸມທີ່ສຳຄັນຈຳນວນໜຶ່ງຕໍ່ ຄະນະພັກ-ຄະນະບັນຊາ
ກົມກອງແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນຕໍ່ໜ້າບັນລຸໝາກຜົນສູງ.