ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໄລຍະ 5 ປີຜ່ານມາ

     ວັນທີ 23 ກໍລະກົດນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງ ປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງໄພພິບັດ ໄລ
ຍະ 5 ປີຜ່ານມາ 2016-2020 ແລະ ວາງແຜນການ 5 ປີ 2021-2025, ໂດຍການເປັນປະທານ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາ
ມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູນ
ກາງ, ມີ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າ ກົມ
ໃຫຍ່ເສນາທິການກອງທັບ, ປະທານຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການກະຊວງ, ກົມ
ກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ຜູ້ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະກອງເລຂາຄະນະກໍາ
ມະການຄຸ້ມຄອງໄພພິບັດຈາກ ພາກສ່ວນຕ່າງໆ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກໍາມະການຄະນະປະ ຈໍາພັກກະຊວງ, ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ຮອງປະທານ ຜູ້ປະຈໍາ
ການຄະນະກຳ ມະການຄຸ້ມຄອງໄພພິບັດ ກະຊວງ ປ້ອງກັນປະເທດ ໄດ້ສະຫຼຸບຕີລາຄາຄືນ ຜ່ານການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງໄພພິບັດ ໄລຍະ 5
ປີຜ່ານມາ, ໂດຍໄດ້ຍົກໃຫ້ເຫັນ ສະພາບໄພພິບັດ ແລະ ຜົນກະທົບ ທີີ່ເກີດຂຶ້ນຢູ່ ສປປ ລາວ, ເຖິງວ່າ ປະເທດເຮົາບໍ່ໄດ້ຕິດຈອດກັບທະເລ ແລະ ມີພູມສັນ
ຖານຕັ້ງຢູ່ເຂດຮ້ອນແຕ່ກໍມີພາຍຸ, ນໍ້າຖ້ວມ, ດິນເຊາະເຈື່ອນ, ໄພແຫ້ງແລ້ງ, ໄຟໄໝ້ປ່າ, ອາກາດເປັນພິດ, ສັດຕູພືດລະບາດ, ພະຍາດລະບາດ, ບັນຫາທີ່ສົ່ງ
ຜົນກະທົບຮຸນແຮງແມ່ນສັນ ເຂື່ອນເຊປຽນ-ເຊນໍ້ານ້ອຍຫັກ ແຕກ ໃນປີ 2018, ໄພພິບັດນໍ້າ ຖ້ວມແຂວງພາກໃຕ້ ແລະ ພາກ ກາງ ປີ 2019, ໄພພິບັດ
ນໍ້າຖ້ວມ ພາກກາງ 2020 ແລະ ບັນຫາ ການແຜ່ລະບາດຂອງພະຍາດໂຄ ວິດ-19 ໄດ້ສົ່ງຜົນກະທົບຕໍ່ຊີວິດ, ຊັບສິນ, ເສດຖະກິດ-ສັງຄົມຢ່າງ ຫຼວງຫຼາຍ.

     ໃນ 5 ປີຜ່ານມາ ມີໄພພິບັດ ເກີດຂຶ້ນໃນຂອບເຂດ ທົ່ວປະເທດ ທັງໝົດ 235 ຄັ້ງ, ສົ່ງ ຜົນກະທົບໂດຍກົງຕໍ່ປະຊາຊົນຈໍານວນ 1.860.165 ຄົນ,
ເສຍຊີວິດ 121 ຄົນ, ສູນຫາຍ 45 ຄົນ, ສ້າງຄວາມເສຍຫາຍຕໍ່ຂະແໜງ ການສັງຄົມ (ການດຳລົງຊີວິດ, ການສຶກສາ, ສາທາລະນະສຸກ ແລະ ໂພສະນາ
ການ, ວັດທະນະ ທໍາ), ການຜະລິດ (ກະສິກໍາ, ອຸດສະຫະກໍາ ແລະ ການຄ້າ, ທ່ອງ ທ່ຽວ) ແລະ ໂຄງລ່າງພື້ນຖານ (ຂົນສົ່ງ, ໄຟຟ້າ, ນໍ້າໃຊ້ ແລະ ສຸ ຂາພິ
ບານ, ທາງນໍ້າ) ຄິດເປັນມູນຄ່າເສຍຫາຍ ທັງໝົດປະມານ 5.538.247.383.912 ກີບ. ຕໍ່ກັບບັນຫາດັ່ງກ່າວ, ໃນແຕ່ລະປີ, ແຕ່ລະລະດູການ, ຄະນະກຳ
ມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ ໄດ້ກຳນົດແຜນການກຽມພ້ອມ-ຊ່ວຍເຫຼືອຜູ້ປະສົບໄພພິບັດ, ໂດຍໄດ້ມອບໝາຍ ໜ້າທີ່ໃຫ້ກອງບັນ
ຊາການທະຫານ ແຕ່ລະແຂວງຮັບຜິດຊອບ ໂດຍກົງ ແລະ ໄດ້ກຳນົດໃຫ້ແຕ່ລະກອງພົນ, ກອງພັນໃຫຍ່ເອກະລາດ, ໂຮງຮຽນ, ໂຮງໝໍ ແລະ ກົມກອງກຳ
ລັງຫຼວງໃນແຕ່ລະບໍລິເວນຮັບຜິດຊອບ ຊ່ວຍໜູນກຳລັງທ້ອງຖິ່ນ, ເພື່ອກອບກູ້ຊ່ວຍເຫຼືອ ແລະ ບັນເທົາໄພພິບັດໃຫ້ປະຊາຊົນ, ເຖິງວ່າຈະພົບຄວາມຫຍຸ້ງ
ຍາກ ແລະ ທຸລະກັນດານ, ພະນັກງານ, ນັກຮົບສ່ວນຫຼາຍບໍ່ໄດ້ຜ່ານການອົບຮົມ-ຫັດແອບທາງດ້ານ ວຽກງານກອບກູ້ໄພພິບັດ, ພາຫະນະ ແລະ ອຸປະກອນ
ກູ້ໄພບໍ່ໄດ້ປະກອບ, ສ່ວນຫຼາຍໝູນໃຊ້ພາຫະນະ ແລະ ອຸປະກອນການທະຫານ ທີ່ມີຢູ່ໃນກົມກອງ ເຊິ່ງບາງກົມກອງບໍ່ສາມາດເຄື່ອນໄຫວໄດ້ ເຕັມສ່ວນ,
ດ້ານງົບປະມານກົມກອງ ໄດ້ໝູນໃຊ້ຮ່ວງງົບປະມານ ຂອງວຽກອື່ນ ຈຶ່ງພົບຄວາມຫຍຸ້ງຍາກ ແລະ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານ
ຕົວຈິງ, ແຕ່ບັນດາກົມກອງກໍສາມາດເຮັດສຳເລັດໜ້າທີ່ ແລະ ກອບກູ້ຊ່ວຍເຫຼືອປະຊາຊົນໄດ້ດີ ຕະຫຼອດມາ.

     ພ້ອມກັນນັ້ນກໍໄດ້ ວາງທິດທາງແຜນການວຽກ ງານຄຸ້ມຄອງໄພພິບັດໃນ 5 ປີຕໍ່ໜ້າ, ໂດຍໄດ້ຄາດຄະເນສະພາບ ການທີ່ພົວພັນເຖິງວຽກງານຄຸ້ມ
ຄອງໄພພິບັດ, ກໍານົດແຜນວຽກງານກຽມພ້ອມຕອບໂຕ້ໄພພິບັດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ແຕ່ປີ 2021-2025, ວຽກງານ ປັບປຸງກໍ່ສ້າງກຳ
ລັງກຽມ ພ້ອມກອບກູ້-ຊ່ວຍເຫຼືອຜູ້ປະສົບ ໄພພິບັດ ແລະ ກຳນົດຫຼາຍບັນຫາ ສໍາຄັນທີ່ກ່ຽວຂ້ອງກັບວຽກງານ ຄຸ້ມຄອງໄພພິບັດ. ໂອກາດນີ້, ສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາສໍາຄັນທີ່ ກ່ຽວຂ້ອງກັບວຽກງານຄຸ້ມຄອງ ໄພພິບັດເພື່ອເປັນແນວທາງ ແລະ ບ່ອນອີງ
ໃຫ້ແກ່ຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນກະຊວງ ກໍຄື ບັນດາກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນ ໄດ້ນໍາໄປຈັດຕັ້ງປະຕິບັດ ຮັບປະກັນໃຫ້ແກ່ການ
ເຄື່ອນໄຫວ ວຽກງານດັ່ງກ່າວໃນຕໍ່ໜ້າໄດ້ຮັບ ການປັບປຸງດີຂຶ້ນກວ່າເກົ່າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/07/2021