ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທີມເຫຼົ່າຮົບລົດຕັງ-ຍານເກາະ ກອງທັບປະຊາຊົນລາວ
ກຽມຄວາມພ້ອມຮອບດ້ານເຂົ້າຮ່ວມແຂ່ງຂັນ ອາມີເກມ ທີ່ ສ ຣັດເຊຍ

     ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661, ທັງເປັນຫົວ ໜ້າທີມເຫຼົ່າຮົບລົດຕັງ-ຍານເກາະ ກອງທັບປະຊາຊົນ
ລາວ ທີ່ ຈະເຂົ້າຮ່ວມແຂ່ງຂັນ ອາມີເກມ ທີ່ ສ ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ປັດຈຸບັນນີ້, ທີມເຫຼົ່າຮົບລົດຕັງ-ຍານເກາະ ພວກ
ເຮົາ ແມ່ນໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອເຂົ້າຮ່ວມແຂ່ງຂັນ ອາມີເກມ ຄັ້ງທີ V ທີ່ ສ ຣັດເຊຍ ໃນປີ 2021 ນີ້, ພາຍຫຼັງທີ່ໄດ້ຮັບການແຈ້ງການ
ຈາກປະເທດ ເຈົ້າພາບກ່ຽວກັບ ການແຂ່ງຂັນ ອາມີເກມ, ທີມເຫຼົ່າ ຮົບພວກເຮົາ ໄດ້ກະກຽມຄວາມ ພ້ອມໃນດ້ານຕ່າງໆເປັນຕົ້ນແມ່ນ ໄດ້ຄັດເລືອກບຸກ
ຄະລາກອນທີ່ຈະສົ່ງເຂົ້າຮ່ວມແຂ່ງຂັນ ໂດຍແມ່ນ ພະນັກງານ-ນັກຮົບ ຢູ່ກອງພັນໃຫຍ່ 661 ທັງໝົດ, ຈາກນັ້ນ, ກໍໄດ້ສ້າງແຜນການອົບຮົມ-ຫັດແອບ,
ກະກຽມພາຫະນະ ແລະ ວັດຖຸຮັບປະກັນຕ່າງໆ ທີ່ຈະນໍາໃຊ້ເຂົ້າໃນການອົບຮົມ-ຫັດແອບ, ເຊິ່ງການອົບຮົມ-ຫັດແອບ ແມ່ນ ປັດໄຈສໍາຄັນ ໃນການກະກຽມ
ຄວາມພ້ອມ, ໃນເບື້ອງຕົ້ນໄດ້ຈັດ ຕັ້ງອົບຮົມພາກທິດສະດີຂັ້ນພື້ນ ຖານຢູ່ພາຍໃນກົມກອງ (ກອງພັນໃຫຍ່ 661) ຈາກນັ້ນ, ກໍໄດ້ ເຄື່ອນກຳລັງເຂົ້າມາຫັດ
ແອບຢູ່ ສະໜາມຕົວຈິງ ໃນຕົ້ນເດືອນກໍລະກົດ ນີ້, ໃນການຫັດແອບພາກ ສະໜາມແມ່ນໄດ້ແບ່ງເປັນ 4 ຈຸ ແຕ່ລະຈຸໄດ້ເລັ່ງໃສ່ເຝິກຊ້ອມວິ ທີການເຄື່ອນ
ໄຫວຂອງຈຸລົດ, ຂັບຂີ່ລົດຜ່ານສິ່ງກີດຂວາງ ໃຫ້ ມີຄວາມຊໍານານ, ຫັດແອບຍິງ ເປົ້າໝາຍຕົວຈິງສົມທົບໃສ່ຈັງ ຫວະວິທີການຂຶ້ນລົດ-ລົງລົດ, ຈັງຫວະ
ການຮັບລູກກະສູນ, ການປະສານລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ແລະ ຜູ້ດັບສູນເປົ້າໝາຍ ເພື່ອໃຫ້ມີຄວາມເປັນເອກະພາບກັນ, ຮັບປະກັນໃຫ້ເວລາແຂ່ງຂັນ
ຕົວຈິງ ປະຢັດເວລາໄດ້ດີ, ພ້ອມກັນ ນັ້ນ, ກໍໄດ້ປະເມີນຜົນການອົບຮົມ-ຫັດແອບຕາມແຕ່ລະໄລຍະ, ມາຮອດປັດຈຸບັນນີ້ ເຫັນວ່ານັກກີລາ ແມ່ນມີຄວາມ
ວ່ອງໄວ, ຄ່ອງແຄ້ວ ແລະ ເຂັ້ມແຂງ ໃນການຂັບລົດ ຜ່ານສິ່ງກີດຂວາງ ແລະ ການດັບສູນເປົ້າໝາຍຕົວຈິງ ມີຄວາມແມ້ນຍໍາສູງ. ສໍາລັບການອົບຮົມ-ຫັດ
ແອບ ໃນໄລຍະຜ່ານມາ, ການຈັດຕັ້ງຂັ້ນເທິງໄດ້ອໍານວຍຄວາມສະດວກທາງດ້ານວັດຖຸຮັບປະກັນ, ພາຫະນະຮັບໃຊ້ຕ່າງໆ ເຮັດໃຫ້ການອົບຮົມ-ຫັດແອບ
ດໍາເນີນ ໄປໄດ້ດີ ແລະ ປະຕິບັດໄດ້ຕາມແຜນການ, ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ທີ່ສົ່ງຜົນກະທົບໂດຍກົງເປັນຕົ້ນ ແມ່ນສະພາບສະໜາມຫັດແອບ ຂອງກອງທັບ
ເຮົາຍັງບໍ່ໄດ້ຕາມມາດຖານ, ໄລຍະຍິງລູກປືນແທ້ ຍັງມີຂອດຈໍາກັດ, ຢູ່ສະໜາມແຂ່ງຂັນທີ່ ສ ຣັດເຊຍ ຈະຍິງປືນໃຫຍ່ ໃນໄລຍະ 1.600-1.800 ແມັດ,
ສ່ວນສະໜາມຫັດແອບ ກອງທັບເຮົາສາມາດຍິງໄດ້ພຽງ 1.100 ແມັດເທົ່ານັ້ນ, ນອກຈາກນັ້ນ ບັນດາສິ່ງກີດຂວາງໃນການຂ້າມຜ່ານ ຢູ່ ສ ຣັດເຊຍ ມີ
16 ສິ່ງກີດຂວາງ, ສ່ວນຢູ່ລາວເຮົາ ແມ່ນສາມາດຂ້າມຜ່ານສິ່ງກີດຂວາງໄດ້ຈໍານວນໜ້ອຍກວ່າ ເນື່ອງ ຈາກວ່າສະໜາມຫັດແອບມີເນື້ອທີ່ຈໍາກັດ. ສະນັ້ນ
ຈຶ່ງເຮັດ ໃຫ້ ໄລຍະຍິງເປົ້າໝາຍຕົວຈິງ ລວມໄປເຖິງການຂ້າມຜ່ານສິ່ງ ກີດຂວາງ ບໍ່ໄດ້ຕາມເປົ້າໝາຍ ທີ່ສະໜາມແຂ່ງຂອງ ສ ຣັດເຊຍ ວາງໄວ້, ດ້ານວຽກ
ງານຮັບປະກັນ ຍັງມີຫຼາຍຢ່າງບໍ່ພຽງພໍກັບ ຄວາມຮຽກຮ້ອງຕ້ອງການ ໂດຍສະເພາະລູກປືນທີ່ນໍາໃຊ້ເຂົ້າ ໃນການຫັດແອບມີຈໍານວນຈໍາກັດ, ວັດຖຸຮັບປະ
ກັນຕ່າງໆ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຕົວຈິງ, ລວມທັງການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການອົບຮົມມີຄວາມຫຍຸ້ງຍາກ,
ແຕ່ແນວໃດກໍຕາມ ຄະນະຮັບຜິດຊອບທຸກພາກສ່ວນ ແລະ ທີມເຫຼົ່າຮົບລົດຕັງ-ຍານ ເກາະກອງທັບປະຊາຊົນລາວ ກໍໄດ້ພ້ອມກັນສູ້ຊົນຜ່ານຜ່າ, ມີ ຄວາມ
ອຸ່ນອຽນທຸ່ນທ່ຽງ, ຕັ້ງໜ້າ ເຝິກຊ້ອມດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການເຂົ້າຮ່ວມແຂ່ງຂັນ ໃນຄັ້ງນີ້ມີຜົນສໍາເລັດສູງ ແລະ ຍາດໄດ້ລໍາດັບທີ່ດີ
ທີ່ສຸດ. ການແຂ່ງຂັນ ອາມີເກມ ໃນປີ ນີ້, ຕາມແຈ້ງການຂອງເຈົ້າພາບ ຣັດເຊຍ ແມ່ນຈະເລີ່ມແຂ່ງຂັນໃນ ທ້າຍເດືອນສິງຫາເຖິງຕົ້ນເດືອນ ກັນຍາ, ໂດຍ
ມີີ 21 ທີມລົດຕັງ ເຂົ້າຮ່ວມແຂ່ງຂັນ ແລະ ມີ 30 ປະ ເພດກີລາ, ສໍາລັບການແຂ່ງຂັນ ຂອງທີມເລົ່າຮົບລັດຕັງ-ຍານ ເກາະແມ່ນຈະໄດ້ແຂ່ງຂັນຂັບລົດ
ຜ່ານສິ່ງກີດຂວາງ, ຍິງດັບສູນ ເປົ້າໝາຍດ້ວຍປືນຕິດລົດ 3 ຊະ ນິດ, ແຕ່ລະຊະນິດຈະຍິງ 3 ລູກ, ໃນນັ້ນ, ປືນໃຫຍ່ 125 ມມ ລູກທີ 1 ຈະຍິງໃນໄລຍະ
1.600 ແມັດ, ລູກທີ 2 ໄລຍະ 1.700 ແມັດ ແລະ ລູກທີ 3 ໄລຍະ 1.800 ແມັດ, ປືນຈັກ 12,7 ມມ ທັງ 3 ລູກຈະຍິງໃນໄລຍະ 800 ແມັດ ແລະ ປືນ
ຈັກ 7,62 ມມ ລູກທີ 1 ຈະຍິງໃນໄລຍະ 600 ແມັດ, ລູກທີ 2 ໄລຍະ 700 ແລະ ລູກທີ 3 ໄລຍະ 800 ແມັດ ຖ້າຍິງບໍ່ຖືກ ເປົ້າໝາຍແມ່ນຈະໄດ້ກັບມາ
ຍິງ ອີກຮອບໃໝ່. ເຫຼົ່າຮົບລົດຕັງ-ຍານເກາະກອງ ທັບປະຊາຊົນລາວແມ່ນໄດ້ສົ່ງ 1 ທີມນັກກີລາເຂົ້າຮ່ວມແຂ່ງຂັນ ຈໍານວນພົນທັງໝົດ 21 ສະຫາຍ,
ແບ່ງເປັນ 4 ຈຸລົດ (ຈຸລະ 3 ສະ ຫາຍ) ເວລາແຂ່ງຂັນແມ່ນເລີ່ມ ຈາກແຂ່ງຂັນຈຸດ່ຽວ, ຫຼັງຈາກ ນັ້ນ ຈະແຂ່ງຂັນຮ່ວມທີມ (ລວມ 3 ຈຸ) ແລ້ວຈະລວບ
ລວມເອົາຄະແນນທັງໝົດມາເປັນຄະແນນລວມ ໃນການການແຂ່ງຂັນ, ໃຜສາມາດຍາດໄດ້ຄະແນນລວມຫຼາຍ ແລະ ປະຍັດເວລາໄດ້ດີແມ່ນ ທີມນັ້ນຊະ
ນະເລີດ.

     ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຍັງໄດ້ສັງລວມໃຫ້ ຊາບໂດຍຫຍໍ້ບົດຮຽນທີ່ຖອດຖອນ ໄດ້ຜ່ານການເຂົ້າຮ່ວມແຂ່ງຂັນ ອາມີເກມ ທີ່ ສ ຣັດ
ເຊຍ ນັບ ຕັ້ງແຕ່ປີ 2017 ເປັນຕົ້ນມາ, ອັນ ພື້ນຖານແມ່ນທາງເຈົ້າພາບ ຣັດ ເຊຍ ໄດ້ອໍານວຍຄວາມສະດວກ ຮອບດ້ານ ພາຍຫຼັງນັກກີລາເດີນ ທາງເຖິງ
ຣັດເຊຍ ບວກກັບນັກ ກີລາພວກເຮົາແມ່ນມີຄຸນທາດ ການເມືອງໜັກແໜ້ນ, ມີນໍ້າໃຈ ເດັດດ່ຽວໜຽວແໜ້ນ, ມີຄວາມກະຕືລືລົ້ນ, ເຫັນໄດ້ຄວາມໝາຍ
ຄວາມສໍາຄັນຂອງການເຂົ້າຮ່ວມແຂ່ງຂັນ ອາມີເກມ, ພ້ອມກັນ ສຸມທຸກຄວາມຮູ້ຄວາມສາມາດ, ນໍາໃຊ້ຫົວຄິດປະດິດສ້າງ, ໄຫວພິກ ພ້ອມດ້ວຍພາລະກຳ
ລັງທີ່ ມີເຂົ້າໃນການແຂ່ງຂັນ, ອົດທົນ ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ, ເປັນເຈົ້າການປະຕິບັດ ຂໍ້ກຳນົດ, ກົດລະບຽບ ແລະ ກະຕິກາ ໃນການແຂ່ງ
ຂັນໄດ້ດີ, ເຖິງ ວ່າເວລາແຂ່ງຂັນມີຄວາມຈໍາກັດ ແຕ່ກໍສາມາດເຮັດສໍາເລັດໜ້າທີ່ ຂອງຕົນດ້ວຍດີຕະຫຼອດມາ ແລະ ປະສົບຜົນສໍາເລັດຢ່າງສູງໃນປີ 2020
ຄື: ສາມາດຍາດໄດ້ອັນດັບ II ຮອງແຊັມ. ຈາກປະສົບການ ເຂົ້າຮ່ວມແຂ່ງຂັນ ໃນ 4 ປີຜ່ານມາ, ພວກເຮົາຈະສືບຕໍ່ໝູນໃຊ້ບົດ ຮຽນທີ່ຖອດຖອນໄດ້ເຂົ້າ
ໃນການ ແຂ່ງຂັນໃນປີນີ້ ເປັນຕົ້ນແມ່ນການສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ນັກກີລາມີຄວາມເຊື່ອໝັ້ນ ໃນຕົນເອງ, ອົດທົນ, ສູ້ຊົນ ແລະ ກ້າ
ຫານ, ມີຄວາມໝັ້ນໃຈ ໃນການນໍາໃຊ້ພາຫະນະອາວຸດທີ່ນໍາ ໃຊ້ເຂົ້າໃນການແຂ່ງຂັນ ເພື່ອເຮັດສໍາເລັດໜ້າທີ່ຂອງຕົນ, ສຸມໃສ່ອົບຮົມ-ຫັດແອບ ໃຫ້ນັກ
ກີລາ ເມື່ອໄປເຖິງ ຣັດເຊຍ ເນື່ອງຈາກ ວ່າລົດທີ່ທີມນໍາໃຊ້ເຂົ້າໃນການ ອົບຮົມ-ຫັດແອບຢູ່ລາວ ກັບລົດ ທີ່ນໍາໃຊ້ເຂົ້າໃນການແຂ່ງຂັນ ແມ່ນແຕກຕ່າງກັນ
ເພື່ອໃຫ້ມີ ຄວາມຄ່ອງແຄ້ວໃນການຂັບຂີ່ ລົດຜ່ານສິ່ງກີດຂວາງ, ການດັບ ສູນເປົ້າໝາຍ, ການປະສານສົມ ທົບລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ແລະ ຜູ້ດັບ
ສູນເປົ້າໝາຍ, ການປັບປຸງພາຫະນະທີ່ນໍາໃຊ້ເຂົ້າໃນການແຂ່ງຂັນເປັນບັນຫາສໍາຄັນ, ເນື່ອງຈາກວ່າພາຫະນະທີ່ເຈົ້າ ພາບຣັດເຊຍໃຫ້ນໍາໃຊ້ເຂົ້າໃນ ການແຂ່ງ
ຂັນເປັນພາຫະນະທີ່ເກົ່າ, ມີຫຼາຍປະເທດນໍາໃຊ້ປົນເປກັນ, ພາຍຫຼັງຈົກສະຫຼາກໄດ້ ລົດແລ້ວ ໃຫ້ທີມນັ້ນປ່ຽນຖ່າຍ ວັດຖຸອາໄຫຼ່ ແລະ ຊ້ອມແປງລົດ ເອງ,
ໃນປີຜ່ານມາທີມເຫຼົ່າຮົບ ລົດຕັງ-ຍານເກາະກອງທັບປະຊາ ຊົນລາວແມ່ນບໍ່ໄດ້ປ່ຽນລົດຈົນ ຮອດຮອບຊີງຊະນະເລີດ ໃນຄະ ນະທີ່ເກືອບ 90% ຂອງບັນດາ
ທີມຈາກປະເທດອື່ນໄດ້ປ່ຽນ ລົດໃນຮອບຊີງຊະນະເລີດ, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການຊ້ອມແປງລົດຂອງນັກກີລາທີມເຮົາເອງ ແລະ ໃນ
ປີນີ້, ພວກເຮົາຈະໄດ້ນໍາເອົາ ວັດຖຸອາໄຫຼ່ຈໍານວນໜຶ່ງທີ່ມີຢູ່ ລາວ ເພື່ອໄປປ່ຽນຖ່າຍໃນເວລາ ແຂ່ງຂັນຕົວຈິງໃຫ້ມີຄວາມຮັບ ປະກັນ ເພື່ອເຮັດໃຫ້ການເຂົ້າ
ຮ່ວມແຂ່ງຂັນໃນປີນີ້ຍາດໄດ້ ຜົນງານທີ່ດີກວ່າປີຜ່ານມາ, ປະກອບສ່ວນສ້າງຊື່ສຽງໃຫ້ສາກົນ ໄດ້ຮັບຮູ້ເຖິງການເຕີບໃຫຍ່ ແລະ ຄວາມເຂັ້ມແຂງຂອງກອງ
ທັບ ປະຊາຊົນລາວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/07/2021