ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພ້ອມກັນນຳເອົາຜົນສຳເລັດບັ້ນດຳເນີນຊີວິດການເມືອງ
ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງໃຫ້ເກີດຜົນເປັນຈິງ


ພົນໂທ ຈັນສະໝອນ ຈັນຍາລາດ ກ່າວໃນກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ
ຄັ້ງທີ 6 ສະໄໝທີ X ແລະດໍາເນີນຊີວິດການເມືອງໃຫ້ພະນັກງານຫຼັກແຫຼ່ງທົ່ວກອງທັບ

     ໃນໂອກາດກ່າວປິດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ແລະ ດໍາເນີນຊີວິດການເມືອງໃຫ້ພະນັກງານຫຼັກ
ແຫຼ່ງທົ່ວກອງທັບ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ຂອງກະຊວງປ້ອງກັນປະເທດທີ່ຈັດຂຶ້ນໃນລະຫວ່າງວັນທີ 21-24 ສິງຫາ 2018 ນີ້,
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ກອງປະຊຸມໄດ້ດໍາເນີນເປັນເວລາ 4
ວັນ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ສໍາເລັດຕາມຄາດໝາຍຂອງແຜນການ, ຜ່ານການຄົ້ນຄວ້າເຊື່ອມຊຶມບັນດາເນື້ອໃນເອກະສານແຕ່ລະບົດ, ການປະກອບຄໍາ
ເຫັນ ແລະ ການສໍາຫຼວດກວດກາດຳເນີນຊີວິດການເມືອງຂອງພະນັກງານການນຳຫຼັກແຫຼ່ງທົ່ວກອງທັບ ແມ່ນດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຊີວິດຊີວາ,
ຖືກຕ້ອງຕາມຄວາມເປັນຈິງໄດ້ເຮັດໃຫ້ ພວກເຮົາມີຄວາມເປັນເອກະພາບສູງຕໍ່ການຕີລາຄາຜົນສຳເລັດ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ
ທີ X ຂອງພັກໃນໄລຍະ 2 ປີກວ່າທີ່ຜ່ານມາ.

     ທ່ານລັດຖະມົນຕີກະຊວງປ້ອງກັນປະເທດກ່າວຕື່ມວ່າ: ການດຳເນີນຊີວິດການເມືອງທົ່ວກອງທັບຢູ່ຂັ້ນກະຊວງແມ່ນໄດ້ສິ້ນສຸດລົງ, ແຕ່ຍັງສືບຕໍ່ດຳເນີນຢູ່ຂັ້ນກົມ
ກອງທ້ອງຖິ່ນໃຫ້ເປັນຂະບວນການກ້ວາງຂວາງ ແລະ ກ້າວເຂົ້າສູ່ລວງເລິກຕື່ມອີກ. ສະນັ້ນ ຈຶ່ງສະເໜີໃຫ້ບັນດາສະຫາຍພະນັກງານນຳພາ-ບັນຊາທຸກພາກສ່ວນກົມກອງ
ເອົາໃຈໃສ່ເນື້ອໃນຈຸດປະສົງຄາດໝາຍບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້ ເພື່ອປັບປຸງຄວາມຮັບຮູ້ ເຂົ້າໃຈ-ເຫັນແຈ້ງ ແລະ ມີຄວາມເປັນເອກະພາບກັນໃນດ້ານທັດສະ
ນະກໍຄືທິດແກ້ໄຂບັນຫາຕ່າງໆນຳກັນຢ່າງຈິງຈັງ ແລະ ແຂງແຮງ, ສະນັ້ນ ກັບຄືນເມືອງກົມກອງພາຍໃຕ້ການຊີ້ນຳຂອງຄະນະຊີ້ນຳຈາກຄະນະພັກກະຊວງປ້ອງກັນປະເທດ
ກໍໃຫ້ພ້ອມກັບໝູ່ຄະນະສືບຕໍ່ຄົ້ນຄວ້າປຶກສາຫາລືໂດຍມີການວິເຄາະ, ໄຈ້ແຍກເພື່ອກຳແໜ້ນບັນ ຫາຂອງກົມກອງຕົນຢ່າງລະອຽດ, ເລິກເຊິ່ງ, ເພຶ່ອປັບປຸງທິດທາງແກ້ໄຂ
ທີ່ເໝາະສົມມີມາດຕາການຕົວຈິງ ແລະ ຕັດສິນໃຈຈັດຕັ້ງປະຕິບັດທິດທາງ, ແຜນການຢ່າງເຂັ້ມງວດຕັ້ງໜ້າແກ້ໄຂບັນຫາຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງຢ່າງເຖິງຖອງບົນ
ຈິດໃຈຍຶດໝັ້ນທັດສະນະພາວະວິໄສ ແລະ ຍົກສູງຄວາມຮັບຜິດຊອບການເມືອງໃນການເບິ່ງ ແລະ ແກ້ໄຂທຸກບັນຫາ.

     ບັນດາສະຫາຍທີ່ເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້ ແມ່ນເປັນຜູ້ທີ່ເຮັດໜ້າທີ່ຊີ້ນຳ-ນຳພາການຈັດຕັ້ງປະຕິບັດຕົວຈິງ ແລະ ໂດຍກົງຢູ່ອົງການ, ກົມກອງ,
ຂໍໃຫ້ເຊີດຊູຄວາມເປັນແບບຢ່າງນຳໜ້າ, ປັບປຸງລະດັບຄວາມຮູ້-ຄວາມສາມາດຂອງຕົນໃຫ້ສົມຄູ່ກັບໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່,
ເອົາໃຈໃສ່ສຶກສາອົບຮົມນຳພາສະມາຊິກພັກ, ພະນັກງານ-ນັກຮົບທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນການຍົກສູງນ້ຳໃຈຄວາມຮັບຜິດຊອບຕໍ່ປະເທດຊາດ,
ຕໍ່ພັກ, ຕໍ່ກອງທັບ, ຕໍ່ກົມກອງ ແລະ ຕໍ່ປະຊາຊົນ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດໃຈ, ເດັດດ່ຽວຕັດສິນໃຈແກ້ໄຂບັນຫາຄົງຄ້າງຕ່າງໆ ໂດຍສະເພາະບັນຫາ
ພະນັກງານ, ສະມາຊິກພັກທີ່ຂາດຄວາມຮັບຜິດຊອບ, ເຊື່ອມຖອຍທາງດ້ານຄຸນທາດການ ເມືອງ ແລະ ຂາດຄຸນສົມບັດສິນທຳປະຕິວັດຢ່າງເຂັ້ມງວດ, ເຊື່ອໝັ້ນວ່າດ້ວຍ
ຜົນສໍາເລັດຂອງບັ້ນດໍາເນີນຊີວິດ ການເມືອງໃນຄັ້ງນີ້ ບັນດາສະຫາຍຈະເຊີດຊູມານະຈິດປະຕິວັດບຸກປັບປຸງຕົນເອງຢ່າງຮອບດ້ານ ແລະ ສູ້ຊົນບຸກບືນເພື່ອເຮັດສໍາເລັດໜ້າ
ທີ່ການເມືອງ, ສ້າງໃຫ້ເປັນຂະບວນການໜຶ່ງໃນການປັບປຸງກົມກອງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບ
ຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງຟົດຟື້ນກວ້າງຂວາງ, ເຊື່ອໝັ້ນວ່າບັນດາສະຫາຍຈະພ້ອມກັນນໍາເອົາຜົນສໍາເລັດຂອງບັ້ນດໍາເນີນຊີວິດ
ການເມືອງໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຕົນໃຫ້ປາກົດຜົນເປັນຈິງ ແລະ ມີໄຊ.