ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກະຊວງປ້ອງກັນປະເທດ ສຳ​ເລັດ​ກອງ​ປະຊຸມ​ຄົບ​ຄະນະ ທ້າຍ​ສະ​ໄໝ IV


ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນວັນທີ 25-26 ສິງຫາ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນ
ສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ
ແລະ ຜູ້ຕາງໜ້າຈາກສູນກາງພັກເຂົ້າຮ່ວມ.

      ກອງປະຊຸມໄດ້ສັງເກດຕີລາຄາຄືນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍພາຍໃຕ້ການນໍາ-ນຳພາຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ຕະຫຼອດ
ໄລຍະສະໄໝທີ IV ຢ່າງຮອບດ້ານດ້ວຍພາວະວິໄສກົງໄປກົງມາ ເຊິ່ງຊີ້ໃຫ້ເຫັນດ້ານດີທີ່ຕັ້ງໜ້າ ແລະ ດ້ານອ່ອນທີ່ເປັນຂໍ້ຄົງຄ້າງທີ່ຄະນະພັກແຕ່ລະຂັ້ນຈະຕ້ອງໄດ້ພ້ອມ
ກັນແກ້ໄຂໃຫ້ສອດຄອ່ງ, ມີຄວາມໂລ່ງລ່ຽນໂປ່ງໃສ, ຖືກທິດແທດເຖິງ ແລະ ມີປະສິດທິພາບຕາມຄາດໝາຍທີ່ໄດ້ກຳນົດໄວ້ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ
ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ.

     ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ໄດ້ມີຄຳເຫັນເພີ່ມເຕີມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ
ພັກ, ຄະນະນໍາແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຊີ້ນຳ-ນຳພາ ຢ່າງແທດເຖິງແຕ່ລະຂົງເຂດວຽກງານທີ່ຕົນເອງຮັບຜິດຊອບມີຄວາມກ້າວໜ້າ, ມີຜົນສຳເລັດ ເປັນ
ກ້າວໆມາພ້ອມນັ້ນ ສະຫາຍ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ຕົ້ນຕໍແມ່ນວຽກງານ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ
ວາງອອກ, ພ້ອມກັນນໍາເອົາແນວທາງຂອງພັກ-ລັດ ຕິດພັນກັບໜ້າທີ່ວຽກງານໃຫ້ກາຍເປັນຍຸດທະສາດທີ່ແຂງແກ່ນຂອງວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ
ເຊິ່ງໃນໄລຍະຜ່ານມາບັນດາອົງການ, ກົມ, ໂຮງຮຽນ, ໂຮງໝໍ ທີ່ຂຶ້ນ ກັບ ກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ຕໍ່ວິຊາສະເພາະຂອງໃຜລາວຢ່າງເປັນຂະບວນການເຂັ້ມ
ແຂງ, ເຮັດໃຫ້ສະພາບພາຍໃນມີຄວາມສະຫງົບໂດຍພື້ນຖານ. ເອົາໃຈໃສ່ກໍ່ສ້າງພະນັກງານຜູ້ສືບທອດປ່ຽນແທນ, ແຕ່ລະພາກສ່ວນຕ້ອງມີແຜນສ້າງ, ແຜນການສຶກສາ
ອົບຮົມພະນັກງານໃຫ້ໄດ້ສາມຮຸ້ນສືບທອດ. ໃນນັ້ນ, ຕ້ອງບົ່ມສອນໃຫ້ເຂົາເຈົ້າເຂົ້າໃຈແຈ້ງຕໍ່ແນວທາງສັງຄົມນິຍົມຢາກເຮັດໄດ້ແນວນັ້ນຄະນະພັກຕ້ອງລົງເລິກໃກ້ຊິດ
ຕິດແທດທຸກຫົວໜ່ວຍອົງການທີ່ຂຶ້ນກັບຕົນເອງ, ສ້າງບຸກຄະລາກອນໃຫ້ຖືກຕາມເປົ້າໝາຍທີ່ຕ້ອງການ, ສ້າງຄົນໃຫ້ທັນສະໄໝໄປຕາມຍຸກເຕັກໂນໂລຊີໃນການນໍາໃຊ້
ພາຫະນະ, ເຕັກນິກ, ອາວຸດ, ໂດຍອີງໃສ່ທິດຊີ້ນໍາຂອງຊ່ຽວຊານເພື່ອນມິດ, ຍົກສູງການພົວພັນສາກົນ, ຍົກສູງການຮຽນຮູ້ໃຫ້ແກ່ນັກຮຽນທີ່ກໍາລັງສຶກສາຢູ່ພາຍໃນ ແລະ
ຕ່າງປະເທດ, ດ້ວຍການເພີ່ມທະວີການອົບຮົມ-ຫັດແອບ ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງໃຫ້ມີຄວາມຊຳນິຊຳນານ, ມີຄວາມເຂັ້ມແຂງກຽມພ້ອມເຮັດໜ້າທີ່
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ພ້ອມທັງຮັບມືກັບບາງບັນຫາທີ່ເກີດຂຶ້ນແລ້ວເຊັ່ນ: ການສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19, ການຮັບມືກັບ
ໄພທໍາມະຊາດ ແລະ ໄພຂົ່ມຂູ່ດ້ານອື່ນໆທີ່ອາດຈະເກີດຂຶ້ນ.

     ກອງປະຊຸມຄັ້ງນີ້, ຄະນະພັກແຕ່ລະ ສະຫາຍ ຍັງໄດ້ຜ່ານບົດ ສໍາຫຼວດຕົນເອງເພື່ອສ່ອງແສງ ໃຫ້ເຫັນດ້ານດີທີ່ຕັ້ງໜ້າ ແລະ ຂໍ້ຄົງຄ້າງໃນການປະຕິບັດວຽກງານຕົວ
ຈິງໄລຍະຜ່ານມາ ເພື່ອພ້ອມກັນເສີມຂະຫຍາຍດ້ານດີ ແລະ ຕໍານິຕິຕຽນບັນຫາທີ່ຍັງຄົງຄ້າງສ່ວນລວມ ແລະ ບຸກຄົນ. ຈາກນັ້ນ, ກໍພ້ອມກັນປຶກສາຫາລືຫາວີທີແກ້ໄຂ
ໂດຍສະເພາະການປັບປຸງວິທີເຮັດວຽກ, ວິທີບົວລະບັດພາຫະນະ, ອາວຸດ ແລະ ການພັດທະນາຄ້າຍຄູໃນສະເພາະໜ້າ ແລະ ຍາວນານ.