ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວ​ເຮັດ​ວຽກຢູ່ ກອງພັນໃຫຍ່ 641


     ວັນທີ 25 ສິງຫາ 2021 ນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວກວດກາພາຫະນະ
ອາວຸດ-ຍຸດໂທປະກອນ ຢູ່ ກອງພັນໃຫຍ່ 641 ໂດຍໃຫ້ການ ຕ້ອນຮັບຂອງ ສະຫາຍ ພັນເອກ ນວນຕາ ທັນມະຈັກ ຫົວໜ້າການທະຫານ ກອງພັນໃຫຍ່
641 ພ້ອມຄະນະ, ມີພະນັກງານວິຊາສະເພາະທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ບຸນທອນ ອານຸລັກ ຮອງຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 641 ໄດ້ລາຍງານກ່ຽວກັບວຽກງານດັ່ງກ່າວໂດຍຫຍໍ້ ໂດຍສະເພາະ
ແມ່ນວຽກງານການຄຸ້ມຄອງພາຫະນະອາວຸດ-ຍຸດໂທປະກອນຕ່າງໆ, ວຽກງານກວດກາສ້ອມແປງພາຫະນະເຕັກນິກ, ການບົວລະບັດຜັດເຊັດໃຫ້ມີຄວາມ
ຮັບປະກັນໃນທ່າ ກຽມພ້ອມສູ້ຮົບໄດ້ທຸກເວລາ, ນອກນັ້ນຍັງໄດ້ຈັດຕັ້ງອົບຮົມການນໍາໃຊ້ກໍຄືບັນດາຫຼັກການ ແລະ ການບົວລະບັດຕ່າງໆ ໃຫ້ພະນັກງານ-
ນັກຣົບ ທີ່ເຮັດວຽກງານການຄຸ້ມຄອງລົດ, ອາວຸດ-ຍຸດໂທປະກອນໃນກົມກອງຕົນໃຫ້ມີຄວາມເຂົ້າໃຈ, ເຮັດວຽກວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນດີທາງ
ດ້ານປະລິມານ ແລະ ຄຸນນະພາບ, ພ້ອມທັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ບາງບັນຫາທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ.

     ໃນໂອກາດດັ່ງກ່າວ, ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະກໍໄດ້ລົງກວດກາພາຫະນະອາວຸດ-ຍຸດໂທປະກອນ ຢູ່ບັນດາກົມກອງ
ທີ່ຂຶ້ນ ກັບກອງພັນໃຫຍ່ 641 ຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/08/2021