ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນົບພະດົນ ເທບພິທັກ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ໃນໂອກາດສິ້ນສຸດວາລະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ໃນວັນທີ 26 ກັນຍານີ້, ຢູ່
ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ

     ໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການມາປະຕິບັດໜ້າທີ່ທາງການທູດຂອງ ທ່ານ ນົບພະດົນ
ເທບພິທັກ ຕະຫຼອດໄລຍະເວລາທີ່ຜ່ານມາເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີຖານ
ບ້ານໃກ້ ເຮືອນຄຽງທີ່ດີລະຫວ່າງສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ພ້ອມນີ້ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍັງໄດ້
ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ຂອງທ່ານ.

     ໂອກາດດຽວກັນນັ້ນ ທ່ານ ນົບພະດົນ ເທບພິທັກ ກໍໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງທ່ານລັດຖະມົນຕີກະຊວງ
ປ້ອງກັນປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ ທີ່
ນັບມື້ໄດ້ຮັບການເສີມຂະຫຍາຍໃນຫຼາຍດ້ານ.