ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ສຳເລັດການເຂົ້າຮ່ວມ
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11 ແລະ ອາຊຽນ-ບວກ ຄັ້ງທີ 4

     ໃນລະຫວ່າງວັນທີ 22-25 ຕຸລາ 2017 ຜ່ານມານີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ
ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11 (11th ADMM), ກອງປະຊຸມລັດຖະມົນຕີປ້ອງກັນປະ
ເທດອາຊຽນ-ບວກ ຄັ້ງທີ 4 (4th ADMM-Plus) ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງຢູ່ທີ່ເມືອງຄລາກ, ແຂວງ ປາມຝັງງາ, ປະເທດຟີລິບປິນ. ພາຍໃຕ້
ຄຳຂັວນ “ຮ່ວມມືເພື່ອການປ່ຽນແປງ, ຜູກພັນສາກົນ”.


ພົນໂທ ຈັນສະໝອນ ຈັນຍາລາດ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11 ແລະ ອາຊຽນ-ບວກ ຄັ້ງທີ 4

     ເນື້ອໃນສຳຄັນຂອງກອງປະຊຸມ ADMM ຄັ້ງທີ 11 ນີ້ ແມ່ນໄດ້ຮັບຮອງເອົາ 10 ເອກະສານແນວຄວາມຄິດວ່າດ້ວຍການຮ່ວມມືລະຫວ່າງບັນດາປະ
ເທດອາຊຽນ ແລະ ອາຊຽນ-ບວກ ເຊິ່ງລວມມີ: 1. ແຜນວຽກ 3 ປີ ຂອງກອງປະຊຸມ ADMM; 2. ບົດແນວຄວາມຄິດວ່າດ້ວຍແນວຄິດລິເລີ່ມໃນຂອບ
ກອງປະຊຸມ ADMM ແລະ ADMM-ບວກ; 3. ບົດແນວຄວາມຄິດວ່າດ້ວຍຂໍ້ແນະນໍາສໍາລັບໂຄງການແລກປ່ຽນທາງທະເລ; 4. ຫຼັກການສໍາລັບການແລກ
ປ່ຽນການສຶກສາ ແລະ ເຝິກອົບຮົມຂອງບັນດາປະເທດສະມາຊິກ ADMM; 5. ບົດແນວຄວາມຄິດວ່າດ້ວຍການປັບປຸງໜ່ວຍງານຜູ້ຊ່ຽວຊານໃນຂອບ
ກອງປະຊຸມ ADMM-ບວກ; 6. ບົດແນວຄວາມຄິດວ່າດ້ວຍການຈັດກອງປະຊຸມ ADMM-ບວກ ປະຈໍາປີ, 7. ລະບຽບຫຼັກການສໍາລັບການຈັດກອງປະ
ຊຸມບໍ່ເປັນທາງການກັບປະເທດ-ບວກ; 8. ລະບຽບຫຼັກການເພີ່ມເຕີມທີ 2 ໃນການສ້າງຕັ້ງກອງປະຊຸມ ADMM ແລະ ກອງປະຊຸມ ADMM-ບວກ; 9.
ບົດແນວຄວາມຄິດວ່າດ້ວຍການເພີ່ມທະວີການສ່ວນຮ່ວມລະຫວ່າງກອງປະຊຸມ ADMM ແລະ ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມ
ໝັ້ນຄົງ (NADI) ແລະ 10. ບົດແນວຄວາມຄິດວ່າດ້ວຍການສ້າງຕັ້ງໜ່ວຍງານວິຊາການສະເພາະກິດເພື່ອປັບປຸງຫຼັກການປະຕິບັດຂອງເຮືອບິນທະຫານ
ໃນເວລາປະເຊີນໜ້າທາງອາກາດ.

     ຈາກນັ້ນ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນຍັງໄດ້ລົງນາມໃນຖະແຫຼງການຮ່ວມກອງປະຊຸມ ADMM ຄັ້ງທີ 11 ວ່າດ້ວຍ “ການຮ່ວມມື
ເພື່ອການປ່ຽນແປງ, ຜູກພັນສາກົນ”. ພ້ອມກັນນັ້ນ, ກອງປະຊຸມ ຍັງຮັບຟັງຄວາມຄືບໜ້າຂອງການຈັດຕັ້ງສູນແພດທະຫານອາຊຽນ ແລະ ແນວຄວາມຄິດ
ລິເລີ່ມໃໝ່ຂອງອິນໂດເນເຊຍກ່ຽວກັບການຮ່ວມມືຢ່າງໃກ້ຊິດໃນການຕິດຕາມການເຄື່ອນໄຫວຂອງກຸ່ມກໍ່ການຮ້າຍ. ສິ່ງສຳຄັນອີກອັນໜຶ່ງໃນກອງປະຊຸມ
11th ADMM ໃນຄັ້ງນີ້, ໄດ້ຮັບຮອງເອົາເອກະສານທີ່ກອງທັບປະຊາຊົນລາວ ແລະ ກອງກຳລັງປ້ອງກັນຕົນເອງຍີ່ປຸ່ນ ໄດ້ຮ່າງຂຶ້ນໃນໄລຍະການເປັນປະທານ
ຮ່ວມໃນໜ່ວຍງານວິຊາການດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ວ່າດ້ວຍມາດຕະຖານການປະຕິບັດງານຂອງສູນປະສານງານ
ຫຼາຍຝ່າຍ (MNCC SOP) ເພື່ອສະເໜີໃຫ້ຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ (ACDM) ພິຈາລະນາເອົາເຂົ້າເປັນເອກະສານຊ້ອນທ້າຍໃນໜວດ
ທີ່ 6 ຂອງມາດຕະຖານການປະຕິບັດງານກ່ຽວກັບຄວາມພ້ອມຂອງພາກພື້ນ ແລະປະສານງານຮ່ວມກັນເພື່ອບັນເທົາທຸກໄພພິບັດ ແລະ ຕອບໂຕ້ສຸກເສີນ
ອາຊຽນ(SASOP). ສຳລັບກອງປະຊຸມ ADMM-ບວກ ຄັ້ງທີ 4, ກອງປະຊຸມໄດ້ຮັບຟັງການລາຍງານຂອງເລຂາທິການໃຫຍ່ອາຊຽນ ວ່າດ້ວຍຄວາມຄືບ
ໜ້າໃນການປະຕິບັດໜ້າທີ່ຂອງສາມເສົາຄໍ້າຂອງປະຊາຄົມອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ ແລະ ຄວາມໝັ້ນຄົງ, ເສົາຄໍ້າປະຊາຄົມເສດຖະກິດ ແລະ
ເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມ. ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກຍັງໄດ້ພ້ອມກັນແລກປ່ຽນສະພາບ ຄວາມໝັ້ນ
ຄົງທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ເຊິ່ງກຳລັງຜະເຊີນໜ້າຢູ່ ເປັນຕົ້ນແມ່ນສະພາບການໃນແຫຼມເກົາຫຼີ, ການກໍ່ການຮ້າຍ, ໄພພິບັດທາງທຳມະຊາດ,
ຄວາມໝັ້ນຄົງທາງທະເລ ແລະ ໄພຂົ່ມຂູ່ຕໍ່ຄວາມ ໝັ້ນຄົງທີ່ບໍ່ແມ່ນທາງທະຫານອື່ນໆ.

     ພ້ອມດຽວກັນນັ້ນຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງອື່ນໆຄື: ກອງປະຊຸມພິເສດຂອງບັນດາລັດຖະມົນຕີປ້ອງກັນ
ປະເທດອາຊຽນ, ກອງປະຊຸມບໍ່ເປັນທາງການລັດຖະມົນຕີ ຈີນ-ອາຊຽນ, ກອງປະຊຸມບໍ່ເປັນທາງການລັດຖະມົນຕີອາເມຣິກາ-ອາຊຽນ, ກອງປະຊຸມບໍ່ເປັນ
ທາງການລັດຖະມົນຕີ ຍີ່ປຸ່ນ-ອາຊຽນ, ພິທີເປີດໂຄງການຕິດຕໍ່ສື່ສານໂດຍກົງຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ພິທີມອບໂອນ
ປະທານອາຊຽນໃຫ້ແກ່ສິງກະໂປ ເຊິ່ງຈະຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2018 ແລະ ກິດຈະກຳອື່ນໆ. ນອກຈາກນີ້ບັນດາລັດຖະມົນຕີປ້ອງກັນປະ
ເທດອາຊຽນ ແລະ ອາຊຽນ-ບວກ ຍັງໄດ້ພ້ອມກັນເຂົ້າຢ້ຽມຂໍ່ານັບພະນະ ທ່ານ ໂຣດຣິໂກ ໂຣດ ດູເຕີເຕ ປະທານາທີບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ.

     ນອກນັ້ນ ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງ
ຝ່າຍກັບຄະນະລັດຖະມົນຕີປ້ອງກັນປະເທດອາຊຽນຈຳນວນໜຶ່ງເຊັ່ນ: ຫວຽດນາມ, ຣັດເຊຍ, ກຳປູເຈຍ, ຟີລິບປິນ ແລະ ສິງກະໂປ.