ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ
ສູນກາງສະຫະພັນແມ່ຍິງ ລາວ ເປີດກວ້າງຄັ້ງທີ 6 ສະໄໝ ທີ VII


ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ

     ໃນວັນທີ 26 ຕຸລານີ້, ຫ້ອງການສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່
ຍິງ ລາວເປີດກວ້າງຄັ້ງທີ 6 ສະໄໝ ທີ VII, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກ ກະ
ຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງ ກະຊວງ
ປ້ອງກັນປະເທດ, ມີຄະນະນຳສະຫະພັນແມ່ຍິງກົມ, ຫ້ອງການ, ກອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

     ກອງປະຊຸມໄດ້ພ້ອມກັນເຊື່ອມຊຶມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ລາວ ຄັ້ງທີ 5 ສະໄໝທີ
VII, ມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ລາວ ເປີດກວ້າງ ຄັ້ງທີ 6 ສະໄໝທີ VII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ
ທົ່ວປະເທດ ຄັ້ງທີ VII, ແຜນພັດທະນາແມ່ຍິງລາວ ( 2016- 2020 ) ແລະ ບົດໂອ້ລົມຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ
ສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ລາວ ເປີດ ກວ້າງຄັ້ງທີ 6 ສະໄໝທີ VII.

     ຈຸດປະສົງກໍເພື່ອແນໃສ່ເຮັດໃຫ້ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ, ຄະນະນຳສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມກຳແໜ້ນ
ຢ່າງເລິກເຊິ່ງ ເພື່ອພ້ອມກັນນຳມາສ້າງເປັນແຜນການ-ແຜນງານ ອັນລະອຽດຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ຕາມສະພາບເງື່ອນໄຂທ່າແຮງບົ່ມຊ້ອນ
ຂອງກົມກອງໃຫ້ກາຍເປັນຮູບປະທຳຕົວຈິງ.