ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ
ເຊື່ອມຊຶມມະຕິຄັ້ງທີ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ

     ວັນທີ 24 ພະຈິກ ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້
ກຽດໂອ້ລົມຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃນ
ໂອກາດປິດກອງປະຊຸມດັ່ງກ່າວ. ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໃຫ້ການຕີລາຄາວ່າ: ການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5
ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃນຄັ້ງນີ້ ແມ່ນໄດ້ດຳເນີນໄປດ້ວຍຄວາມຮັບຜິດຊອບສູງຂອງບັນດາຄະນະນຳກະຊວງ, ຄະນະພັກ-ຄະ
ນະບັນຊາ, ກົມກອງທົ່ວກຳລັງຫຼວງ.


ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ
ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X

     ຜ່ານການຄົ້ນຄ້ວາເຊື່ອມຊຶມບັນດາເນື້ອໃນເອກະສານ ແລະ ການປະກອບຄຳເຫັນຂອງບັນດາສະຫາຍແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ
ໄດ້ເຮັດໃຫ້ພວກເຮົາມີຄວາມຮູ້ ແລະ ເປັນເອກະພາບສູງຕໍ່ແນວທາງນະໂຍບາຍ, ແຜນນະໂຍບາຍຂອງພັກສົມທົບແໜ້ນກັບການຍົກສູງຄວາມຮັບຜິດ
ຊອບການເມືອງຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ກໍຄືຄວາມບຸກບືນສູ້ຊົນຂອງພັກ, ຂອງສະມາຊິກພັກ ເຊິ່ງເປັນເງື່ອນໄຂພື້ນຖານໃຫ້ແກ່ການຫັນ
ມະຕິຂອງພັກໄປສູ່ການຈັດຕັ້ງປະຕິບັດຕົວຈິງໃຫ້ເລິກເຊິ່ງກວ່າເກົ່າ. ເຊິ່ງມະຕິດັ່ງກ່າວແມ່ນເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ
ທີ X ຂອງພັກໃນແຕ່ລະໄລຍະເຂົ້າສູ່ຊີວິດຕົວຈິງໃນສັງຄົມ, ກໍຄືທົ່ວກອງທັບເຮົາທັງເປັນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກໃນຂົງເຂດ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານ 3 ສ້າງ ຄຽງຄູ່ກັນນັ້ນເປັນການເພີ່ມທະວີ
ຄວາມເອົາໃຈໃສ່ປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນນຳພາບັນຊາ ເພື່ອ
ສືບຕໍ່ຮັກສາບົດບາດເປັນຫຼັກແຫຼ່ງແກ່ນສານຂອງພັກໃນການນຳພາເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສະພາບການໃໝ່ໃຫ້ມີ
ປະສິດທິພາບເລິກເຊິ່ງ.

     ທ່ານຍັງໄດ້ເນັ້ນໜັກຕື່ມອີກວ່າການເຊື່ອມຊຶມມະຕິ 5 ສະໄໝທີ X ຂອງສູນກາງພັກ ຕ້ອງໄດ້ສືບຕໍ່ຈັດຕັ້ງດຳເນີນຢູ່ຂັ້ນກົມກອງຮາກຖານໃຫ້ເປັນຂະ
ບວນການທີ່ກວ້າງຂວາງ ແລະ ເຂົ້າສູ່ລວງເລິກ. ພ້ອມທັງຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນຈົ່ງຮັບຮູ້ເຂົ້າໃຈແຈ້ງ ແລະ ມີຄວາມເປັນເອກະພາບກັນສູງຮ່ວມ
ກັບສູນກາງພັກດ້ານທັດສະນະ ກໍຄືທິດທາງແກ້ໄຂບັນຫາຕ່າງໆທີ່ເປັນສິ່ງອັດຕັນໃຫ້ໄດ້ໂດຍເດັດຂາດ. ພ້ອມກັບໝູ່ຄະນະສືບຕໍ່ຄົ້ນຄວ້າປຶກສາຫາລືໂດຍ
ມີການວິເຄາະໄຈ້ແຍກ ເພື່ອກຳແໜ້ນບັນຫາຕ່າງໆໃນກົມກອງຂອງຕົນຢ່າງລະອຽດເລິກເຊິ່ງ, ຕັ້ງໜ້າແກ້ໄຂບັນຫາຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງບົນຈິດໃຈ
ຍຶດໝັ້ນທັດສະນະພາວະວິໄສ ແລະ ຍົກສູງຄວາມຮັບຜິດຊອບການເມືອງໃນການເບິ່ງ ແລະ ແກ້ໄຂບັນຫາໃຫ້ຖືກທິດມີປະສິດທິຜົນ, ບົນຈິດໃຈບຸກທະລຸ
ເຂົ້າໃນການກໍ່ສ້າງກອງທັບປະຊາຊົນລາວໃຫ້ບັນລຸໄດ້ຕາມທິດສ້າງກອງທັບປະຕິວັດ ແລະ ມີແບບແຜນທັນສະໄໝເປັນກ້າວໆ.