ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດປິດຂະບວນການ
ແຂ່ງຂັນກີລາສະໝັກຫຼິ້ນປະຈຳປີ 2018

   ຫ້ອງວ່າການກະຊວງປ້ອງກັນປະເທດປິດການແຂ່ງຂັນກີລາສະໝັກຫຼິ້ນປະຈຳປີ 2018 ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 43 ປີ ແລະ ວັນສ້າງຕັ້ງກອງ
ທັບປະຊາຊົນລາວຄົບຮອບ 70 ປີ ຂຶ້ນໃນຕອນບ່າຍວັນທີ 23 ພະຈິກ 2018 ນີ້, ໂດຍການເປັນປະທານຂອງ ທ່ານ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກ
ກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະແນກການ, ບໍລິສັດລັດວິສາຫະກິດ ແລະ ພະນັກງານ-ນັກຮົບ ຕະ
ຫຼອດເຖິງບັນດານັກກີລາໃນທົ່ວຫ້ອງວ່າ ການກະຊວງປ້ອງກັນປະເທດເຂົ້າຮ່ວມຢ່າງພ້ອມພຽງ.


ພົນຕີ ຄຳສີ ວົງຄຳຊາວ ມອບລາງວັນແລະຂັນໃຫ້ແກ່ອັນດັບທີ 1, ທີ 2, ທີິ 3

   ຂະບວນການແຂ່ງຂັນກີລາປະຈຳປີຂອງຫ້ອງວ່າການກະຊວງປ້ອງກັນປະເທດໄດ້ເປີດການແຂ່ງຂັນຂຶ້ນໃນວັນທີ 16 ພະຈິກ 2018 ຜ່ານມາ ແລະ ໄດ້ສໍາເລັດລົງ
ດ້ວຍບັນຍາກາດການແຂ່ງຂັນຄຶກຄື້ນມ່ວນຊື່ນ ແລະ ຮັບປະກັນຄວາມປອດໄພໄດ້ສ່ວນຮ້ອຍ, ທັງນີ້ກໍເພື່ອເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນ ວັນ
ປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີຄວາມໝາຍເລິກ
ເຊິ່ງ ອີກດ້ານໜຶ່ງກໍເພື່ອເປັນການເສີມສ້າງສຸຂະພາບຂອງນັກກີລາ ກໍຄືພະນັກງານ-ນັກຮົບໃຫ້ມີຄວາມແຂງແຮງ ແລະ ເປັນການເຕົ້າໂຮມຄວາມສາມັກຄີພາຍໃນ, ຮັບປະ
ກັນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ ພ້ອມທັງຄັດເລືອກເອົານັກກີລາຜູ້ດີເດັ່ນເປັນຕົວແທນໃຫ້ນັກກີລາຫ້ອງວ່າການກະຊວງປ້ອງກັນປະ
ເທດເຂົ້າຮ່ວມແຂ່ງຂັນງານກີລາກອງທັບ ເຂດໃຈກາງນະຄອນຫຼວງວຽງຈັນທີ່ຈະຈັດຂຶ້ນໃນມໍ່ໆນີ້ ເພື່ອຂ່ໍານັບຮັບຕ້ອນວັນສ້າງຕ້ັງກອງທັບປະຊາຊົນລາວຄົບຮອບ 70 ປີ
ໃນປີນີ້ມີຄວາມເບີກບານຄຶກຄື້ນມ່ວນຊື່ນ.

   ສໍາລັບການແຂ່ງຂັນກີລາໃນຄັ້ງນີ້, ມີບັນດາກົມກອງ, ຫ້ອງການ ແລະ ບໍລິສັດ-ລັດວິສາຫະກິດໄດ້ສົ່ງທີມກີລາຂອງຕົນເຂົ້າຮ່ວມ. ໃນນີ້ປະກອບມີ 5 ລາຍການ ຄື:
ບານສົ່ງຊາຍ, ເປຕັງຊາຍ, ເປຕັງຍິງ, ດຶງເຊືອກຍິງປະສົມຊາຍ ແລະ ກີລາປິງປ່ອງຊາຍຄູ່. ຜ່ານການດຳເນີນການແຂ່ງຂັນມາເປັນເວລາໜຶ່ງອາທິດສາມາດສະຫຼຸບໄດ້ດັ່ງນີ້:
ປະເພດກີລາບານສົ່ງຊາຍໄດ້ລາງວັນທີ 1 ບໍລີສັດລາວເດີນອາກາດ, ທີ 2 ຫ້ອງການບໍລິຫານຫ້ອງວ່າການ, ທີ 3 ກົມກົດໝາຍ; ປະເພດກີລາເປຕັງເພດຊາຍໄດ້ລາງວັນ
ທີ 1 ກອງລົດຫ້ອງວ່າການ, ທີ 2 ກົມກົດໝາຍ, ທີ 3 ຫ້ອງການປກຊ-ປກສ ສູນກາງ; ເປຕັງຍິງໄດ້ລາງວັນທີ 1 ບໍລີສັດລາວເດີນອາກາດ, ທີ 2 ກົມກົດໝາຍ, ທີ 3 ກົມ
ຮັກສາສຸຂະພາບ; ປະເພດກີລາດຶງເຊືອກຍິງປະສົມຊາຍໄດ້ລາງວັນທີ 1 ກົມພົວພັນຕ່າງປະເທດ, ທີ 2 ກົມກົດໝາຍ, ທີ 3 ຫ້ອງການບໍລິຫານ ແລະ ປະເພດກີລາປິ່ງປ່ອງ
ຊາຍຄູ່ໄດ້ທີ 1 ກົມເສດຖະກິດ, ທີ 2 ຫ້ອງການບໍລິຫານຫ້ອງວ່າການ, ທີ 3 ກອງລົດຫ້ອງວ່າການ. ຈາກນ້ັນກໍໄດ້ມອບເງິນລາງວັນ ແລະ ຂັນໃຫ້ແກ່ອັນດັບທີ 1, ທີ 2,
ທີິ 3 ຂອງແຕ່ລະປະເພດຢ່າງເໝາະສົມ.