ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

     ໃນວັນທີ 26 ທັນວາ 2017 ນີ້, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະ
ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ນຳໂດຍ ສະຫາຍ ພົນ
ຈັດຕະວາ ຮິ່ງ ດັກ ເຮືອງ, ຫົວໜ້າຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາ
ຢ້ຽມຢາມ ສປປ ລາວ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນອະດີດທະຫານອາສາສະໝັກແລະຊ່ຽວຊານຫວຽດນາມ

     ໃນການພົບປະດັ່ງກ່າວ ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດເຮົາກໍໄດ້ກ່າວສະແດງຄວາມຕ້ອນ ຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະ
ພາບອັນດູດດື່ມ ແລະ ຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນໃນທ່າມກາງບັນຍາກາດທີ່ສອງປະເທດຫາກໍຈັດຕັ້ງປີສາມັກຄີ
ມິດຕະພາບຢ່າງມີຜົນສຳເລັດອັນຈົບງາມ, ເຊິ່ງເປັນການປະກອບສ່ວນສຳຄັນອັນຍິ່ງໃຫຍ່ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາ
ມັກຄີອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ, ເວົ້າລວມ, ເວົ້າສະເພາະລະຫວ່າງສອງກອງທັບທີ່ມີມູນເຊື້ອ
ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ປະທານ ໂຮ່ ຈີ່ ມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້
ນຳແສນເຄົາລົບຮັກຂອງປະຊາຊົນລາວ ເປັນຜູ້ລິເລີ່ມກໍ່ຕັ້ງຖະໜຸຖະໜອມ ແລະ ໄດ້ຮັບການສືບທອດ, ເພີ່ມພູນຄູນສ້າງດ້ວຍເລືອດເນື້ອເຫື່ອແຮງ ແລະ ສະ
ຕິປັນຍາຂອງການນຳຮຸ່ນກ່ອນຈົນກາຍເປັນມໍລະດົກອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ທັງເປັນປັດໄຈຕັດສິນ
ໄຊຊະນະຂອງການປະຕິວັດຂອງທັງສອງປະເທດ. ປັດຈຸບັນສາຍພົວພັນດັ່ງກ່າວຍິ່ງໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ທາງກວ້າງ ແລະ ທາງເລິກ
ຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຫວຽດນາມ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກ
ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະ ໃໝ່ຂອງສອງປະເທດກໍຄືປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ, ການຮ່ວມມື
ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

     ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ຍັງໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຮອບດ້ານສຳຄັນທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ໃນ
ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຮັດໃຫ້ ສສ ຫວຽດນາມມີສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ
ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົດບາດຂອງ ສສ ຫວຽດນາມໄດ້ຮັບການເຊີດ
ຊູໃຫ້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ, ພ້ອມກັນນັ້ນຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງ, ການເສຍສະຫຼະອັນສູງສົ່ງຂອງບັນດາທະຫານອາສາສະໝັກ
ຫວຽດນາມໃນໄລຍະທີ່ປະຊາຊົນລາວດຳເນີນການຕໍ່ສູ້ກູ້ຊາດເພື່ອເອກະລາດໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງລາວ ໃນ
ປັດຈຸບັນ. ສະຫາຍຍັງໄດ້ອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງຈົ່ງສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ
ແລະ ສ້າງສາປະເທດຊາດສັງຄົມນິຍົມບັນລຸເປົ້າໝາຍສ້າງປະເທດໃຫ້ເປັນປະເທດອຸດສະຫະກຳຕາມທິດທັນສະໄໝໃນອະນາຄົດ ພ້ອມດຽວກັນຍັງໄດ້ສະ
ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່
ຫຼວງ, ລໍ້າຄ່າ ແລະ ຈິງໃຈໃຫ້ແກ່ປະຊາຊົນລາວໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

     ສະຫາຍ ຮວິ່ງ ດັກເຮືອງ ໄດ້ສະແດງຄວາມດີໃຈທີ່ໄດ້ນຳພາຄະນະມາຢ້ຽມຢາມ ສປປ ລາວ ໃນປີ ສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2017
ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ການຕີລາຄາຂອງພັກ, ລັດ, ກອງທັບປະຊາຊົນລາວຂອງສອງປະເທດຕໍ່ການປະກອບສ່ວນຂອງບັນດາອະດີດທະຫານ
ອາສາສະໝັກຫວຽດນາມຕໍ່ພາລະກິດການປະຕິວັດ ແລະ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າຄົນຮຸ່ນໜຸ່ມຂອງສອງປະເທດຈະສືບຕໍ່ເສີມຂະຫຍາຍສາຍພົວ
ພັນພິເສດທີ່ຫາໄດ້ຍາກລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມນັ້ນໃຫ້ນັບມື້ນັບມີປະສິດທິຜົນ, ມີຄວາມສະຫງົບ, ປະເທດຊາດໄດ້ຮັບການພັດ
ທະນາຄືປັດຈຸບັນນີ້ ແລະ ເພີ່ມພູນຄູນສ້າງຈົນກາຍເປັນຄວາມຖະໜອມຫອມຮັກຢູ່ໃນຈິດໃຈຂອງປະຊາຊົນສອງຊາດລາວ ແລະ ຫວຽດນາມໄດ້ຮັບການ
ເສີມຂະຫຍາຍໃຫ້ຂຽວສົດງົດງາມ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.