ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດໂຄງການຄົ້ນຄວ້າຂຽນປື້ມປະຫວັດສາດ ຮ່ວມສຳພັນສູ້ຮົບລະຫວ່າງ
ແນວລາວຮັກຊາດ ກັບກຳລັງເປັນກາງຮັກຊາດແຕ່ ປີ 1960-ປີ 1975


     ພິທີສະຫຼຸບ ແລະ ມອບຮັບໂຄງການຮ່ວມມືຄົ້ນຄວ້າຂຽນປື້ມປະຫວັດສາດ ຮ່ວມສຳພັນສູ້ຮົບ ລະຫວ່າງ ແນວລາວຮັກຊາດ ກັບກຳລັງເປັນກາງຮັກ
ຊາດ ໃນປີ 1960-1975 ໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນນ້ຳພ້າວ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ໃນຕອນເຊົ້າຂອງ ວັນທີ 24 ມັງກອນ 2022 ນີ້ ໂດຍ
ການເຂົ້າຮ່ວມ ແລະ ກ່າວມອບໂດຍຂອງ ສະຫາຍ ພົນຈັດຕະວາ ປອ ຫງວຽນ ຮວ່າງ ຢຽນ ຫົວໜ້າສະຖາບັນ ປະຫວັດສາດ ການທະຫານ ກະຊວງປ້ອງ
ກັນປະເທດ ສສ ຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະ
ຊວງປ້ອງກັນປະເທດ ພ້ອມດ້ວຍຄະນະເຂົ້າຮ່ວມ ພາຍໃຕ້ການເປັນສັກຂີພະຍານຂອງ ສະຫາຍ ພັນເອກ ວົງໄຊ ອິນທະຄຳ ຫົວໜ້າຫ້ອງການ ທີ່ປຶກສາ
ທູດປ້ອງກັນຊາດ ກະຊວງປ້ອງກັນປະເທດ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມ.

     ໂຄງການຄົ້ນຄວ້າ ແລະ ຂຽນປື້ມປະຫວັດສາດຮ່ວມສຳພັນສູ້ຮົບ ລະຫວ່າງແນວລາວຮັກຊາດ ກັບ ກຳລັງ ເປັນກາງ ແນວລາວຮັກຊາດ ໃນຊຸມປີ
1960-1975 ເປັນໂຄງການໜຶ່ງຂອງ ກະຊວງປ້ອງກັນປະເທດລາວ ຊີ້ນຳ​ໂດຍ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ສປປ ລາວ ແລະ ສະຖາບັນ
ປະຫວັດສາດປ້ອງກັນຊາດກະຊວງປ້ອງກັນປະເທດ ຫວຽດນາມ ຮ່ວມມືຄົ້ນຄວ້າຂຽນ​ເລີ່ມ​ຕົ້ນ​ແຕ່​ມື້​ທີ່ໄດ້ຮັບການອະນຸມັດຈາກສອງກະຊວງເລີ່ມຕົ້ນຂຽນ
ແຕ່ ປີ 2018 ເປັນຕົ້ນມາໂດຍ ຝ່າຍ ສສ ຫວຽດນາມ ໄດ້ສົ່ງຊຽວຊານເຂົ້າມາສົມທົບ ພະແນກປະຫວັດສາດ ການທະຫານ ຝ່າຍລາວ ​ໂດຍ​ການສຶກສາ
ລົງເກັບກຳຂໍ້ມູນ ຕົວ​ຈຶ່ງ ເພື່ອມາຂຽນເປັນປື້ມ ມີ​ທັງ ພາສາລາວ ແລະ ພາສາຫວຽດນາມ ສຳລັບປື້ມທີ່ຂຽນ ເປັນພາສາລາວ ປະກອບດ້ວຍເນື້ອໃນ ທັງ
ໝົດແບ່ງເປັນ 4 ພາກ ແລະ 45 ເນື້ອໃນຫົວຂໍ້ສຳຄັນປະກອບມີ 368 ໜ້າ ໃນນັ້ນບັນຫາເດັ່ນຂອງປື້ມຫົວດັ່ງກ່າວແມ່ນ ເວົ້າເຖິງການຮ່ວມສຳພັນສູ້ຮົບ
ລະຫວ່າງ ແນວລາວຮັກຊາດ ກັບກຳລັງເປັນກາງຮັກຊາດ ເຊິ່ງ​ໄດ້ຕໍ່ສູ້ກັບຈັກກະພັດອາເມລິກາ ຕາມຍຸດທະສາດ ສົງຄາມພິເສດ ເພີ່ມທະວີຢູ່ ລາວ ແຕ່ ປີ
1960-1975 ປື້ມຫົວດັ່ງກ່າວ ພາຍຫຼັງທີ່ມີພິທີມອບ-ຮັບຢ່າງເປັນທາງການ ແລ້ວສອງພາກສ່ວນຈະໄດ້ລາຍງານກະຊວງຂອງຕົນເພື່ອກະກຽມແຈກຢາຍ
ໃຫ້ບັນດາວິທະຍາຄານ ກົມກອງ ທີ່ມີຄວາມຈຳເປັນອ້ອມຂ້າງກະຊວງ ເພື່ອນຳໄປເປັນຂໍ້ມູນໃນການປະກອບສ່ວນ ໃຫ້ນັກຮຽນນັກສຶກສາ ແລະ ພະນັກ
ງານ-ນັກຮົບຮຸ້ນສືບທອດ ໄດ້ນຳໄປສຶກສາຄົ້ນຄວ້າຮ່ຳຮຽນເອົາມູນເຊື້ອ ອັນພິລະອາດຫານທົນທານໜຽວແໜ້ນ ແລະ ໄຫວພິບປະຕິພານນີ້ ເພື່ອປະກອບ
ເຂົ້າໃນໜ້າທີ່ ວຽກງານ ວິຊາສະເພາະຕົວຈິງ ໃນອານາຄົດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/01/2022