ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ-ເຕັກນິກ ປະຈຳປີ 2017

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ-ເຕັກນິກຮອບດ້ານ ປະຈຳປີ 2017 ແລະ ເຜີຍແຜ່ທິດທາງແຜນການປີ 2018 ຂອງວິ
ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 27 ກຸມພາ 2018 ນີ້, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ
ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ມີ ພັນເອກ ປອ ແກ້ວສຸວັນ ອິນທະວົງສາ
ຫົວໜ້າການທະຫານ ວປກ, ພັນເອກ ບຸນເກີ່ມ ສະເຫຼີມສຸກ ຮອງຫົວໜ້າອຳນວຍການ, ຫົວໜ້າກົມພະລາ-ເຕັກນິກ ວປກ, ຕະຫຼອດຄະນະພັກ-ຄະນະບັນ
ຊາຈາກ 11 ພາກສ່ວນ, ພ້ອມດ້ວຍພະນັກງານ, ນັກຮົບພະລາກອນທົ່ວກົມພະລາເຂົ້າຮ່ວມຈຳນວນ 150 ກວ່າສະຫາຍ.


ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ-ເຕັກນິກຮອບດ້ານປະຈຳປີ 2017

     ພັນໂທ ບຸນເລີດ ໄຊຫາລາດ ຮອງຫົວໜ້າກົມພະລາ-ເຕັກນິກ ວປກ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍສະຫາຍໄດ້ຍົກໃຫ້ເຫັນເຖິງດ້ານດີ
ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ. ໃນນັ້ນອັນທີ່ພົ້ນເດັ່ນແມ່ນຄະນະພັກ-ຄະນະບັນຊາ ໄດ້ມີຄວາມເປັນເອກະພາບສູງບົນພື້ນ
ຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ພະນັກງານສະມາຊິກພັກ-ນັກ
ຮົບພະລາກອນ ເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນ, ຍູ້ແຮງຂະບວນການ 4 ປູກ 4 ລ້ຽງ ຕາມທິດເພິິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງ, ໂດຍອາໄສທ່າແຮງບົ່ມຊ້ອນຂອງກົມກອງຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບດີຂຶ້ນເປັນກ້າວໆ. ພ້ອມກັນນັ້ນ
ກໍໄດ້ສູ້ຊົນຊອກແຫຼ່ງລາຍຮັບຈາກການປູກ-ການລ້ຽງ ແລະ ການບໍລິການດ້ານຕ່າງໆ ເພື່ອສົມທົບໃສ່ທຶນຮອນ ທີ່ຂັ້ນເທິງຕອບສະໜອງໃຫ້ເຂົ້າໃນການ
ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມຈົບງາມ, ເປັນລະບຽບຮຽບຮ້ອຍ. ເຊິ່ງມັນສະແດງອອກໃນການຄຸ້ມຄອງເບີກຈ່າຍອັດຕາກິນ, ເງິນເດືອນໃນແຕ່ລະ
ເດືອນຮັບປະກັນໄດ້ 100%, ວຽກງານບົວລະບັດສ້ອມແປງແມ່ນປະເພດເບົາ, ກາງ, ໜັກມີທັງໝົດ 25 ຄັ້ງ ເທົ່າກັບ 57 ແຮງງານ, ໂດຍໃຊ້ງົບປະມານ
ຂອງຂັ້ນເທິງ ແລະ ກົມກອງຕົນເອງທັງໝົດ 68.502.000 ກີບ, ກໍ່ສ້າງເຮືອນຄົວປ້ອງກັນສຳເລັດ 100%, ກໍ່ສ້າງເດີ່ນຈອດລົດພະນັກງານຄູສຳເລັດ
100%, ກໍ່ສ້າງເດີ່ນກີລາເປຕັງ ວປກ ສຳເລັດ 100%, ກໍ່ ສ້າງຫໍພັກນັກສຶກສາ 3 ຊັ້ນ ສຳເລັດແລ້ວ 90%, ກໍ່ສ້າງຫ້ອງການຄູເຫຼົ່າຮົບ ສຳເລັດ 100%,
ກໍ່ສ້າງເດີ່ນກີລາ ວປກ ສຳເລັດ 45% ແລະ ໂຄງການອື່ນໆ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມີແຫຼ່ງລາຍຮັບຈາກດ້ານຕ່າງໆໃນປີທີ່ຜ່ານ
ມາຈຳນວນ 312.422.000ກີບ, ໄດ້ມາຈາກການຂາຍຜັກເຂົ້າເຮືອນຄົວ 7.487.000 ກີບ, ເກັບຄ່າເຊົ່ານາໜອງອ່ຽນ 12.050.000 ກີບ, ຂາຍເຂົ້ານາປີ
ນາແຊງ 12.000.000 ກີບ, ຂາຍງົວ 3 ໂຕ 10.000.000 ກີບ, ຂາຍໝູ ຈຳນວນ 15 ໂຕ ເປັນເງິນ 26.705.000 ກີບ, ຂາຍປາ 317 ກິໂລ ເປັນເງິນ
4.430.000 ກີບ, ຜະລິດນ້ຳດື່ມຂາຍ 93.918.000 ກີີບ, ບໍລິການເຊົ່າຮ້ານຄ້າ 76.115.000 ກີບ, ເງິນຫາລາຍໄດ້ສະບຽງ 3.844.000 ກີບ, ໄດ້
ຮັບຈາກໂຮງສີເຂົ້າ ວປກ 1.040.000 ກີບ, ບໍລິການສ້ອມແປງ-ລ້າງອັດສີດ 14.348.000 ກີບ, ເງິນໄດ້ຈາກການຈຳໜ່າຍປຶ້ມລະບຽບນາຍທະຫານ
11.120.000 ກີບ ແລະ ເງິນຂາຍໄມ້ວິກ ວປກ: 8.000.000 ກີບ. ໂອກາດດັ່ງກ່າວຍັງໄດ້ຮັບຟັງການເຜີຍ ແຜ່ທິດທາງໃນຊຸມປີ 2018 ອີກດ້ວຍ.

     ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນ, ແຕ່ລະສະຫາຍເອົາໃຈໃສ່
ວຽກງານສືກສາອົບຮົມການເມືອງນຳພາແນວຄິດເພື່ອຍົກສູງນ້ຳໃຈຮັບໃຊ້, ຮັບປະກັນ, ຄຸ້ມຄອງໃຫ້ແໜ້ນທາງດ້ານກຳລັງພົນ, ກຳແໜ້ນທາງດ້ານວຽກ
ງານ, ຮັບປະກັນການ ເຄື່ອນໄຫວຢ່າງມີປະສິດທິຜົນດ້ວຍຈິດໃຈວ່ອງໄວ, ທັນການ ແລະ ຖືກຕ້ອງ, ນຳເອົາແຜນການຊີ້ນຳ ແລະ ຈິດ ໃຈປະຕິບັດເຂົ້າສູ່
ລະບຽບວິໄນທີ່ຮັດກຸມ, ປັບປຸງແບບແຜນວິທີເຮັດວຽກ ໂດຍຖືເອົາການເຮັດວຽກຕິດແທດກັບພຶດຕິກຳຕົວຈິງ, ຫັນເອົາການປູກ-ການລ້ຽງ, ການຊອກ
ແຫຼ່ງລາຍຮັບເປັນໜ້າທີ່ຂອງໝົດທຸກພາກສ່ວນ, ທຸກຄົນ, ເອົາໃຈໃສ່ເພີ່ມທະວີນໍ້າໃຈປະຢັດມັດທະຍັດນຳໃຊ້ໃຫ້ມີເຫດມີຜົນ.