ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 5 ເຊື່ອມຊຶມມູນເຊື້ອຂອງ ພັກປະຊາຊົນ ປະຕິວັດລາວ

     ໃນວັນທີ 22 ມີນາ 2017 ຜ່ານມານີ້, ຢູ່ກອງພົນທີ 5 ໄດ້ຈັດຕັ້ງປາຖະກະຖາມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີຂຶ້ນ ພາຍໃຕ້
ການເຂົ້າຮ່ວມ ແລະປາຖະກະຖາຂອງ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 5, ມີບັນດາຄະນະພັກອົງການ 5 ຫ້ອງ,
ພະແນກການ, ກົມກອງຂຶ້ນກັບເຂົ້າຮວ່ມ 200 ກວ່າສະຫາຍ.


    ພັນເອກ ບຸນທັນ ມາບຸດສະດີ ເຂົ້າຮ່ວມປາຖະກະຖາມູນເຊື້ອຂອງພັກປະຊາຊົນປະຕິວັດລາວຄົບຮອບ 62 ປ

     ໃນພິທີທ່ານໄດ້ຫວນຄືນມູນເຊື້ອຕົ້ນກໍາເນີດ ແລະການເຕີບໃຫ່ຍຂະຫຍາຍຕົວຂອງພັກປະຊາຊົນປະ ຕິວັດລາວຕະຫຼອດ 62 ປີທີ່ຜ່ານມາ ຄືວັນທີ 22
ມີນາ ປີ 1995-22 ມີນາ 2017 ໄດ້ຍົກໃຫ້ເຫັນມູນເຊື້ອນຳພາຕໍ່ສູ້ລະອິດລະອ້ຽວບໍ່ຍອມຈໍານົນ ສະຫຼາດສ່ອງໃສ ແລະເຄີຍມີມູນເຊື້ອດຸໝັ່ນ ໂດຍແມ່ນ
ຂະບວນການຕໍ່ ສູ້ຂອງກຳລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າພ້ອມກັນລຸກຮື້ຂຶ້ນຕໍ່ສູ້ເປັນຂະບວນການຢ່າງກວ້າງຂວາງແຕ່ເໜືອຕະຫຼອດໃຕ້
ພາຍໃຕ້ການນຳພາຂອງພັກປະຊົນປະຕິວັດລາວຈົນຍາດໄດ້ໄຊຊະນະຢ່າງສົມບູນໃນທົ່ວປະເທດ, ໂດຍສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອຂອງພັກ, ສະ
ຫາຍຫົວໜ້າການເມືອງກອງພົນທີ 5 ໄດ້ຮຽກຮ້ອງໃຫ້ພະນັກງານສະມະຊິກທຸກຄົນຈົ່ງຮໍ່າຮຽນເອົາບົດຮຽນອັນລໍ້າຄ່າຂອງພັກ ແລະພະນັກງານລຸ້ນກ່ອນມາ
ເສີມຂະຫຍາຍເປັນບົດຮຽນການນຳພາຂອງພັກຢູ່ໃນກົມກອງຂອງຕົນ ເພື່ອສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະໜັກແໜ້ນເທື່ອລະກ້າວ.

     ຕອນທ້າຍພາຍຫຼັງສຳເລັດພິທີ ຍັງປະດັບຫຼຽນໄຊພິລະອາດຫານຊັ້ນຕ່າງໆໃຫ້ແກ່ກົມກອງລວມໝູ່ໃນໂອກາດ 35 ປີ ວັນສ້າງຕັ້ງກອງພົນທີ 5 ລວມ
ມີຄື: ປະດັບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ແກ່ກອງພົນທີ 5, ຫຼຽນໄຊພິລະອາດຫານຊັ້ນ II ມີ 2 ກົມກອງຄື: ຫ້ອງການເມືອງ ແລະຫ້ອງການກອງພົນທີ
5, ຫຼຽນໄຊພິລະອາດຫານຊັ້ນ III ມີ 11 ກົມກອງຄື: ກອງພັນ 10, ກອງພັນ 23, ກອງພັນ 18, ກອງພັນ 618, ກອງພັນ 565, ກອງພັນ 427, ກອງພັນ
228, ໂຮງໝໍກອງພົນ, ກອງຮ້ອຍ 306, ກອງຮ້ອຍ 304 ແລະກອງຮ້ອຍ 404 ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາອີກດ້ວຍ.