ກົມ ວສ-ປສ ການທະຫານ ກະຊວງປ້ອງກັນປະເທດ
ລົງສຳຫຼວດພື້ນທີ່ກໍ່ສ້າງຈຳລອງຄ້າຍກອງພັນທີ II ຜ່າວົງປິດລ້ອມ.
ກົມ ວສ-ປສ ການທະຫານ ກະຊວງປ້ອງກັນປະເທດ ລົງສຳຫຼວດພື້ນທີ່ກໍ່ສ້າງຈຳລອງຄ້າຍກອງພັນທີ II ຜາວົງປິລ້ອມ.
ວັນທີ 20-21 ມີນາ 2017 ນີ້. ກົມວິທະຍາສາດ-ປະຫວັນສາດ ການທະຫານ ກະຊວວງປ້ອງກັນປະເທດ ເຊິ່ງນຳໂດຍສະຫາຍ ພັນເອກ ວຽງໄຊ ສົມ
ວິຈິດ ຫົວໜ້າກົມ ແລະສະຫາຍ ພັນເອກ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ມີສະຫາຍຫົວໜ້າກອງບັນຊາການທະ
ຫານແຂວງ ຊຽງຂວາງ ພ້ອມດ້ວຍບໍລິສັດ ຄູນທະວົງ ກໍ່ສ້າງຄົບວົງຈອນ ແລະພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ການລົງສຳຫຼວດພື້ນທີ່ກໍ່ສ້າງປະຕິສັງຂອນຄືນຄ້າຍກອງພັນທີ II ຜ່າວົງປິດລ້ອມ. ແມ່ນມອບໃຫ້ບໍລິສັດ ຄູນທະວົງ ກໍ່ສ້າງຄົບວົງຈອນ ເປັນຜູ້ສຳຫຼວດ
ອອກແບບຄິດໄລ່ໂດຍໃຫ້ຖືກຕ້ອງ ເພື່ອຈຳລອງໃຫ້ມີຮູບຊົງຄ້າຍຄືປະຫວັດສາດຄ້າຍກອງພັນທີ II ໃນເມື່ອກ່ອນ ຕາມຮ່ອງຮອຍ ແລະການໃຫ້ຄວາມກະ
ຈ່າງແຈ້ງຂອງພະຍານປະຫັວດສາດ ໃນນັ້ນແມ່ນຈະໄດ້ສ້າງຄ້າຍສຳນັກກອງພັນທີ II, ສ້າງບັນດາກອງຮ້ອຍທີ່ຂຶ້ນກັບ. ສ້າງເສັ້ນທາງຍ່າງໄປຫາສູ່ກັນ, ສ້າງ
ເຮືອນຄົວ, ເຮືອນກີນເຂົ້າ, ສ້າງສະຖານທີປະດັບຊັ້ນ, ສ້າງຮູບລອຍໂຕ ແລະຮູບນູນ, ປັບປຸງຄືນໂຄ້ງຫຼັງຄາຫໍມູນເຊື້ອນອກຈາກນີ້ ຍັງຈະໄດ້ສ້າງສີ່ງອຳນວຍ
ຄວາມສະດວກຕ່າງໆ ເປັນຕົ້ນລະບົບນຳ້ ແລະລະບົບໄຟຟ້າ, ຫ້ອງນ້ຳໃຫ້ມີຄວາມສະດວກສະບາຍ ເພ່ືອຮັບຮອງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ
ເຂົ້າທ່ຽວຊົມ.
ຮູບຈຳລອງທີ່ຄ້າຍຄືປະຫວັດສາດຄ້າຍກອງພັນທີ II
ໃນໂອກາດນີ້ ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້ເນັ້ນໜັກໃຫ້ແຕ່ລະອານຸກຳມະການ
ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນທຸກວຽກທີ່ມີການກໍ່ສ້າງຕ້ອງໃຫ້ຕິດພັນກັບປະຫວັດສາດມູນເຊື້ອ. ພາຍຫຼັງສຳຫຼວດອອກແບບສຳເລັດຕ້ອງຜ່ານ
ຂັ້ນເທີງເພື່ອອະນຸມັດເຫັນດີແລ້ວ ຈີ່ງມອບໃຫ້ລົງມືກໍ່ສ້າງ. ເພື່ອເປັນຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ.ທີ່ຈະມາ
ເຖິງ ໃຫ້ເປັນຂະບວນການພົດຟື້ນ ແລະມີເນື້ອໃນຄວາມໝາຍເລິກເຊິ່ງ.