ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົງ​ຕິດຕາມ​ຄວາມ​ພ້ອມ ກອງ​ປະຊຸມ​ສຳ​ມະ​ນາ ວິທະຍາສາດ ບັ້ນ​ຮົບ​ປົດ​ປ່ອຍ​ຜາ​ຖ່ີ ຄົບ​ຮອບ 50 ປີ

ພັນ​ເອກ ວຽງ​ໄຊ ສົມ​ວິຈິດ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ບັ້ນ​ຮົບ​ປົດ​ປ່ອຍ ​ຜາ​ຖີ່ ຄົບຮອບ 50 ປີ

     ວັນ​ທີ່ 22-24 ມີນາ 2017 ນີ້. ສະຫາຍ ພັນເອກ ວຽງ​ໄຊ ສົມ​ມີ​ຈິດ  ຫົວໝ້າກົມ​ວິທະຍາສາດ-ປະ​ຫັວດສາດ ການ​ທະຫານ ​ແລະສະຫາຍ ພັນເອກ
ຄຳ​ມ່ວນ ​ເລືອ​ງວັນຫຼ້າ ຮອງ​ຫົວໝ້າຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

     ລົງ​ເຄື່ອ​ນ​ໄຫວ​ຊຸກຍູ້ ​ແລະຕິດ​ຕາມ​ຄວາມ​ພ້ອມ ​ແຕ່ລະໝ້າວຽກ ຂອງ​ການ​ຮ່າງ​ຫາ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມສຳ​ມະ​ນາ​ວິທະຍາສາດ ບັ້ນ​ຮົບ​ປົດ​ປ່ອຍ
ຜາ​ຖ່ີ ຄົບ​ຮອບ 50 ປີ.ການ​ລົງ​ເຄື​່ອນ​ໄຫວ​ຕິດຕາມ ​ແລະຊຸກ​ຍູ້​ບັນດາ​ວຽກງານການ​ກະກ້ຽມກ້ອງ​ປະຊຸມສຳ​ມະ​ນາວິທະຍາສາດ​ບັ້ນ​ຮົບ​ປົດ​ປ່ອຍ​ຜາ​ຖີ່ ຄົບ
ຮ​ອບ 50 ປີ ຄັ້ງ​ນີ້ ​ໂດຍ​ໄດ້​ຮັບ​ການ​ລາຍ​ງານ ຈາກ​ສະຫາຍ ພັນເອກ ສຸລິນ​ພອນ ຄຳ​ພະຈັນ ຫົວໝ້າການ​ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ຫົວພັນ
ແລະທ່ານ ນາງ ​ແພງ ກັນຍາ​ພີ​ມ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ ​ແຂວງ ​ຫົວພັນ​ ​ເຊິ່ງທັງ​ສອງ​ໄດ້​ຢືນ​ຢັນຄວາມ​ພ້ອມ​ຂອງແຕ່​ລະອາ​ນຸກຳມະການ
ໂດຍສະ​ເພາະວຽກກະກຽມ​ເນື້ອ​ໃນ​ວຽກພົວພັນ​ເກັບ​ກຳຂໍ້​ມູນ​ພະຍານປະ​ຫັວດສາດ ພົວພັນ​ແຂກ​ພາຍ​ໃນ ​ແລະຕ່າງປະ​ເທດ ທີ່​ຈະ​ເຂົ້າ​ຮ່ວມ, ວຽກສະ
ຖານ​ທີ່, ພິທິການ, ຮັບ​ແຂ​ກ ​ແລະກ້ອນ​ກຳລັງ​ຕ່າງໆ.


ປືກສາ​ຫາລື​ຄວາມ​ພ້ອມ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ

     ເຊິ່ງວຽກສຳຄັນ​ທີ່​ສຸດ ​ແມ່ນ​ອາ​ນຸກຳມະການທາງ​ດ້ານ​ເສດຖະກິດ. ​ແມ່ນ​ໄດ້​ສ້າງ​ແຜນ​ການ​ເຂົ້າ​ງົບ​ປະມານ​ແຜນ​ຄົນ ເຫັນ​ວ່າ​ສຳ​ເລັດ​ໂດຍ​ພື້ນຖານ
ຄາດ​ວ່າ​ທຸກ​ວຽກງານຈະ​ໃຫ້​ສຳ​ເລັດກ່ອນກອງ​ປະຊຸມ​ສຳ​ມະ​ນາ. ປະຈຸ​ບັນ​ທາງ​ແຂວງ​ກຳລັງ​ປັບປຸງພື້ນຖານ​ໂຄງ​ລ່າງຂອບ​ເຂດ​ບໍ​ເວນ​ຕີນ​ຜາ​ຖ່ີ ​ແລະຈະ​ປັບປຸງ​
ເສັ້ນທາງ​ຂື້ນ​ຜາ​ຖີ່ ບ່ອນ​ພັກ​ເຊົາ ​ແລະຫ້ອງການ​ຂອງ​ກຳລັງ​ປະຈຳ​ປ້ອມຢູ່​ຕີນ ​ຜາ​ຖ່ີ​ ໃຫ້​ສຳ​ເລັດ​ ເພືອຮັບປະກັນ​ໃຫ້​ແກ່ການ​ປ້ອງ​ກັນ​ເວນ​ຍາມ​ບໍລິ​ເວນ​ຜາ​ຖີ​່
ໃຫ້​ມີ​ຄວາມ​ສະດວກ​ສະບາຍ, ​ນອກຈາກ​ນີ້ ບ່ອນ​ທີ່​ຈະ​ສຳ​ມະ​ນາ​ແມ່ນ​ຈະ​ກຳນົດ​ເອົາ ຖ້ຳ ຊ້າງ​ລອດ ​ສ່ວນ​ກິດ​ຈະ​ກຳ​ສະ​ເຫຼີມສະຫຼອງ​ແມ່ນ​ເອົາ​ເທດສະບານ
​ແຂວງ​ຫົວພັນ ຄາດ​ວ່າ​ທຸກ​ກິດ​ຈະ​ກຳ​ຕ້ອງ​ໃຫ້​ສຳ​ເລັດ​ຕາມ​ຄາດໝາຍທີ່​ວາງ​ໄວ້.