ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດຕ່າງໆ


     ວັນທີ່ 27 ເມສາ 2020 ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ຕາງ
ໜ້າຄະນະສະເພາະກິດ ມອບ-ຮັບເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ໄຮເທຣາ ຜູ້ຜະລິດອຸປະກອນການການແພດແຫ່ງ ສປ ຈີນ ແລະ ບໍລິສັດ ຄໍາໄພຊະນະ.

     ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງບໍລິສັດທັງສອງ ທີ່ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອປະກອບສ່ວນໃນການປ້ອງກັນ ແລະ ສະ
ກັດກັ້ນ ພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດໃນຄັ້ງນີ້, ໃນນີ້ມີ ອຸປະກອນການແພດ ແລະ ຜ້າອັດປາກ ຈໍານວນ 20 ແກດ, ລວມມູນຄ່າ 10.000 ໂດລາສະຫະລັດ.
ທ່ານຍັງກ່າວຕື່ມອີກວ່າ: ຈະນໍາເອົາອຸປະກອນດັ່ງກ່າວ ໄປແຈກໃຫ້ບັນດາຫ້ອງການ, ກົມກອງ ເພື່ອນໍາໃຊ້ເຂົ້າໃນວຽກງານການປ້ອງກັນແລະ ສະກັດກັ້ນການລະບາດຂອງພະຍາດ
ໂຄວິດ-19.