ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານສະກັດກັ້ນຕ້ານພະຍາດໂຄວິດ-19
ຢູ່ໂຮງໝໍ103 ແລະ ສູນກັກກັນຫລັກ 27


     ໃນຕອນເຊົ້າຂອງວັນທີ 24 ເມສານີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ
ພ້ອມດ້ວຍຄະນະລົງເຄື່ອນໄຫວຊຸກຍູ້ວຽກງານສະກັດກັ້ນ ຕ້ານການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຢູ່ທີີ່ໂຮງໝໍສູນກາງ 103 ແລະ ສູນກັກກັນ
ຫຼັກ 27.

     ໂອກາດນີ້ ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ຮັບຟັງການລາຍງານສະພາບການ ໂດຍຫຍໍ້ ຈາກສະຫາຍ ພັນເອກ ສຸລິພັນ ເພັດຈັນທະລາ ຫົວໜ້າ
ການທະຫານ ໂຮງໝໍສູນກາງ 103,ໂດຍໃຫ້ຮູ້ວ່າ ໃນປັດຈຸບັນນີ້ທາງໂຮງໝໍສູນກາງ 103 ໄດ້ມີການແບ່ງກໍາລັງ ພະນັກງານແພດໝໍ, ຈັດສັນສະຖານທີ່,
ນຳໃຊ້ເຄື່ອງມືທາງການແພດ ທີ່ມີຄວາມທັນສະໄໝ, ສຸມທຸກກຳລັງ ເຂົ້າໃນການປີ່ນປົວ, ກະກຽມຄວາມພ້ອມ ຮອບດ້ານ ເພື່ອຮັບມືຕ້ານ ແລະ ສະກັດກັ້ນ
ການແຜ່ລະບາດຂອງພະຍາດໂຄວິດ-19, ຫລັງຈາກນັ້ນ ຄະນະຂອງສະຫາຍຮອງນາຍົກລັກຖະມົນຕີ ກໍໄດ້ສືບຕໍ່ເຄື່ອນໄຫວ ຢູ່ທີ່ສະຖານທີ່ກັກກັນຫລັກ
27, ຢູ່ທີ່ນີ້ກໍໄດ້ຮັບຟັງການລາຍງານຂອງ ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສະວະດີ ຫົວໜ້າຮັບຜິດຊອບສູນກັກກັນ ຫລັກ 27 ໂດຍໃຫ້ຮູ້ວ່າ: ສູນ
ຫຼັກ 27 ມີການກະກຽມສະຖານທີ່ ທີ່ພັກອາໄສ, ຕຽງນອນ ລວມເຖິງສະຖານທີ່ ສຸຂະອະນາໄມ ໄວ້ສຳລັບຮອງຮັບ ຜູ້ທີ່ມາຈາກພື້ນທີ່ສ່ຽງ ຫລື ມີການໃກ້
ຊິດກັບຜູ້ທີ່ຕິດເຊື້ອ.

     ສະຫາຍຮອງນາຍົກລັດຖະມົນຕີ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາແພດ-ໝໍ ລວມເຖິງພະນັກງານທີ່ກ່ຽວຂ້ອງ ທຸກພາກສ່ວນທີ່ໄດ້ສຸມຈິດສຸມໃຈ
ເຮັດສຳເລັດ ໃນໜ້າທີ່ຂອງຕົນ, ພ້ອມດຽວກັນນີ້ ກໍຍັງໄດ້ຮຽກຮ້ອງ ໃຫ້ທຸກຄົນຈົ່ງເພີ່ມສະຕີລະວັງຕົວ, ຍົກສູງຄວາມຮັບຜິດຊອບ ພ້ອມກັນປະຕິບັດຕາມ
ລະບຽບການທີ່ຂັ້ນເທີ່ງວາງອອກ, ຊ່ວຍກັນເປັນຫູເປັນຕາ ໃນການເປັນເຈົ້າການປ້ອງກັນສະກັດກັ້ນ ການແຜ່ລະບາດ ຂອງພະຍາດ ແລະ ຍົກສູງການອ່ານ
ຂ່າວທາງສືສັງຄົມອອນລາຍ ເພາະປັດຈຸບັນນີ້ມີພວກທີ່ບໍ່ຫວັງດີ ຕໍ່ປະເທດຊາດ ສວຍໃຊ້ໂອກາດນີ້ ໃນການໃສ່ຮ້າຍປ້າຍສີ ອັນເປັນພາບໃນທາງລົບ ຕໍ່ຊາດ
ບ້ານເມືອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/04/2021