ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ


     ໃນວັນທີ 24 ເມສາ 2021 ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນ ໃຫ້ພະນັກງານຫຼັກແຫຼ່ງ ຂັ້ນນໍາພາ-ບັນຊາ ໂດຍການເປັນປະທານ
ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີ
ບັນດາຫົວໜ້າກົມ, ຮອງກົມ ແລະ ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

     ອີງຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015 ມາດຕາ 76 ຂໍ້ 6, ອີງຕາມກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນ
ຊົນລາວ ສະບັບເລກທີ43/ສພຊ, ລົງວັນທີ 14 ມີຖຸນາ 2018 ອີງຕາມໜັງສືສະເໜີ ຂອງນາຍົກລັດຖະມົນຕີ ສະບັບເລກທີ44/ນຍ, ລົງວັນທີ 2 ເມສາ
2021 ແລະ ລັດຖະດໍາລັດ ຂອງປະທານປະເທດ ສປປ ລາວ ວ່າດ້ວຍການເລື່ອນຊັ້ນ ນາຍທະຫານຊັ້ນພົນຈັດຕະວາ ຂື້ນ ຊັ້ນພົນຕີ ແລະ ຊັ້ນພັນເອກ ຂື້ນ
ຊັ້ນພົນຈັດຕະວາ. ປະທານປະເທດ ສປປ ລາວ ອອກດໍາລັດຕົກລົງ ເລື່ອນຊັ້ນ ນາຍທະຫານ ຊັ້ນພົນຈັດຕະວາ ຂື້ນ ຊັ້ນພົນຕີ 4 ສະຫາຍ ຄື: ສະຫາຍ ພົນ
ຈັດຕະວາ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພາລາທິການກອງທັບ, ສະຫາຍພົນຈັດຕະວາ ວົງສັກ ພັນທະວົງ ປະທານກໍາມາ
ທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ.

     ໃນນັ້ນໄດ້ເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂື້ນ ຊັ້ນພົນຈັດຕະວາ ມີ 15 ສະຫາຍ ຄື: ສະຫາຍ ພັນເອກ ແສງມະນີວອນ ຄໍາມະນີ ຫົວໜ້າກົມຈັດ
ຕັ້ງພັກກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ສົມພົງ ແພງປັນຍາ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ບຸນເຫຼືອ ໄຊ
ຍະເພັນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ທອງດໍາ ພົງສະຫວັດ ຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງ
ກອງທັບ, ສະຫາຍ ພັນເອກ ສົມພອນ ມິດຕະພອນ ຫົວໜ້າກົມກໍາລັງພົນກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ເດືອນສະຫວັນ ສາຍພິມຄໍາປະ
ທຸມ ຫົວໜ້າກົມຄົ້ນຄ້ວາສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2, ສະຫາຍ
ພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3, ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4, ສະຫາຍ
ພັນເອກ ທິດແກ້ວ ພົມປັນຍາ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ ພັນເອກ ຄໍາຍີນ ແສງສຸລີ ຫົວໜ້າການເມືອງກອງບັນ
ຊາການທະຫານແຂວງອຸດົມໄຊ, ສະຫາຍ ພັນເອກ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ສະຫາຍ ພັນເອກ ຄໍາເຄນ
ອຸດຕະມາ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ສະຫາຍ ພັນເອກ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່
ສ້າງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ສະຫາຍ ພັນເອກ ບຸນເກີມ ສະເຫຼີມສັກ ຫົວໜ້າກົມພາລາ-ເຕັກນິກ ວິທະຍາຄານປ້ອງກັນຊາດໄກສອນ
ພົມວິຫານ.

     ໂອກາດທີ່ມີຄວາມສໍາຄັນນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ເໜັ້ນໜັກ ໃຫ້ບັນດາສະຫາຍ ທີ່ຮັບການເລື່ອນຊັ້ນ ໃນຄັ້ງນີ້ ຈົ່ງພ້ອມ
ກັນຍົກສູງຄວາມຮັບຜິດຊອບການເມືອງ ຂອງຕົນ ເຂົ້າໃນການຄົ້ນຄ້ວາຊອກຮູ້ຮໍ່າຮຽນ ເຊື່ອມຊືມ ກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ລັດເອົາໃຈໃສ່
ປັບປຸງຕົນເອງທາງດ້ານທັດສະນະ ຄຸນທາດການເມືອງ ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນ ຕໍ່ອຸດົມການສັງຄົມນິຍົມ ເປັນແບບຢ່າງທີ່ດີໃນການບຸກບືນຜ່ານ
ຜ່າຂໍ້ຫຍຸ້ງຍາກຮັບປະກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ກໍ່ຄືກອງທັບມອບໝາຍໃຫ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/04/2021