ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງເຜີຍແຜ່ເອກະສານ
ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ


ພົນຕີ ກິລາກອນ ບຸນນະຜົນ ເປັນປະທານເຜີຍແຜ່ເອກະສານການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ

     ວັນທີ 23 ພຶດສະພາ 2019 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງເຜີຍແຜ່ເອກະສານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະປະກາດການຈັດ
ຕັ້ງບາງຕໍາແໜ່ງ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ກຳມະການຄະນະພັກກະຊວງ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະ
ບັນຊາກົມກອງອ້ອມຂ້າງຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ບຸນມາ ເລືອງໂພໄຊ ຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນອ່ານຄຳສັ່ງແນະນຳຂອງກົມການເມືອງສູນ
ກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະແນະນຳບັນດາຮ່າງເອກະສານ
ຕ່າງໆໃນການຕີລາຄາຄຸນນະພາບຂອງສະມາຊິກພັກ ແລະໜ່ວຍພັກ ເປັນຕົ້ນແມ່ນວິທີການດຳເນີນການກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມກັນນັ້ນ
ກໍ່ຍັງໄດ້ຍົກໃຫ້ເຫັນບົດບາດການນຳພາຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ກໍ່ຕັ້ງ ແລະນຳພາກອງທັບປະຊາຊົນລາວຕາມຫຼັກການເດັດຂາດ, ໂດຍກົງຮອບດ້ານ, ຕະ
ຫຼອດໄລຍະແຫ່ງການປະຕິວັດພັກເຮົາໄດ້ສ້າງແຜນຍຸດທະສາດໃນການກໍ່ສ້າງພັກ ແລະປັບປຸງຕົນເອງ, ໂດຍຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ເປັນໃຈກາງ, ເພື່ອເຮັດໃຫ້ ການກໍ່ສ້າງພັກໃນກອງທັບມີຄວາມຮັບປະກັນ ແລະໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມມະຕິຂອງພັກ, ທັງສອດຄ່ອງກັບສະພາບຈຸດພິເສດ
ໃນກອງທັບ.

     ໂອກາດດຽວກັນນີ້ ກໍໄດ້ປະກາດການແຕ່ງຕັ້ງຄະນະກົມ ແລະຄະນະຫ້ອງທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນ
ລາວ (ສະບັບປັບປຸງ) ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ໄປຮັບໜ້າທີ່ໃໝ່, ໃນນັ້ນ: ແຕ່ງຕັ້ງ ສະຫາຍ ພັນໂທ ບຸນຊູ ບຸດສະດີ ເປັນຫົວໜ້າກົມ ແລະແຕ່ງຕັ້ງ
ສະຫາຍ ພັນໂທ ອຳພາວັນ ມະນີວົງ ເປັນຮອງກົມມາດຕະຖານ-ວັດແທກ-ຄຸນນະພາບ; ແຕ່ງຕັ້ງ ສະຫາຍ ພັນໂທ ຄຳແປງ ບົວລະບັດ ເປັນຫົວໜ້າກົມຄຸ້ມຄອງລົດ, ແຕ່ງ
ຕັ້ງ ສະຫາຍ ພັນໂທ ດາວວອນ ພົມມະວົງ ເປັນຮອງກົມເຕັກນິກເຫຼົ່າຮົບ, ແຕ່ງຕັ້ງ ສະຫາຍ ພັນໂທ ວຽງທອງ ພັດທະສິດ ເປັນຮອງຫ້ອງການເມືອງ, ແຕ່ງຕັ້ງ ສະຫາຍ ພັນ
ໂທ ໄມ ພົມມະຫອມ ເປັນຮອງຫ້ອງບໍລິຫານ, ແຕ່ງຕັ້ງ ສະຫາຍ ພັນຕີ ວົງວິໄລ ອິນທະລາວົງ ເປັນຫົວໜ້າພະແນກຄຸ້ມຄອງລົດຫ້ອງບໍລິຫານ ແລະແຕ່ງຕັ້ງ ສະຫາຍ ຮ້ອຍ
ເອກ ນາງ ພິດສະໄໝ ຂຸນປັນຍາ ເປັນຮອງພະແນກສະຫະພັນແມ່ຍິງຫ້ອງການເມືອງ.