ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມແຜນການ-ການເງິນ ລົງ​ເຜີຍ​ແຜ່​ເອກະສານ ກ່ຽວກັບວຽກງານການເງີນ ຢູ່​ແຂວງ​ ອຸດົມ​ໄຊ

.
ສະຫາຍ ພັນເອກ ຄຳຢີນ ແສງສຸລີ ເລຂາພັກ, ຫົວໜ້າ ການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ​ເປັນ​ປະທານ

     ວັນທີ 26 ພຶດສະພາ ນີ້, ກົມແຜນການ-ການເງິນ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ຫົວໜ້າກົມແຜນການ-ການເງິນ ກົມໃຫຍ່ພະລາທິການກອງທັບ ພ້ອມ
ດ້ວຍຄະນະ ໄດ້ລົງເຜີຍແຜ່ເອກະສານກ່ຽວກັບວຽກງານການເງິນ ( ສຳລັບບັນດາກົມກອງເຂດພາກເໜືອ ) ຢູ່ກອງບັນຊາການທະຫານ ແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມ
ຮັບຟັງມີ ສະຫາຍ ພັນເອກ ຄຳຢີນ ແສງສຸລີ ເລຂາພັກ, ຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງອຸດົມໄຊ, ມີຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ
ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ຜົ້ງສາລີ, ອຸດົມໄຊ, ກອງພົນທີ 3 ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ວັນດີ ຄຳໄຊຫົງ ຫົວໜ້າ ພະແນກແຜນການ-ການເງິນ ກົມໃຫຍ່ພະລາທິການກອງທັບ ໄດ້ເຜີຍແຜ່ເອກະສານແຈ້ງການຂອງ ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ ຍົກເວັ້ນການຫັກອາກອນລາຍໄດ້ເງິນເດືອນນາຍ ແລະ ພົນທະຫານໃນຂອບເຂດທົ່ວກອງທັບ, ແຈ້ງການ ການ
ຈັດຕັ້ງປະຕິບັດມາດຕະການຄຸ້ມຄອງດ້ານລາຍຈ່າຍງົບປະມານບໍລິຫານປະຈຳ ປີ 2020, ແຈ້ງການ ການປະກອບເອກະສານ, ກຳນົດເວລາຂໍລາຍຈ່າຍ ແລະ ຊຳລະງົບປະ
ມານຢູ່ກົມແຜນການ-ການເງິນ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ, ຄຳສັ່ງແນະນຳການຊຳລະຊະສາງລາຍຈ່າຍເງິນເດືອນ, ເງິນບໍລິຫານປະຈຳເດືອນ, ງວດ
ແລະ ປີ, ແຈ້ງການແນະນຳຂອງ ກົມໃຫຍ່ພະລາທິການກອງທັບ ກ່ຽວກັບການເພີ່ມທະວີຊີ້ນຳວຽກງານປົກປັກຮັກສາ, ຄຸ້ມຄອງນຳໃຊ້ຢ່າງປະຢັດງົບປະມານ, ວັດຖຸອຸປະ
ກອນ, ພາຫະນະ-ເຕັກນິກພະລາທິການຕາມລະບອບອັດຕາທີ່ຂັ້ນເທິງປະກອບໃຫ້ ແລະ ເອົາໃຈໃສ່ຕໍ່ການເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດ, ຜະລິດສະບຽງອາຫານ
ເພື່ອແກ້ໄຂຊີວິດການເປັນຢູ່ປະຈຳວັນ ແລະ ມີສ່ວນແຮ່ໄວ້ໃນກົມກອງ. ທັງເພື່ອຮັບປະກັນການຈັດຕັ້ງ ປະຕິບັດຍົກເວັ້ນການຫັກອາກອນລາຍໄດ້ຈາກເງິນເດືອນຂອງນາຍ
ແລະ ພົນທະຫານ ຜູ້ທີ່ມີລາຍໄດ້ 5.000.000 ກີບ ລົງມາໃຫ້ມີຄວາມເປັນເອກະພາບໃນກອງທັບ, ຮັບປະກັນໃນການຈັດຕັ້ງຜັນຂະຫຍາຍປະຕິບັດຂໍ້ຕົກລົງຂອງ ລັດຖະ
ມົນຕີ ແລະ ແຈ້ງການຂອງລັດຖະມົນຕີ ກະຊວງການເງິນ, ພ້ອມທັງຄຸ້ມຄອງລາຍຈ່າຍງົບປະມານຮ່ວງບໍລິຫານ ໃຫ້ມີຄວາມຮັດກຸມບົນຈິດໃຈປະຢັດມັດທະຍັດ, ເພື່ອຫັນ
ເຂົ້າສູ່ລະບຽບແບບແຜນ, ຫຼັກການດ້ານງົບປະມານປີໃດຕ້ອງໃຊ້ຈ່າຍເຂົ້າໃນງົບປະມານປີນັ້ນໆ, ມີຄວາມເປັນເອະພາບ, ຖືກຕ້ອງຕາມຫຼັກການການເງິນການກຳນົດເວລາ
ປະກອບເອກະສານຂໍລາຍຈ່າຍ, ຊຳລະ ພ້ອມທັງຮັບປະກັນການສະຫຼຸບປິດງົບປະມານການຮັບ-ຈ່າຍໃຫ້ຖືກຕ້ອງຕາມເວລາໄດ້ກຳນົດ, ເຮັດໃຫ້ມີຄວາມເປັນເອກະພາບໃນ
ດ້ານການຊຳລະໃຫ້ຖືກຕ້ອງຕາມລະບຽບການ ການເງິນໃນທົ່ວກອງທັບ ແລະ ສາມາດຮັບປະກັນໃຫ້ກອງທັບເຮັດສຳເລັດໜ້າທີ່ ທີ່ພັກ-ລັດມອບໝາຍ, ເພື່ອຈັດຕັ້ງປະຕິ
ບັດບັນດາຂໍ້ຕົກລົງ ແລະ ແຈ້ງການຂອງຂັ້ນເທິງໃຫ້ໄດ້ຮັບຜົນດີ, ທັງສະແດງເຖິງຄວາມຮັບຜິດຊອບ ແລະ ເປັນເຈົ້າການຂອງກອງທັບ ໃນການເພີ່ມທະວີນ້ຳໃຈປະຢັດມັດ
ທະຍັດ, ນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢູ່ພາຍໃນກອງທັບ.