ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະເພາະກິດກະຊວງປ້ອງກັນປະເທດ ເຄື່ອນໄຫວກວດກາ
ແລະ ຊຸກຍູ້ການປ້ອງ ພະຍາດໂຄວິດ-19 ຢູູ່ບັນດາກົມກອງ

     ວັນທີ 27 ພຶດສະພາ 2021 ນີ້, ຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ
ໄດ້ລົງເຄື່ອນໄຫວກວດກາ ແລະ ຊຸກຍູ້ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາກົມກອງ, ວິທະຍາຄານ ແລະ ໂຮງ
ຮຽນອ້ອມຂ້າງນະຄອນຫຼວງວຽງຈັນ. ໃນນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຄະນະສະເພາະກິດຕ້ານ ແລະ
ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ກະຊວງປ້ອງກັນປະເທດ ໄດ້ນຳພາຄະນະ ແລະ ນຳເອົາອຸປະກອນຮັບໃຊ້ຕ້ານໂຄວິດ-19 ລົງຊຸກຍູ້ ຂະ
ບວນການຕ້ານ ແລະ ສະກັດກັ້ນພະຍາດໂຄວິ-19 ຢູ່ວິທະຍາຄານກົມມະດໍາ ແລະ ວິທະຍາຄານພະລາທິການກອງທັບ.

     ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງ
ພະຍາດ ໂຄວິດ-19 ກະຊວງປ້ອງກັນປະເທດ ນຳພາຄະນະ ແລະ ນຳເອົາອຸປະກອນລົງຊຸກຍູ້ຢູ່ ໂຮງຮຽນ 301, ໂຮງຮຽນ 303, ໂຮງຮຽນທະຫານຊາຍແດນ
712 ແລະ ວິທະຍາຄານເຕັກນິກການທະຫານ. ສະຫາຍ ພັນເອກ ດຣ ຄໍາຜາຍ ຜັ່ນສິລິ ຮອງຫົວໜ້າກົມເສນາຮັກ ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນ
ການແຜ່ລະບາດພະຍາດ ໂຄວິດ-19 ກະຊວງປ້ອງກັນປະເທດ ນຳພາຄະນະ ແລະ ນຳເອົາອຸປະກອນລົງຊຸກຍູ້ ຢູ່ວິທະຍາຄານການແພດກອງທັບ, ວິທະຍາ
ຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ໂຮງຮຽນທິດສະດີການເມືອງກອງທັບ. ຢູ່ແຕ່ລະບ່ອນ ຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂການ
ແຜ່ລະບາດຂອງພະຍາດໂຄວິ-19 ກະຊວງປ້ອງກັນປະເທດ ໄດ້ມອບເຄື່ອງອຸປະກອນຮັບໃຊ້ຕ້ານໂຄວິດ-19 ເຊີ່ງປະກອບມີ: ຊຸດ PPE, ເຄື່ອງບາຫຼອດອິນ
ຟາເລດ, ຜ້າອັດປາກ-ດັງ ປະເພດຜ້າ, ຜ້າອັດປາກ-ດັງ ປະເພດເຈ້ຍ, ເຈວລ້າງມື ແລະ ຖົງມືຢາງຈໍານວນໜື່ງ ໂດຍມີຄະນະພັກ-ຄະນະບັນຊາ ບັນດາກົມກອງ
ດັ່ງກ່າວເຂົ້າຮ່ວມ.

     ພ້ອມທັງ ໄດ້ຮັບຟັງການລາຍງານສະພາບການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກຄະນະພັກ-ຄະນະບັນຊາ ບັນດາ
ກົມກອງ ໂດຍສະເພາະແມ່ນການເອົາໃຈໃສ່ກ່ຽວກັບການເພີ່ມທະວີການຈັດຕັ້ງປະຕິບັດບັນດາມາດຕະການໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມ
ງວດ, ການຈັດຕັ້ງປະຕິບັດຕາມຄໍາສັ່ງຂອງທ່ານນາຍົກເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ແລະ ສະກັດກັ້ນຄວບຄຸມເພື່ອຕອບ
ຕ້ານກັບພະຍາດໂຄວິດ-19 ກໍ່ຄືແຈ້ງການຂອງກະຊວງປ້ອງກັນປະເທດສະບັບເລກທີ 2151/ກປທ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ແລະ ສະ
ກັດກັ້ນ, ຄວບຄຸມ, ກຽມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19 ໃຫ້ທັນເວລາ ເຊິ່ງແຕ່ລະກົມກອງໄດ້ເປັນເຈົ້າການຈັດຕັ້ງປະຕິບັດມາດຕະການດັ່ງ
ກ່າວ ຢ່າງເຂັ້ມງວດໂດຍສະເພາະແມ່ນການເຂົ້າ-ອອກຄ້າຍ, ຈັດຕັ້ງພະນັກງານ-ຄະນະສະເພາະກິດ ປະຈຳການຕາມຈຸດກວດກາຄົນເຂົ້າ-ອອກຄ້າຍ, ຈັດຕັ້ງ
ໜ່ວຍງານແພດໝໍປະຈຳກົມກອງນຳເອົາອຸປະກອນກວດກາວັດແທກອຸນຫະພູມຮ່າງກາຍ, ເຈວລ້າງມື ລົງເຮັດໜ້າທີ່ກວດກາວັດແທກອຸນຫະພູມ, ລ້າງມື
ດ້ວຍເຈວເພື່ອຂ້າເຊື້ອພະຍາດໃຫ້ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ຢ່າງເຄັ່ງຄັດ, ໃຊ້ຜ້າອັດປາກ, ດັງ, ປຸກລະດົມຂົນຂວາຍໃຫ້ພະນັກງານ-ນັກຮົບ
ເອົາໃຈໃສ່ເຂົ້າຮ່ວມຂະບວນການສັກວັນຊີນໃຫ້ຄົບຕາມຈໍານວນ ແລະ ປະສານງານກັບໜ່ວຍງານທີ່ກ່ຽວຂ້ອງລົງສີດຢາຂ້າເຊື້ອຕາມຈຸດຕ່າງໆຂອງວິທະຍາ
ຄານ, ໂຮງຮຽນ ແລະ ຈຸດອື່ນໆຂອງກົມກອງໃຫ້ມີຄວາມປອດໄພຈາກພະຍາດດັ່ງກ່າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/05/2021