ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 169,053,276 ຄົນ
ຂະນະທີ່ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1,895 ຄົນ

     ວັນທີ 27 ພຶດສະພາ 2021ນີ້, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ມາຮອດ
ປັດຈຸບັນທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 169,053,276 ຄົນ (ໃໜ່ 566,448). ເສຍຊິວິດສະສົມ 3,511,495 ຄົນ (ໃໝ່12,970) ແລະ
ປີ່ນປົວຫາຍດີ 150,802,321 (ໃໝ່ 802,577) ຄົນ. ສຳລັບ 3 ອັນດັບປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກກໍ່ຍັງແມ່ນສະຫະລັດ
ອາເມລິກາ, ອິນເດຍ ແລະ ບຣາຊິນ. ສຳລັບ ສປປ ລາວ ແມ່ນກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 12 ຄົນ ໃນນັ້ນ, ນະຄອນຫຼວງວຽງຈັນ 4 ຄົນ, ສະຫວັນ
ນະເຂດ 03 ຄົນ ແລະ ຈໍາປາສັກ 05 ຄົນ. ສໍາລັບແຂວງສະຫວັນນະເຂດ ແລະ ຈໍາປາສັກ ນັ້ນແມ່ນ ກໍລະນີນໍາເຂົ້າ ສ່ວນນະຄອນຫຼວງວຽງຈັນນັ້ນ ແມ່ນ
ການຕິດເຊື້ອຈາກຜູ້ສໍາຜັດໃກ້ຊິດ. ດັ່ງນັ້ນ ເຮັດໃຫ້ ສປປ ລາວ ມີຜູ້ຕິດເຊື້ອສະສົມ ທັງໝົດ 1,895 ຄົນ ແລະ ເສຍຊິວິດສະສົມທັງໝົດ 2 ຄົນ. ບໍ່ມີການ
ເສຍຊິວິດໃໝ່. ໃນນັ້ນ ປິ່ນປົວຫາຍດີທັງໝົດ 1,281 ຄົນ (ໃໝ່ 20 ຄົນ) ແລະ ຍັງສືບຕໍ່ປິ່ນປົວ ທັງໝົດ 612 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/05/2021