ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຮອງຫົວໜ້າກົມຂົນສົ່ງກົມໃຫຍ່ພະລາທິການກອງທັບ

     ວັນທີ 26 ມິຖຸນາ 2018 ນີ້, ກົມຂົນສົ່ງກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າກົມຂົນສົ່ງກົມໃຫຍ່ພະລາທິການກອງ
ທັບຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະ
ລາທິການ ກອງທັບ, ມີຫົວໜ້າກົມຂົນສົ່ງ ພ້ອມດ້ວຍຄະນະ, ມີຄະນະນຳຫ້ອງການເມືອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ແລະ ພະນັກງານ
ພາຍໃນກົມເຂົ້າຮ່ວມ.


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານພິທີປະກາດແຕ່ງຕັ້ງຮອງຫົວໜ້າກົມຂົນສົ່ງກົມໃຫຍ່ພະລາທິການກອງທັບ

     ພັນໂທ ໄພວັນ ໄຊພູບານ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມຂົນ
ສົ່ງກົມໃຫຍ່ພະລາທິການກອງທັບ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວໝວດທີ IV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະ
ຫານ, ອີງຕາມທິດທາງປັບປຸງບູລະນະກົງຈັກການຈັດຕັ້ງນຳພາບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນໃນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່
ປົກປັກຮັກສາ ແລະພັດທະນາປະເທດຊາດ, ອີງຕາມໜັງສືສະເໜີຂອງກົມໃຫຍ່ພະລາທິການກອງທັບສະບັບເລກທີ 202 ລົງວັນທີ 24 ເດືອນ 5 ປີ 2018,
ກະຊວງປ້ອງກັນປະເທດຕົກລົງ, ແຕ່ງຕັ້ງ ພັນໂທ ສຸລິໄຊ ລິດທິເດດ ເປັນຮອງຫົວໜ້າກົມຂົນສົ່ງກົມໃຫຍ່ພະລາທິການກອງທັບ.

     ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ມີຄຳເຫັນໂອ້ລົມຊີ້ນຳຕໍ່ພິທີປະກາດການຈັດຕັ້ງດັ່ງກ່າວ ໂດຍຮຽກ
ຮ້ອງມາຍັງຄະນະພັກ-ຄະນະບັນຊາຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ ພະນັກງານ-ນັກຮົບ
ພ້ອມທັງຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນວຽກງານຂະແໜງການຂົນສົ່ງເຫຼົ່າຮົບວິຊາສະເພາະ, ປົກປັກຮັກສາຄຸ້ມຄອງພາຫະນະຮັບໃຊ້ເພື່ອຮັບ
ປະກັນເຂົ້າໃນວຽກງານຕົວຈິງໃນສະເພາະໜ້າ ແລະ ຍາວນານ ຕິດພັນກັບການເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໃຫ້ດີເຂົ້າໃນການປັບປຸງກໍ່
ສ້າງເຫຼົ່າຮົບ, ກົມກອງໃຫ້ເຂັ້ມແຂງໜັກແໜ້ນເທື່ອລະກ້າວ.