ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານ (ສະບັບປັບປຸງ)


ພັນເອກ ໄພວັນ ຈັນທະພົມມາ ເປັນປະທານແລະເຜີຍແຜ່ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)

     ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຂຶ້ນໃນຕອນເຊົ້າວັນທີ 21 ມິຖຸນາ 2019 ນີ້,
ໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນ
ຊາກົມ, ກອງ, ຫ້ອງການ, ບໍລິສັດ-ລັດວິສາຫະກິດ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວອົງການຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ການເຜີຍແຜ່ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນຄັ້ງນີ້ ກໍເພື່ອເຮັດໃຫ້ ນາຍທະຫານພະນັກງານນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງກ່ຽວກັບກົດ
ໝາຍ ແລະ ການນໍາໃຊ້ກົດໝາຍນາຍທະຫານຢ່າງຖືກຕ້ອງ ແລະ ມີຄວາມຊັດເຈນເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ, ທັງເປັນການປົກ ປ້ອງສິດຜົນ
ປະໂຫຍດໃຫ້ຖືກຕ້ອງຂອງນາຍທະຫານໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ. ໃນນີ້ກົດໝາຍວ່າດ້ວຍນາຍທະຫານປະກອບມີ 5 ພາກ, 4 ໝວດ ແລະ 50
ມາດຕາ, ທັງນີ້ກໍເພື່ອເປັນການສຶກສາອົບຮົມການເມືອງ, ນໍາພາແນວຄິດໃຫ້ແກ່ນາຍ ແລະ ພົນທະຫານເຂົ້າໃຈກໍາໄດ້ທີ່ຕັ້ງພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບ
ຂອງຕົນ. ນອກຈາກນີ້ ຍັງເປັນການປູກຈິດສໍານຶກໃຫ້ພະນັກງານ-ນັກຮົບທຸກສະຫາຍໄດ້ເຂົ້າໃຈກ່ຽວກັບກົດໝາຍ ແລະ ການນຳໃຊ້ກົດໝາຍຢ່າງຖືກຕ້ອງໃນການປົກປ້ອງ
ສິດຜົນປະໂຫຍດຢ່າງເປັນທຳ.

     ໂອກາດນີ້, ສະຫາຍ ພັນເອກ ໄພວັນ ຈັນທະພົມມາ ກໍໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານທີ່ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານ (ສະ
ບັບປັບປຸງ) ໃນຄັ້ງນີ້, ຈົ່ງພ້ອມກັນກຳໃຫ້ໄດ້ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນໃນການກໍ່ສ້າງພະນັກງານນຳພາ, ບັນຊາ, ຄຸ້ມ
ຄອງ ແລະ ກວດກາການເຄື່ອນໄຫວຂອງນາຍທະຫານ ເພື່ອແນໃສ່ເຮັດໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບ
ວິໃນເຂັ້ມງວດ, ພ້ອມກັນເອົາໃຈໃສ່ເຊື່ອມຊຶມຊອກຮູ້ຮໍ່າຮຽນກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍນາຍທະຫານ ແລະ ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງ
ສາພັດທະນາປະເທດຊາດ.