
ກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນ ຫວຽດນາມ ມອບເຄື່ອງອຸປະກອນ
  ການແພດ ແລະ ທຶນການຊວ່ຍເຫຼືອໃຫ້ແກ່ກອງບັນຊາການທະຫານແຂວງຈຳປາສັກ

     ໃນວັນທີ 26 ມິຖຸນາ 2021 ນີ້,   ກອງບັນຊາການທະຫານ ແຂວງກວາງຫງາຍ ກອງທັບປະຊາຊົນ ຫວຽດນາມ   ໄດ້ນຳເອົາເຄື່ອງອຸປະກອນການແພດ
    ແລະ   ທຶນການຊ່ວຍເຫຼືອມາມອບໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ກອງທັບປະຊາຊົນລາວ   ໃນການປອ້ງກັນ ຕ້ານ ແລະ ສະກັດກັ້ນ ການ
    ແຜ່ລະບາດຂອງພະຍາດໂຄວີດ -19,   ຢູ່ທີ່ດ່ານສາກົນ ພູເກືອ ແຂວງອັດຕະປື.  ໂດຍຕາງໜ້າກ່າວມອບຂອງ ສະຫາຍ ພັນເອກ ຫວໍ້ ເຕີນ ຕ່າຍ ຮອງຫົວ
    ໜ້າການເມືອງ   ກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ແລະ ຕາງໜ້າກ່າວຮັບໂດຍ   ສະຫາຍ ພັນໂທ ສີໄຄ ທີບພະຈັກ
    ຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫອ້ງການເມືອງ   ທະຫານແຂວງຈໍາປາສັກ.ເຄື່ອງທີ່ນໍາມາມອບຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ:   ເຄື່ອງວັດແທກອຸນຫະ
    ພູມ 10 ອັນ, ຊຸດເຄື່ອງນຸ່ງປອ້ງກັນພະຍາດລະບາດ 100 ຊຸດ, ຜ້າອັດປາກ-ດັງ 200 ກັບ, ຊົບມືຢາງ 30 ຊຸດ, ເຈວລ້າງມື 500ຊີຊີ 900 ຂວດ,   ເຄື່ອງຊີດ
    ພົ່ນຢາ 10 ຊຸດ , ພອ້ມທຶນການຊ່ວຍເຫຼືອ 100.000.000 ດົ້ງ   (ສະກຸນເງີນຫວຽດນາມ)   ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານການແຜ່ລະບາດຂອງພະຍາດ
    ໂຄວີດ-19.
     ສະຫາຍ ພັນໂທ ສີໄຄ ທິບພະຈັກ ກໍໄດ້ຕາງໜ້າຄະນະ ກ່າວສະແດງຄວາມຂອບໃຈ ແລະ   ຮູ້ບຸນຄຸນຢ່າງສູງ ຕໍ່ ສະຫາຍ ພັນເອກ ຫວໍ້ ເຕີນ ຕ່າຍ ພອ້ມ
    ຄະນະ   ກໍຄືກອງບັນຊາການທະຫານແຂວງກວາງຫງາຍ ທີ່ຍາມໃດກໍມີຄວາມເປັນຫວ່ງເປັນໃຍ ແລະ   ເຫັນໄດ້ຄວາມໝາຍ ຄວາມສຳຄັນ ເຊິ່ງມັນສະແດງ
    ໃຫ້ເຫັນເຖິງຄວາມຮັກແພງອັນເລີກເຊິ່ງ   ສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງທັບ   ກໍຄືປະຊາຊົນ
    ລາວ-ຫວຽດນາມ ເວົ້າລວມ   ເວົ້າສະເພາະກໍແມ່ນ ກອງບັນຊາການທະຫານ ແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ກັບ   ກອງບັນຊາການທະ
    ຫານແຂວງຈຳປາສັກ ກອງທັບປະຊາຊົນລາວ ໃຫ້ໝັ້ນຄົງທະນົງແກ່ນ ແລະ   ນັບມື້ເພີ່ມພູນຄູນສ້າງຈະເລີນງອກງາມຂຶ້ນໄປເລື້ອຍໆ ແລະ   ໃຫ້ຄໍາໝັ້ນສັນຍາ
    ວ່າຈະນໍາເອົາເຄື່ອງມືການແພດ ແລະ ທືນການຊວ່ຍເຫຼືອ ດັ່ງກ່າວນີ້   ໄປນຳໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ຖືກຕອ້ງ ໂດຍສະເພາະແມ່ນ ວຽກງານປອ້ງກັນ
    ຄວາມຄຸມ   ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວີດ-19 ໃຫ້ມີຄວາມຮັບປະກັນສູງຂຶ້ນຕື່ມ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 28/06/2021