ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຖານທູດຈີນປະຈຳລາວ ຈັດງານລ້ຽງສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 90 ປີ

     ໃນຕອນຄໍ່າຂອງວັນທີ 26 ກໍລະກົດ 2017 ນີ້, ສະຖານທູດຈີນປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ
ຄົບຮອບ 90 ປີ (1/8/1927-1/8/2017) ຂຶ້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຫວັງ ເຫວີນ ທຽນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳ
ນາດເຕັມ ແຫ່ງ ສປ ຈີນປະຈຳລາວ, ພະນັກງານສະຖານທູດ, ແຂກຖືກເຊີນ ແລະ ຊາວຈີນທີ່ອາໄສຢູ່ລາວເຂົ້າຮ່ວມເປັນຈຳນວນຫຼາຍ.


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 90 ປ

     ທ່ານ ພັນເອກ ພິເສດ ເສີນ ຢົງ ຈີ້ງ ທູດທະຫານຈີນ ປະຈຳ ສປປ ລາວ ກ່າວປາໄສໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະການເຕີບໃຫຍ່ຂະ
ຫຍາຍຕົວຂອງກອງທັບປົດປ່ອຍປະຊາຊົນຈີນໃນຕະຫຼອດໄລຍະ 90 ປີ ຜ່ານມາ ກໍຄືການພົວພັນຮ່ວມມືລະຫວ່າງສອງກອງທັບ ຈີນ-ລາວ ໄດ້ຜູກມິດຕະ
ພາບອັນເລິກເຊິ່ງ ເສຍສະຫຼະເລືອດເນື້ອໃນການສູ້ຮົບຮ່ວມກັນເພື່ອຕໍ່ສູ້ຕ້ານການຮຸກຮານຈາກສັດຕູພາຍນອກ, ຊ່ວຍເຫຼືອກັນໃນພາລະກິດຕໍ່ສູ້ກູ້ຊາດຂອງ ປະຊາຊົນລາວຈົນໄດ້ຮັບໄຊຊະນະ.

     ທ່ານ ພັນເອກ ເສີນ ຢົງ ຈີ້ງ ຍັງຢ້ຳຕື່ມວ່າ: ໃນເມື່ອກ່ອນກອງທັບປົດປ່ອຍປະຊາຊົນຈີນຍັງໄດ້ເຂົ້າຮ່ວມສົງຄາມຕ້ານຟາດສິດຂອງໂລກ ແລະ ໃນເວ
ລາຕໍ່ມານີ້ໄດ້ເຂົ້າຮ່ວມກິດຈະກຳຮັກສາສັນຕິພາບຂອງສະຫະປະຊາຊາດ, ຮ່ວມມືຕ້ານການກໍ່ການຮ້າຍສາກົນ, ການປ້ອງກັນການເດີນເຮືອ ແລະ ການກູ້
ໄພຂອງສາກົນ ແລະ ອື່ນໆ, ໄດ້ລົງເລິກການແລກປ່ຽນ ແລະ ການຮ່ວມມືກັບກອງທັບຂອງບັນດາປະເທດຕ່າງໆ, ຮ່ວມກັນສ້າງສະພາບແວດລ້ອມຄວາມ
ໝັ້ນຄົງສາກົນປະກອບສ່ວນອັນສຳຄັນເຂົ້າໃນການຮັກສາສັນຕິພາບຂອງໂລກຕາມພັນທະສາກົນຂອງຕົນ.