ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ຄຳສີ ວົງຄຳຊາວ ຕ້ອນຮັບຫົວໜ້າໜ່ວຍງານວິຊາການ
ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງປະເທດຟີລິບປິນ

     ໃນວັນທີ 24 ສິງຫາ 2017 ນີ້, ທີ່ຫ້ອງຮັບແຂກກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ທ່ານ ພົນຕີ ຄໍາສີ ວົງຄໍາຊາວ ຫົວໜ້າຫ້ອງວ່າການ
ກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ທ່ານ ເຣມອນ
ຈອດສ ກິລັອບ ຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງປະເທດ ຟີລິບປິນ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ
ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.


ພົນຕີ ຄຳສີ ວົງຄຳຊາວ ຕ້ອນຮັບຫົວໜ້າໜ່ວຍງານວິຊາການ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງປະເທດ ຟີລິບປິນ

     ໃນໂອກາດນີ້, ທ່ານ ພົນຕີ ຄໍາສີ ວົງຄໍາຊາວ ກໍໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ
ທ່ານ ເຣມອນ ຈອດສ ກິລັອບ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍການພົວພັນມິດຕະພາບ ແລະ
ຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຟີລິບປິນ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍດີຂຶ້ນເລື້ອຍໆ.

     ທ່ານ ເຣມອນ ຈອດສ ກິລັອບ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ພົນຕີ ຄໍາສີ ວົງຄໍາຊາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນຕໍ່ຄະນະຂອງ
ຕົນໃນຄັ້ງນີ້, ພ້ອມທັງລາຍງານໃຫ້ຊາບເຖິງຈຸດປະສົງຕົ້ນຕໍໃນການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ແມ່ນເພື່ອນໍາສົ່ງຈົດໝາຍເຊື້ອເຊີນຂອງລັດຖະມົນ
ຕີກະຊວງປ້ອງກັນປະເທດຟີລິບປິນ ເຖິງ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ
ອາຊຽນຄັ້ງທີ 11 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກຄັ້ງທີ 4 ທີ່ປະເທດ ຟີລິບປິນ ໃນລະຫວ່າງວັນທີ 23-24 ຕຸລາ 2017 ນີ້.